ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນຈະສ້າງດາວທຽມໃຫ້ລາວ ແລະຈະສົ່ງຂຶ້ນສູ່ວົງໂຄຈອນ ໃນທ້າຍປີ 2015


ດາວທຽມຂອງລາວທີ່ໄດ້ຮັບການຊ່ວຍເຫລືອຈາກຈີນ ແລະຈະສົ່ງຂຶ້ນສູ່ວົງໂຄຈອນ ພາຍໃນທ້າຍປີ 2015
ດາວທຽມຂອງລາວທີ່ໄດ້ຮັບການຊ່ວຍເຫລືອຈາກຈີນ ແລະຈະສົ່ງຂຶ້ນສູ່ວົງໂຄຈອນ ພາຍໃນທ້າຍປີ 2015
ບໍລິສັດຈີນຈະສ້າງດາວທຽມໃຫ້ລາວແລະສົ່ງຂຶ້ນສູ່ວົງໂຄຈອນ
ພາຍໃນທ້າຍປີ 2015 ເປັນຢ່າງຊ້າ ໂດຍມີເປົ້າໝາຍເພື່ອພັດ ທະນາສະຖານີວິທະຍຸແລະໂທລະພາບໃຫ້ເປັນລະບົບ Digital
ໃນທົ່ວປະເທດລາວ.

ກຸ່ມບໍລິສັດອະວະກາດແຫ່ງປະເທດຈີນ ໄດ້ຖະແຫຼງຢືນຢັນເມື່ອ
ບໍ່ດົນມານີ້ວ່າ ການດໍາເນີນງານ ໃນໂຄງການສ້າງແລະສົ່ງດາວ
ທຽມດວງທໍາອິດຂອງປະເທດລາວ ຂຶ້ນໄປສູ່ວົງໂຄຈອນຕາມ ການຕົກລົງຮ່ວມກັນລະຫວ່າງທາງການລາວກັບຈີນ ນັບຕັ້ງແຕ່
ເດືອນພຶດສະພາ 2012 ເປັນຕົ້ນມາຈົນເຖິງເວລານີ້ ໄດ້ດໍາເນີນ
ໄປຕາມແຜນການທີ່ວາງເອົາໄວ້ເປັນຢ່າງດີ ໂດຍເຊື່ອໝັ້ນວ່າ ຈະສາມາດສ້າງດາວທຽມໃຫ້ແລ້ວສໍາເລັດ ແລະສົ່ງຂຶ້ນໄປສູ່
ວົງໂຄຈອນໄດ້ຕາມເປົ້າໝາຍພາຍໃນທ້າຍປີ 2015 ຢ່າງແນ່ນອນ.
ພິທີເຊັນສນັຍາໂຄງການກໍ່ສ້າງບົບດາວທຽມລະບົບວິທະຍຸ ແລະໂທລະຄົມມະນາຄົມ ລະຫວ່າງລາວກັບຈີນ
ພິທີເຊັນສນັຍາໂຄງການກໍ່ສ້າງບົບດາວທຽມລະບົບວິທະຍຸ ແລະໂທລະຄົມມະນາຄົມ ລະຫວ່າງລາວກັບຈີນ

ໂຄງການສ້າງແລະສົ່ງດາວທຽມດວງທໍາອິດຂອງລາວຂຶ້ນໄປສູ່
ວົງໂຄຈອນດັ່ງກ່າວ ນີ້ຈະຕ້ອງໃຊ້ເງິນລົງທຶນຄິດເປັນມູນຄ່າລວມ
ທັງໝົດ 258 ລ້ານໂດລາ ຊຶ່ງເປັນ ການລົງທຶນ 100% ໂດຍກະ
ຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານຂອງລາວ ຫາກແຕ່ກໍເຊື່ອວ່າຈະຕ້ອງກູ້ຢືມເງິນທຶນດັ່ງກ່າວຈາກລັດຖະບານ
ຈີນ ເພື່ອຊໍາລະໃຫ້ແກ່ກຸ່ມບໍລິສັດອະວະກາດແຫ່ງປະເທດຈີນ
ເປັນການລ່ວງໜ້າ ທັງນີ້ ກໍເນື່ອງຈາກວ່າ ກຸ່ມບໍລິສັດອະວະກາດ
ແຫ່ງປະເທດຈີນເປັນຜູ້ຮັບຜິດຊອບໂຄງການທັງໝົດດັ່ງກ່າວ.

ຊຶ່ງໝາຍຄວາມວ່າກຸ່ມບໍລິສັດອະວະກາດຂອງຈີນພຽງບໍ່ແຕ່ຈະຮັບຜິດຊອບໃນການສ້າງ
ແລະສົ່ງດາວທຽມຂຶ້ນສູ່ວົງໂຄຈອນເທົ່ານັ້ນ ຫາກຍັງລວມເຖິງການກໍ່ສ້າງສະຖານີແລະ
ຕິດຕັ້ງລະບົບຄວບຄຸມສັນຍານດາວທຽມຢູ່ພາກພື້ນດິນ ແລະການເຝິກອົບລົມພະນັກ
ງານວິຊາການທີ່ກ່ຽວຂ້ອງໃຫ້ກັບທາງການລາວຢ່າງຄົບຊຸດອີກດ້ວຍ ທັງນີ້ກໍເພື່ອທີ່ວ່າ
ທາງການລາວຈະໄດ້ນໍາໃຊ້ສັນຍານດາວທຽມໃຫ້ເປັນປະໂຫຍດ ຕໍ່ການພັດທະນາວຽກ
ງານຖະແຫຼງຂ່າວໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນຢ່າງບໍ່ຢຸດຍັ້ງ ນັ້ນເອງ.

ທາງດ້ານທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະ
ນະທໍາ ແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນກ່ອນໜ້ານີ້ວ່າ ເປົ້າໝາຍສໍາຄັນປະການນຶ່ງ
ຂອງການພັດທະນາວຽກງານຖະແຫຼງຂ່າວຂອງລາວ ກໍແມ່ນການພັດທະນາສະຖານີ ວິທະຍຸແລະໂທລະພາບແຫ່ງຊາດໃຫ້ເປັນລະບົບ Digital ໃຫ້ໄດ້ ທົ່ວປະເທດພາຍໃນ
ປີ 2015.

ທ່ານບົວເງີນ ໄດ້ສະແດງຄວາມໝັ້ນໃຈວ່າ ທາງການລາວຈະສາມາດບັນລຸເປົ້າໝາຍ ດັ່ງກ່າວໄດ້ຢ່າງແທ້ຈິງ ເນື່ອງຈາກທາງການຈີນໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ທາງ ການລາວນັບແຕ່ຕົ້ນປີ 2012 ນີ້ເປັນຕົ້ນມາແລ້ວ ແລະໃນຂະນະດຽວກັນ ການພັດທະ ນາວິທະຍຸ ແລະໂທລະພາບໃນລາວໃຫ້ເປັນລະບົບ Digital ນັບແຕ່ປີ 2011 ເປັນຕົ້ນ
ມາ ກໍຄືບໜ້າໄປຫຼາຍແລ້ວໃນປັດຈຸບັນນີ້ ດັ່ງທີ່ທ່ານບົວເງິນ ໄດ້ໃຫ້ການຊີ້ແຈງວ່າ:

“ມວນຊົນມີຄວາມສົນໃຈຕິດຕາມຟັງວິດທະຍຸຂອງພວກເຮົານັບມື້ນັບຫຼາຍຂຶ້ນ ວຽກງານໂທລະພາບກໍໄດ້ຮັບການປັບປຸງ ແລະຂະຫຍາຍຕົວໄວ ໄດ້ຮັບການນິ ຍົມຊົມຊອບຈາກສັງຄົມຢ່າງກວ້າງຂວາງ ທາງດ້ານເທກນິກກໍໄດ້ຄ່ອຍໆຫັນປ່ຽນ
ລະບົບ Analog ໄປສູ່ລະບົບເທັກນິກໃໝ່ທີ່ທັນສະໄໝ Digital ເທື່ອລະກ້າວ ແລະຈະໃຫ້ສໍາເລັດການຫັນປ່ຽນໂດຍພື້ນຖານໃນປີ 2015.”


ໃນປັດຈຸບັນ ຢູ່ລາວ ມີສະຖານີໂທລະພາບທັງໝົດ 32 ແຫ່ງ ແລະສະຖານີວິທະຍຸ 43 ແຫ່ງໃນທົ່ວປະເທດ. ສ່ວນໜັງສືພິມແລະວາລະສານຕ່າງໆນັ້ນ ກໍມີຫຼາຍກວ່າ 100 ສະ
ບັບ ໂດຍໃນນັ້ນມີ 9 ສະບັບທີ່ເປັນໜັງສືພິມລາຍວັນ ໃນຂະນະທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວໄດ້ວາງເປົ້າໝາຍ ທີ່ຈະຂະຫຍາຍເຄືອຂ່າຍສື່ມວນຊົນທີ່ ເປັນກະບອກສຽງຂອງພັກແລະລັດຖະບານລາວເຫຼົ່ານີ້ ໃຫ້ກວມໄປເຖິງປະຊາຊົນລາວ ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ ກໍຄືເຮັດໃຫ້ສື່ ສິ່ງພິມແລະວິທະຍຸ ກວມໃຫ້ໄດ້ 95% ຂອງ ປະຊາກອນ ແລະ 85% ຂອງປະຊາກອນທັງໝົດສໍາລັບສື່ໂທລະພາບໃນປີ 2015 ຕາມ ລໍາດັບ.

ນອກຈາກນີ້ ກໍມີລາຍງານວ່າທາງການຫວຽດນາມໄດ້ຕົກລົງໃຫ້ການຊ່ວຍເຫຼືອລາວ ໃນ ການພັດທະນາດ້ານບຸກຄະລາກອນແລະນັກຂ່າວ ໂດຍມີເປົ້າໝາຍທີ່ຈະຍົກລະດັບປະ ສິດທິພາບແລະຄຸນນະພາບໃນການສະເໜີຂ່າວສານຂອງທາງການລາວ ໃຫ້ເທົ່າທັນກັບ ສະຖານະການທີ່ເກີດຂຶ້ນທັງພາຍໃນລາວແລະຕ່າງປະເທດ ຊຶ່ງລວມເຖິງການສະເໜີ ຂ່າວສານກ່ຽວກັບຜົນງານ ແລະການເຄື່ອນໄຫວຕ່າງໆຂອງຜູ້ນໍາພັກ-ລັດ ໄປສູ່ການຮັບຮູ້ ຂອງປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງອີກດ້ວຍ.
XS
SM
MD
LG