ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບຈີນ ປະຕິເສດ ຕໍ່ລາຍງານ ຂອງບໍລິສັດ ສຫລ (ວີດີໂອ 2 ເລື້ອງ)


ຈີນ ​ປະຕິ​ເສດຕໍ່​ລາຍ​ງານ ກຸ່ມ​ຮັກສາ​ຄວາມ​ປອດ​ໄພອິນ​ເຕີ​ແນັດ ສະຫະລັດ ​ກ່າວ​ຫາ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ວ່າ ທຳການໂຈມ​ຕີ​ທາງອິນ​ເຕີ​ແນັດ ຕໍ່ເປົ້າໝາຍໃນສະຫະລັດ.
ຈີນ ​ປະຕິ​ເສດຕໍ່​ລາຍ​ງານ ກຸ່ມ​ຮັກສາ​ຄວາມ​ປອດ​ໄພອິນ​ເຕີ​ແນັດ ສະຫະລັດ ​ກ່າວ​ຫາ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ວ່າ ທຳການໂຈມ​ຕີ​ທາງອິນ​ເຕີ​ແນັດ ຕໍ່ເປົ້າໝາຍໃນສະຫະລັດ.
ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ປະຕິ​ເສດຕໍ່​ ລາຍ​ງານຂອງກຸ່ມ​
ຮັກສາ​ຄວາມ​ປອດ​ໄພອິນ​ເຕີ​ແນັດ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ
ສະຫະລັດ ທີ່​ກ່າວ​ຫາ​ວ່າ ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ
​ເປັນ​ຜູ້ທຳ​ການໂຈມ​ຕີ​ທາງອິນ​ເຕີ​ແນັດ “ຢ່າງ​ຕໍ່​ເນື່ອງ” ​ຕໍ່​ເປົ້າ
​ໝາຍ​ຕ່າງໆ ​ຂອງອາ​ເມຣິກາ.

​ຖະແຫລ​ງການ​ສະບັບ​ນຶ່ງຂອງກະ​ຊວງ​ປ້ອງກັນ​ປະ​ເທດຈີນ
ທີ່​ນຳ​ອອກ ​ເຜີຍ​ແຜ່​ໃນ​ວັນ​ພຸດ​ມື້​ນີ້​ກ່າວ​ວ່າ ກອງທັບ​ປົດ​ປ່ອຍ
ປະ​ຊາ​ຊົນ​ຈີນ ບໍ່​ເຄີຍ​ໃຫ້ການ​ສະໜັບ​ສະ​ໜຸນ​ຕໍ່​ການ​ໂຈມ​ຕີ​
ທາງ​ອິນ​ເຕີ​ແນັດ. ຖະ​ແຫລ​ງການ ກ່າວ​ຕື່ມ​ວ່າ ລາຍ​ງານໃນ
ວັນ​ອັງຄານວານ​ນີ້ ຂອງບໍລິສັດ Mandiant “ບໍ່​ໄດ້​ອ້າງ​ອີງ
​ຕາມ​ຄວາມ​ຈິງ” ​ແລະ “ຂາດ​ຫລັກ​ຖານ​ຢັ້ງ​ຢືນ​ດ້ານ​ເທັກ​ນິກ.”


ບໍລິສັດ Mandiant ກ່າວ​ວ່າ ການ​ສືບສວນ​ຂອງ​ຕົນ​ເປີດ​ເຜີ​ຍວ່າ ໜ່ວຍສືບ​ລັບ​ຂອງກອງທັບ​
ປົດ​ປ່ອຍປະ​ຊາ​ຊົນ​ຈີນ ​ແມ່ນ​ຢູ່​ເບື້ອງຫລັງ​ຂອງ​ກຸ່ມ​ທີ່​ທຳ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດເກືອບ
150 ​ຄັ້ງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຊຶ່ງ​ເປົ້າ​ໝາຍ​ສ່ວນ​ຫລາຍ​ແລ້ວ​ແມ່ນ​ຢູ່ໃນສະຫະລັດ
ນັບ​ຕັ້ງແຕ່​ປີ 2006 ​ເປັນ​ຕົ້ນ​ມາ.


ທໍານຽບຂາວ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໂດຍ​ກົງ​ຕໍ່​ລາຍ​ງານ​ດັ່ງ​ກ່າວ
​ແຕ່​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ເອົາ​ບາດກ້າວ​ທີ່​ມີ​ຄວາມ​ຈໍາ​
ເປັນ​ເພື່ອ​ປົກ​ປ້ອງຕາໜ່າງອິນ​ເຕີ​ແນັດຂອງສະຫະລັດ ຈາກ
ການ​ກໍ່​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ ​ແລະ​ກ່າວ​ວ່າ ຕົນ​ໄດ້
​ຍົກ​ເອົາ​ເລື້ອງ​ດັ່ງກ່າວ ​ແຈ້ງ​ໃຫ້ບັນດາ​ຜູ້​ນໍາ​ຈີນຊາບ​ແລ້ວ.

ລັດຖະບານ​ຈີນ ​ໄດ້​ປະ​ຕິ​ເສດ​ແລ້ວ​ວ່າ​ ຕົນ​ບໍ່​ໄດ້​ຢູ່​ເບື້ອງ​ຫລັງ​
ການ​ໂຈມ​ຕີດັ່ງກ່າວ. ​ໃນ​ວັນ​ອັງ​ຄານວານ​ນີ້ ກະຊວງ​ການ​ຕ່າງ
ປະ​ເທດຈີນ​ກ່າວ​ວ່າ ປັກ​ກິ່ງເປັນ​ຜູ້​ເຄາະ​ຮ້າຍ ບໍ່​ແມ່ນ​ຜູ້​ກໍ່​ການ ​ໃນ​ການ​ໂຈມ​ຕີ​ທາງຄອມ​ພິວ
​ເຕີ ​ໂດຍ​ກ່າວ​ວ່າ ກິດຈະກຳ​ໃນ​ທຳນອງ​ນີ້​ ແມ່ນ​ຜິດ​ຕໍ່​ກົດໝາຍ​ຈີນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຈີນ ​ໄດ້​ກ່າວ​ຢໍ້າຕໍ່​ການ​ຢືນ​ຢັດ​ຂອງ​ລັດຖະບານຈີນຕື່ມ​ອີກ ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ເວົ້າວ່າ ຂໍ້​ມູນຂອງ​ຕົນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພະຍາຍາມ​ໂຈມ​ຕີ “ຫລາຍ​ສົມຄວນ” ​ແມ່ນ​ມີ​ຕົ້ນຕໍ່ມາ​ຈາກສະຫະລັດ.

ສະຫະລັດຫາທາງຍັບຍັ້ງ ໄພຂົ່ມຂູ່ທາງອິນເຕີແນັດ:

XS
SM
MD
LG