ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຈີນ ຈະຮັບຟັງຄະດີ ການແຕ່ງງານ ຄົນເພດດຽວກັນ


ຕຳຫຼວດຄົນໜຶ່ງ ຢືນຍາມຢູ່ທາງເຂົ້າສານປະຊາຊົນ Jinan.
ຕຳຫຼວດຄົນໜຶ່ງ ຢືນຍາມຢູ່ທາງເຂົ້າສານປະຊາຊົນ Jinan.

ສານ​ຈີນ​ແຫ່ງ​ໜຶ່ງ ​ໄດ້​ຮັບ​ເອົາຄະດີ​ແຕ່ງງານຂອງ​ເພດ​ດຽວ​ກັນ ​
”ເທື່ອ​ທຳ​ອິດ​ ຢູ່​ໃນປະ​ເທດ ທີ່​ໄດ້​ຍື່ນ​ຟ້ອງ ໂດຍ​ຜູ້​ຊາຍ​ກະ​ເທີຍ
​ໃນ​ແຂວງ Human ຕໍ່​ລັດຖະບານທີ່​ໄດ້​ປະຕິ​ເສດ​ບໍ່​ຮັບຄຳ​ຮ້ອງ​
​ເພື່ອຂໍ​ແຕ່ງ​ງານ​ກັບຜູ້​ຊາຍ​ຂອງ​ລາວ.

ທະນາຍຄວາມ​ຂອງ​ລາວ​ໄດ້​ກ່າວ​ຕໍ່ວິທະຍຸເອ​ເຊຍ​ເສຣີວ່າ ການ
​ຕັດສິນ​ດັ່ງກ່າວ ​ໄດ້​ຖືກ​ສັນລະ​ເສີນວ່າ ​ເປັນ​ບາດກ້າວ​ໄປ​ໜ້າ ​
ສຳລັບ​ສິດທິ​ຂອງ​ພວກ​ຮັກ​ຮ່ວມ​ເພດ ​ແລະ​ເປັນ​ກໍລະນີ​ທົດ​ສອບ
​ທີ່​ສຳຄັນ​ຕໍ່ສິດທິ​ຂອງພວກ​ຮັກ​ຮ່ວມ​ເພດແມ່ຍິງ ກະ​ເທີຍ ພວກ​
ຮັກ​ສອງ​ເພດ ​ແລະ​ພວກ​ປ່ຽນ​ເພດ ຢູ່​ໃນ​ຈີນ.

​ໃນ​ຂະນະ​ທີ່​ກາ​ນຮັກຮ່ວມ​ເພດ​ ບໍ່ໄດ້ຜິດ​ກົດໝາຍ​ຢູ່​ໃນ​ປະ​ເທດ​ຈີນ ​ແຕ່ການ​ແຕ່ງ ງານກັບ
​ເພດ​ດຽວ​ກັນ​ແມ່ນ​ບໍ່​ຖືກ​ຕ້ອງຕາ​ມກົດໝ​າຍ ​ແລະ​ຄູ່​ສາມີ​ພັນ​ລະ​ຍາ​ທີ່​ເປັນ ຄົນ​ເພດ​ດຽວ
ກັນ ບໍ່​ໄດ້​ຮັບ​ການ​ປ້ອງ​ກັນທາງ​ດ້ານ​ກົດໝາຍ.

ທ້າວ Sun Wenlin ອາຍຸ 26 ປີ ​ໄດ້​ຍື່ນ​ຟ້ອງ​ຮ້ອງ ເມື່ອ​ວັນ​ທີ 16 ທັນວາ ຜ່ານ​ມາຕໍ່​ຫ້ອງ
ການ​ກິດຈະການ​ພົນລະ​ເຮືອນເຂດ Furong ​ໃນ​ເມືອງ Changsa ​ເມືອງ​ເອກ​ຂອງ​ແຂວງ
Hunan ​ໃນພາ​ກກາງຂອງ​ຈີນ. ການ​ຟ້ອງ​ຮ້ອງ​ຂອງ​ລາວ ​ໄດ້​ທ້າ​ທາຍ​ຕໍ່​ຫ້ອງການດັ່ງກ່າວ
​ທີ່​ປະຕິ​ເສດ ບໍ່​ອະນຸຍາດ​ໃຫ້ຄົນຮັກ​ຂອງ​ລາວ ອາຍຸ 36 ປີ ຈົດທະບຽນ​ແຕ່ງງານ.

​ລາວ​ກ່າວ​ວ່າ ໃນ​ວັນ​ອັງຄານ​ວານ​ນີ້ ສານແຈ້ງ​ວ່າ ​ໄດ້​ຮັບເອົາ​ການ​ຟ້ງຮ້ອງຂອງ ລາວ
ແລ້ວ.

ທ້າວ Sun ກ່່າວ​ວ່າ “ຂ້າພ​ະ​ເຈົ້າ​ຄິດຈາກ​ຈຸດຄວາມ​ເຫັນ ​ທາງ​ດ້ານ​ກົດໝາຍ ພວກ​ເຮົາ​
ຕ້ອງ​ໄດ້​ຮັບ​ຜົນ​ສຳ​ເລັດ. ກົດໝ​າຍການ​ແຕ່ງງານ​ກ່າວ​ວ່າ ມີ​ເສລີ​ພາບ​ໃນ​ການ​ແຕ່ງງານ
​ແລະ ​ເທົ່າ​ທຽ​ມກັນທາງ​ເພດ. ບັນດາ​ຄຳ​ເວົ້າ​ດັ່ງກ່າວ​ນີ້ ສາ ມາດ​ໃຊ້​ໄດ້​ກັບ​ການ​ແຕ່ງງານ
ຂອງ​ຄົນ​ເພດ​ດຽວ​ກັນ.

XS
SM
MD
LG