ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເດັກນ້ອຍຈີນ ທີ່ຖືກເຈາະ ເອົາຕາອອກ ຈະໄດ້ຮັບ ຕາທຽມໃໝ່ (ວີດີໂອ)


china
please wait
Embed

No media source currently available

0:00 0:00:47 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ສື່​ລັດຖະບານ​ຈີນ ກ່າວ​ວ່າ ​ເດັກນ້ອຍ​ອາຍຸ​ຫົກ​ປີ ທີ່​ຖືກ​ເຈາະ​ເອົາ
​ໜ່ວຍ​ຕາ​ອອກ ​ໃນ​ເດືອນ​ແລ້ວ​ນີ້ ອາດໄດ້ຖືກ​ປ້າ​ຂອງ​ລ​າວ​ເອງ
ໂຈມຕີ ຊຶ່ງຜູ້​ທີ່​ໄດ້​ ຂ້​າ​ໂຕຕາຍ​ ໃນ​ເວລາ​ຕໍ່​ມາ​.

ຕໍາ​ຫລວດ​ເຊື່ອວ່າ ນາງ Zhang Huiying ​ໄດ້​ໂຈມ​ຕີ ທ້າວ Guo
Bin ເມື່ອ​ວັນ​ທີ 24 ສິງຫາ ​ໃນ​ຂະນະ​ທີ່​ລາວ​ຫລີ້ນຢູ່ທົ່ງ​ນາ​ໃນເຂດ
​ຊົນນະບົດ ຂ​ອງ​ແຂວງ Shanxi ບ່ອນ​ທີ່​ພໍ່​ແມ່​ຂອງ​ລາວ​ເຮັດວຽກ
ເປັນ​ຊາວນາ.

ບັນດາ​ນັກ​ສືບສວນ ຍັງ​ບໍ່​ທັນ​ໄດ້​ໃຫ້​ສາ​ເຫດ ​ແຕ່​ໄດ້​ລົງ​ຄວາມ​ເຫັນ​ວ່າ ນາງ Zhang ເປັນ​ຜູ້​ທໍາ​ການ​ໂຈມ​ຕີ ​ເພາະວ່າ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນເລື​ອດ ຂອງ​ເດັກນ້ອຍ ​ຕິດ​ຢູ່​ເຄື່ອງນຸ່ງ​ຂອງ​ລາວ.

ຕໍາຫລວດ​ກ່າວ​ວ່າ ລາວ​ໄດ້​ໂຕນ​ລົງ​ນໍ້າສ້າງ ​ແລ້ວ​ຕາຍ​ໃນ​ວັນ​ສຸກ​ແລ້ວ​ນີ້ ຊຶ່ງໄດ້​ນໍາໄປສູ່​ການ​ສີ້​ນສຸດລົງຂອງ​ຄະດີ​ທີ່​ສະ​ຢ​ອງ​ຂວັນ ​ແລະສ້າງຄວາມ​ຕື່ນ​ຕົກ​ໃຈໃຫ້​ແກ່ຫລາຍໆ​ຄົນ​ໃນ​ຈີນ.

ໃນ​ຂັ້ນ​ຕົ້ນ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າເຊື່ອ​ວ່າ ນາງ​ໄດ້​ຄວັກ​ເອົາ​ໜ່ວຍ​ຕາ​ຂອງ
ຫລານ ທີ່ເຂົາ​ເຈົ້າ​ພົບ​ເຫັນ​ຢູ່​ໃກ້ກັບ​ບ່ອນເກີດ​ເຫດນັ້ນ ​ເພື່ອພະຍາຍາມນໍາ​ເອົາແກ້ວຕາ​ໄປ​ຂາຍ​ໃນ​ຕະຫລາດ​ມືດ ​ແຕ່​ຕໍາຫລວດ​ບາງ​ຄົນ ໄດ້ປະຕິ​ເສດ​ຕໍ່​ລາຍ​ງານ​ດັ່ງກ່າວ ​ໃນ​ເວລາຕໍ່​ມາ.

ສື່​ຂອງລັດ​ກ່າວ​ວ່າ ບັນດາ​ນາຍ​ໝໍ​ພາກັນວາງ​ແຜນຈະ​ເອົາ​ຕາ​ປອມ​ຄູ່​ນຶ່ງ​ໃສ່ຄືນ​ໃຫ້​ເດັກນ້ອຍ. ​ແມ່​ຂອງ​ລາວ​ກ່າວ​ວ່າ ຜູ້​ຊ່ຽວຊານ​ຈໍານວນ​ນຶ່ງ​ເຊື່ອ​ວ່າ ​ເຂົາ​ເຈົ້າ​ອາດ​ຈະ
ສາມາດປິ່ນ​ປົວໃຫ້​ລາວ​ມອງ​ເຫັນ​ຄືນ​ໄດ້​ເປັນ​ບາງ​ສ່ວນ ດ້ວຍ​ຕາ​ທຽ​ມນັ້ນ.

ໜັງ​ສີືພິມ China Daily ລາຍ​ງານ​ວ່າ ​ຜູ້​ຊ່ຽວຊານ​ສາຍຕາທີ່ຮົງ​ກົງ ຈໍານວນ​ນຶ່ງ ຈະ​ທໍາການຜ່າຕັດໃຫ້​ເດັກ​ຄົນ​ນັ້ນ ​ໂດຍບໍ່​ຄິດ​ຄ່າ. ຂ່າວ​ຍັງເວົ້າ​ອີກ​ວ່າ ຄອບ​ຄົວ​ຂອງ​ເດັກ
ໄດ້​ຮັບ​ເງິນບໍລິຈາກ ຫລາຍ​ກວ່າ 130,000 ​ໂດ​ລາ.

XS
SM
MD
LG