ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຈີນ ຕັດສິນໂທດ ໃຫ້ທ່ານ Bo ຈຳຄຸກ ຕະຫຼອດຊີວິດ (ວີດີໂອ)


ທ່ານ Bo Xilai (ກາງ) ຖືກຕັດສິນໂທດ ຈຳຄຸກ ຕະຫຼອດຊີວິດ
ທ່ານ Bo Xilai (ກາງ) ຖືກຕັດສິນໂທດ ຈຳຄຸກ ຕະຫຼອດຊີວິດ
ສານແຫ່ງນຶ່ງຂອງຈີນໄດ້ຕັດສິນໂທດທ່ານ Bo Xilai ອະດີດນັກ
ການເມືອງອະວຸໂສ ໃຫ້ຈຳຄຸກຕະຫຼອດຊີວິດ ຫລັງຈາກພົບເຫັນ
ວ່າທ່ານມີຄວາມຜິດໃນ ການຮັບເງິນສິນບົນ ສໍ້ໂກງ ແລະໃຊ້ອຳ
ນາດໄປໃນທາງຜິດ.

ສານປະຊາຊົນໃນເມືອງ Jihan ໄດ້ປະກາດຄຳຕັດສິນລົງໂທດ
ໃນວັນອາທິດມື້ນີ້ ຊຶ່ງໄດ້ກາຍເປັນນຶ່ງ ໃນບັນດາຂ່າວນອງນັນ
ທາງການເມືອງ ທີ່ມີຜູ້ຄົນຕິດຕາມຫລາຍທີ່ສຸດ ໃນຮອບຫຼາຍໆ
ທົດສະວັດ.

ທ່ານ Bo ຍັງສາມາດທີ່ຈະຂໍອຸທອນຕໍ່ຄຳຕັດສິນດັ່ງກ່າວນີ້ໄດ້ຢູ່
ແລະພາຍໃຕ້ກົດໝາຍຂອງຈີນ ທ່ານສາມາດທີ່ຈະໄດ້ຮັບການປ່ອຍໂຕແບບມີເງື່ອນໄຂຫຼັງ ຈາກໄດ້ຮັບໃຊ້ໂທດກາຍສິບປີແລ້ວ.

ແຕ່ສານໄດ້ຖອດຖອນສິດທິທາງດ້ານການເມືອງຂອງທ່ານຕະຫຼອດຊີວິດ ຊຶ່ງໃນທາງໂຕຈິງ ແລ້ວແມ່ນເຮັດໃຫ້ອາຊີບທາງດ້ານການເມືອງຂອງທ່ານທີ່ເບິ່ງຄືວ່າຈະໄປໄກນັ້ນສິ້ນສຸດລົງ. ນອກນັ້ນ ສານຍັງໄດ້ສັ່ງໃຫ້ຍຶດຊັບສິນຂອງທ່ານ Bo ທີ່ມີມູນຄ່າຫຼາຍກວ່າ 3 ລ້ານໂດລາ.

ອະດີດສະມາຊິກກົມການເມືອງພັກຄອມມູນິສຈີນໄວ 64 ປີທ່ານນີ້ໄດ້ທຳການຕໍ່ສູ້ຢ່າງແຂງ ຂັນຜິດທຳມະດາ ໃນລະຫວ່າງການດຳເນີນຄະດີທ່ານເມື່ອເດືອນແລ້ວນີ້. ທ່ານຍອມຮັບວ່າ ທ່ານກະທຳຄວາມຜິດບາງຢ່າງ ແຕ່ໄດ້ປະຕິເສດຕໍ່ຂໍ້ຫາສ່ວນໃຫຍ່.

CHINA BO XILAI VERDICT
please wait

No media source currently available

0:00 0:00:51 0:00
XS
SM
MD
LG