ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະທະກັນ ໃນການປະທ້ວງຕໍ່ຕ້ານ ການກວດກາຂ່າວ ຂອງລັດຖະບານຈີນ


ຊາວ​ຈີນພາກັນ​ໂຮມຊຸມນຸມ​ກັນ​ ເປັນ​ມື້​ທີ່​ສອ ງເພື່ອ​ສະແດງ ​ການ​ສະໜັບສະໜຸນ​ໜັງສື​ພິມ​ ທີ່​ກ້າ​ເວົ້າ​ກ້າ​ວ່າຂອງ​ປະ​ເທດ.
ຊາວ​ຈີນພາກັນ​ໂຮມຊຸມນຸມ​ກັນ​ ເປັນ​ມື້​ທີ່​ສອ ງເພື່ອ​ສະແດງ ​ການ​ສະໜັບສະໜຸນ​ໜັງສື​ພິມ​ ທີ່​ກ້າ​ເວົ້າ​ກ້າ​ວ່າຂອງ​ປະ​ເທດ.
ພວກ​ປະ​ທ້ວງ​ເພື່ອ​ເສລີພາບ​ໃນ​ການ​ປາກ​ເວົ້າ ຢູ່​ຈີນ ​ໄດ້​ປະ​ທະ​
ກັນ​ກັບ​ພວກ​ສະໜັບສະໜຸນ​ພັກ​ຄອມ​ມິ​ວນິສຈີນ ​ຢູ່​ໃນ​ພາກ​ໃຕ້​
ຂອງ​ປະ​ເທດ ​ໃນ​ວັນ​ອັງຄານ​ມື້​ນີ້ ຂະນະ​ທີ່​ການ​ຜິດ​ຖຽງ​ກັນໃນລະ
ດັບທ້ອງ​ຖິ່ນ ​ກ່ຽວ​ກັບ​ການກວດກາ​ຂອງ​ລັດຖະບານ ​ແຜ່​ລາ​ມ
ອອກ​ໄປ​ເປັນ​ການ​ປະ​ທ້ວງ​ທາງ​ອິນ​ເຕີ​ແນັຕ ​ໃນ​ລະດັບ​ຊາດ.

ພວກປະ​ທ້ວງຊາວ​ຈີນພາກັນ​ໂຮມຊຸມນຸມ​ກັນ​ເປັນ​ມື້​ທີ່​ສອງເພື່ອ​
ສະແດງ ​ການ​ສະໜັບສະໜຸນ​ຂອງ​ເຂົາ​ເຈົ້າ ຕໍ່ໜັງສື​ພິມ​ສະບັບ​
ນຶ່ງ ທີ່​ກ້າ​ເວົ້າ​ກ້າ​ວ່າຫຼາຍທີ່​ສຸດ​ຂອງ​ປະ​ເທດ ຊຶ່ງ​ກຳລັງ​ພົວພັນ​
ກັບ​ການ​ໂຕ້​ຖຽງ​ຢ່າງ​ເຄັ່ງ​ຄຽດກັບ​ລັດຖະບານ ກ່ຽວ​ກັບ​ການ​ກວດ
ກາ​ສື່​ມວນ​ຊົນນັ້ນ.

​ໄດ້​ເກີດ​ການ​ຊົກ​ຕ່ອຍ​ກັນ​ເລັກໆ​ນ້ອຍ ລະຫວ່າງ​ພວກ​ປະ​ທ້ວງ​ທີ່​ຖື​ປ້າຍ​ແລະ​ຮ້ອງ​ໂຮ​ຄໍາ​ຂວັນ ຮຽກຮ້ອງ​ເອົາ​ເສລີພາບ​ຂອງ​ສື່​ມວນ​ຊົນ ກັຍພວກ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ ຈໍານວນ​ນຶ່ງ ທີ່​ຖື​ທຸງຊາດ​ຈີນ ​ແລະ​ຮູບ​ຂອງ​ມື້​ລາ​ງປະທານ ​ເມົາ ​ເຈີ​ຕຸ​ງ.

ພວກປະ​ທ້ວງ​ຈຸນ້ອຍໆ​ກຸ່ມ​ນຶ່ງພາກັນ​ຖື​ປ້າຍ ​ແລະ​ຮ້ອງ​ໂຮຄຳ​ຂວັນ​ປະ ນາມ​ໃນ​ວັນ
ອັງຄານມື້ນີ້ ຢູ່​ນອກ​ໂຮງການ​ໜັງສືພິມ Southern Weekly ​ທີ່​ເມືອງ Guangzhou ຊຶ່ງ​ເປັນ​ເມືອງ​ຫຼວງຂອງ​ແຂວງ Guangdon ​ໃນ​ພາກ​ໃຕ້​ຂອງ​ຈີນ ບ່ອນ​ທີ່​ບັນດາ​ນັກ​ຂ່າວ​ພາກັນນັດ ຢຸດ​ງານ​ເພື່ອ​ປະ​ທ້ວງຕໍ່​ການກ່າວ​ຫາທີ່​ວ່າ​ ລັດຖະບານ​ກ້າວ​ກ່າຍ​ນັ້ນ.

ການ​ປະ​ທ້ວງ ຊຶ່ງ​ນ້ອຍ​ກວ່າ​ໃນ​ວັນ​ຈັນວານ​ນີ້ ​ໄດ້​ເກີດ​ຄວາມ​ເຄັ່ງ​ຕືງຂື້ນ ​ເວລາ​ພວກ​ປະ​ທ້ວງ​ຈໍານວນຶ່ງ ໄດ້​ພາໂຕ້​ຖຽງ​ກັນ​ຢ່າງເຜັດ​ຮ້ອນ ກັບກຸ່ມ ສະໜັບສະໜຸນ​ພັກ​ຄອ​ມມິ​ສນິສ.
ພວກ​ປະ​ທ້ວງຮຽກຮ້ອງໃຫ້​ຫົວໜ້າ​ພະ​ແນ​ກໂຄສະນາຊວນ​ເຊື່ອ​ຂອງ​ແຂວງລາ​ອອກ ຫລັງ​ຈາກ​ທີ່​ມີ​ການ​ກ່າວ​ຫາ​ວ່າ ການກວດກາຂ່າວ​ໃນ​ອາທິດ​ແລ້ວ​ນີ້ ​ໄດ້​ຫ້າມບໍ່​ໃຫ້​ພິມ​ເຜີຍ​ແຜ່​ບົດບັນນາທິການ ເນື່ອງ​ໃນໂອ ກາດວັນຂຶ້ນ​ປີ​ໃໝ່ ທີ່ຮຽກຮ້ອງໃຫ້​ມີສິດ​ຕາມ​ລັດຖະທໍາ​ມະນູນຫຼາຍ​ຂື້ນ. ບົດ​ຂຽນ​ດັ່ງກ່າວ​ນີ້ ໄດ້​ຖືກສັບ​ປ່ຽນ​ໂດຍບົດ​ຂຽນ​ອີກ​ບົດ​ນຶ່ງ ​ທີ່​ມີ​ເນື້ອໄນ​ຍ້ອງຍໍຜົນ​ສໍາ​ເລັດ​ຕ່າງໆ​ຂອງ​ພັກຄອມ​ມິ​ວນີສ.​

ການ​ປະ​ທ້ວງ​ຕໍ່ຕ້ານການ​ກວດກາ​ຂອງ​ລັດຖະບານຢ່າງ​ເປັນ​ການ​ເປີດ ​ເຜີຍເທື່ອນີ້ ​ແມ່ນ​ເປັນ​ຄັ້ງ​ທໍາ​ອິດ​ໃນຮອບ​ຫລາຍ​ປີ​ ຊຶ່​ງ​ຖືກ​ເບິ່ງ​ກັນວ່າ​ເປັນ​ກະ​ແຈທົດສອບ​ທີ່​ສຳຄັນ ​ສຳລັບ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ຈີນ ທ່ານ Xi Jinping ທີ່​ຮຽກຮ້ອງ​ໃຫ້​ລັດຖະບານ ຈົ່ງ​ເປີດ​ກວ້າງຫລາຍ​ຂື້ນ.
ທ່ານ Kerry Brown ຫົວໜ້າ​ສູນ​ກາງ​ສຶກສາ​ຄົ້ນຄວ້າ​ກ່ຽວ​ກັບ​ຈີນ ທີ່ ມະຫາວິທະຍາໄລ Sydney ກ່າວ​ຕໍ່ວີ​ໂອ​ເອວ່າ ທ່ານ​ບໍ່ຄາດ​ວ່່າ ກຸງ​ປັກ​ກິ່ງຈະ​ທໍາການຜ່ອນຜັນ​ທີ່​ສຳຄັນ
ດໆ ​ເຊັນ​ວ່າ​ປົດ​ເຈົ້າ​ໜ້າ​ທີ່ໂຄສະ ນາ​ຊວນ​ເຊື່ອ​ຂອງ​ແຂວງ.

ເທົ່າເຖິງປັດຈຸ​ບັນ​ນີ້ ລັດຖະບານຈີ​ນ ບໍ່​ໄດ້​ຕອບ​ໂຕ້​ໃດໆ ​ແລະ​ໄດ້​ອະນຸ ຍາດ​ໃຫ້​ທໍາ​ການ​ປະ​ທ້ວງ​ໄດ້. ​ແຕ່​ບົດ​ບັນາ​ທິການຢູ່​ໃນ​ໜັງສືພິມຂອງ​ລັດຖະບານ Global Times ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ມັນ​ຈະ​ບໍ່​ມີ​ “ການ​ສີ້​ນສຸດ​ທີ່ແປກ​ປະຫລາດ” ຕໍ່​ສະຖານະ​ການ ​ແລະກໍບໍ່​ມີ​ທ່າ​ທາງ ວ່າ​ ຈີນ “ຈະມີສື່​ມວນຊົນ​ທີ່​ເສຣີຢ່າງ​ສິ້ນ​ເຊີງ ທີ່​ເປັນຄວາມ​ຝັນ​ຂອງ​ບັນດານັກ​ເຄື່ອນ​ໄຫວ” ​ເຫລົ່ານັ້ນ.
XS
SM
MD
LG