ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແກັສລະເບີດ ຢູ່ທີ່ບໍ່ຖ່ານຫີນ ຂອງຈີນ ເຮັດໃຫ້ 18 ຄົນ ເສຍຊີວິດ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ

ເຫດການແກັສລະເບີດ ຢູ່ທີ່ບໍ່ຖ່ານຫີນຂອງຈີນ ໄດ້ເຮັດໃຫ້ມີຢ່າງນ້ອຍ 18 ຄົນ ເສຍຊີວິດ ແລະ ອີກສອງຄົນ ຫາຍສາບສູນ ຫຼັງຈາກອັນທີ່ທາງການຂອງຈີນເອີ້ນວ່າ ກິດຈະກຳ ການ ຂຸດຄົ້ນຖ່ານຫີນທີ່ “ຜິດກົດ ໝາຍ.”

ເຫດການແກັສລະເບີດ ໄດ້ເກີດຂຶ້ນ ເມື່ອຕອນເຊົ້າ ວັນອັງຄານວານນີ້ ຢູ່ທີ່ບໍ່ຖ່ານຫີນ ນ້ອຍໆ ແຫ່ງໜຶ່ງ ໃນເມືອງ Shizuishan ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ ໃນຂະນະທີ່ພວກພະນັກງານຂຸດຄົ້ນຖ່ານຫີນ 20 ຄົນ ກຳລັງເຮັດວຽກ ຢູ່ໃຕ້ດິນ ອິງຕາມ ການລາຍງານ ຈາກອົງການຂ່າວຂອງທາງການຈີນ.

ແຜນທີ່ເຂດ ເມືອງ Shizuishan ຂອງຈີນ
ແຜນທີ່ເຂດ ເມືອງ Shizuishan ຂອງຈີນ

ອົງການຂ່າວ Xinhua ໄດ້ອ້າງອິງເຖິງການສືບສວນສອບສວນໃນເບື້ອງຕົ້ນ ທີ່​ມີການ ຖິ້ມໂທດໃສ່ ການຂຸດຄົ້ນຖ່ານຫີນທີ່ຜິດກົດໝາຍ ສຳລັບເຫດລະເບີດດັ່ງກ່າວ ແຕ່ວ່າ ອົງການຂ່າວຂອງລັດ ບໍ່ໄດ້ໃຫ້ລາຍລະອຽດໃດໆ ຕື່ມອີກ.

ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນວັນພຸດມື້ນີ້ ບັນດາເຈົ້າໜ້າທີ່ທ້ອງຖິ່ນ ໄດ້ ກ່າວວ່າ ບັນດາຜູ້ຕາງໜ້າ ຈາກ ບໍລິສັດ ບໍ່ຖ່ານຫີນ Linli ຈຳກັດ ເຊິ່ງເປັນເຈົ້າຂອງ ບໍ່ ແຫ່ງນັ້ນ ໄດ້ຖືກຄວບຄຸມຕົວໄວ້ ໂດຍເຈົ້າໜ້າທີ່ຕຳຫຼວດ.

ທ່ານ Wu Yuguo ຮອງເຈົ້າຄອງ ເມືອງ Shizuishan ໄດ້ກ່າວວ່າມີແກັສ​ໃນ​ປະລິມານ ຫຼວງຫຼາຍຮວມຕົວ​ກັນ ແລະ ການທີ່ປ່ອງຂຶ້ນລົງ ຂອງບໍ່ຖ່ານຫີນ ພັງລົງ ໄດ້ເຮັດໃຫ້ ການຊ່ອຍເຫຼືອ ຂອງພວກພະນັກງານກູ້ໄພ ຍາກລຳບາກ.

ເຖິງແມ່ນວ່າ ມີສະພາບການທີ່​ເປັນອັນຕະລາຍ ກໍຕາມ ພວກພະນັກ ງານດັບເພີງ ແລະ ພະນັກງານກູ້ໄພພິເສດ ສຳລັບບໍ່ແຮ່ຖ່ານຫີນ ໄດ້ສືບຕໍ່ຄົ້ນຫາພວກພະນັກງານຂຸດຄົ້ນ ຖ່ານຫີນ ສອງຄົນທີ່ຫາຍສາບສູນ ໃນວັນພຸດມື້ນີ້.

ຈີນໄດ້ທຳຄວາມກ້າວໜ້າຢ່າງໃຫຍ່ ໃນການປັບປຸງ ຄວາມປອດໄພໃນດ້ານບໍ່ແຮ່ ແຕ່ບໍ່ ແຮ່ທັງຫຼາຍ ຂອງຈີນ ແມ່ນຍັງ​ເປັນອັນຕະລາຍຫຼາຍທີ່ສຸດ ໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

China Mine Explosion
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG