ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດຈີນ ຖືກກ່າວຫາ ໃຫ້ການ​ສະໜັບ​ສະ​ໜູນ​ເກົາຫລີ​ເໜືອ ແລະຟອກເງິນ


ສະຫະລັດ​ໄດ້​ປະກາດ ກ່ຽວ​ກັບ​ຂໍ້​ຫາ​ການ​ກະທຳ​ຜິດ ​ແລະການ​ລົງ​ໂທດທາງ​ດ້ານ​ເສດຖະ ກິດ​ ຕໍ່ບໍລິສັດ​ຈີນບໍລິສັດ​ນຶ່ງ ​ທີ່​ໃຫ້ການ​ສະໜັບ​ສະ​ໜູນ​ແກ່ໂຄງການ​ນິວ​ເຄລຍເກົາຫລີ​ເໜືອ ຕາມ​ທີ່​ມີ​ການ​ກ່າວ​ຫານັ້ນ.

ບໍລິສັດອຸດພັດ​ທະນາສາຫະກຳ Dandong Hongxiang ຈຳກັດ ຫຼື DHID ພ້ອມດ້ວຍ ປະ​ທານ​ແມ່ຍິງ ທ່ານ​ນາງ Ma Xiaohong ​ແລະ​ຜູ້​ບໍລິຫານ​ສູງ​ສຸດ​ສາມ​ຄົນ ​ໄດ້​ຖືກ​ກ່າວ​ຫາວາງ​ແຜນ​ຫລົບ​ຫລີກ​ການ​ລົງ​ໂທດ​ຕໍ່​ເກົາຫລີ​ເໜືອຮວມ ທັງອຳນວຍ​ຄວາມ​ສະດວກ ​ໃນ​ການຟອກ​ເງິນ ​ຜ່ານ​ບັນດາ​ສະ​ຖາ​ບັນ​ການ​ເງິນ​ສະຫະລັດ.

ບໍລິສັດ DHID ຍັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ການ​ພົວ​ພັນ​ກັບ​ທະນາຄານ Kwangson ​ທະນາຄານ​ເກົາຫລີ​ເໜືອທີ່​ສົງ​ໄສ​ວ່າ ​ໃຫ້ ການ​ຊ່ວຍ​ເຫລືອ ​ດ້ານ​ການ​ເງິນ ແກ່ໂຄງການ​ອາວຸດນິວ​ເຄລຍ ຂອງ​ພຽງ​ຢາງ. ທ່ານ​ນາງ Ma Xiaohong ​ໄດ້​ຖືກ​ກັກ​ຂັງ​ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ໃນ​ເດືອນ​ແລ້ວ​ນີ້.

ຮອງ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ Mark Toner ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ “ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ສາມາດ​ເຮັດ​ວຽກ​ຮ່ວມມື​ກັບ​ຈີນ ທີ່​ພວກ​ເຮົາ​ເຫັນວ່າ​ເປັນ​ຜົນ​ປະ​ໂຫຍ​ດຂອງພວກ​ເຮົາ ​ເພື່ອກົດ​ດັນໜັກ​ຂຶ້ນ​ແກ່​ເກົາຫລີ​ເໜືອ.”

Dandong, China
Dandong, China

ທ່ານ Toner ກ່າວ​ເພີ້​ມອີກ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ເອົາ​ບົດບາດ “​ເພື່ອ​ຮັກສາ​ກຽດ​ສັກ​ສີ​ຂອງ​ການ​ລົງ​ໂທດ​ທີ່​ໄດ້​ວາງ​ໄວ້​ໂດ​ຍສະຫະ​ປະຊາ​ຊາດ ​ແລະ​ສະຫະລັດ” ​ເມື່ອ​ເກົາ ຫລີ​ເໜືອ​ ​ບໍ່​ຫົວຊາ​ຕໍ່​ພັນທະ​ສາກົນຂອງ​ຕົນ.

ທະນາຄານ Kwangson ​ເຄີຍ​ຖືກ​ລະບຸ​ໂດຍສະຫະລັດ ​ແລະ​ສະຫະ​ປະຊາ​ຊາດ ມາ​ແລ້ວ​ເພື່ອ​ໃຫ້ການ​ບໍລິການ​ດ້ານ​ການ​ເງິນ​ໃນ​ການ​ສະໜັບສະໜູນ​ເກົາຫລີ​ເໜືອ ​ໃນການ​ແຜ່​ຜາຍ​ອາວຸດ​ນິວ​ເຄລຍ.

ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ລາຍງານການທົດລອງນິວເຄລຍຂອງເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ລາຍງານການທົດລອງນິວເຄລຍຂອງເກົາຫລີເໜືອ.

ໃນ​ການ​ປະສານ​ງານ​ກ່ຽວ​ກັບກາ​ນເຄື່ອນ​ໄຫວນີ້ ກະຊວງ​ຍຸຕິ​ທຳ​ໄດ້​ກ່າວ​ຫາ ບັນດາ​ພະ ນັກງານ ບໍລິ​ສັດ Dandong Hongxiang ວ່າ​ ໃຊ້​ທຸລະ​ກິດ​ປອມ​ຫລາຍ​ສິບ​ແຫ່ງ ​ແລະ​ໃຊ້​ບັນຊີ​ທະນາຄານ​ເພື່ອ​ຫລົບ​ຫລີກ​ການ​ລົງ​ໂທດ​ຂອງ ສະຫະລັດກ່ຽວ​ກັບ​ໂຄງການນິວ​ເຄລຍ ​ແລະ​ອາວຸດ​ຂອງ​ເກົາຫລີ​ເໜືອ. ​ໃນ​ຂະ ນະ​ດຽວ​ກັນ ກະຊວງ​ການ​ເງິນສະຫະລັດ​ກໍ​ໄດ້​ກັກ​ຊັບ​ສິນຂອງ​ບໍລິສັດ ​ແລະ​ພະນັກງານ ຮວມທັງ 25 ບັນຊີ​ທະນາຄານ ​ແລະ 21 ບໍລິສັດ​ທີ່ຢູ່​ທາງໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG