ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍຈີນ ກຸ່ມໜຶ່ງ ມັກທ່ານທຣ້ຳ ແຮງ


Chinese-Americans Heart Trump, Bucking National Trend
please wait

No media source currently available

0:00 0:02:36 0:00

ບົດສຶກສາຄົ້ນຄວ້າໃໝ່ ທີ່ໄດ້ດຳເນີນການໂດຍ 3 ອົງການຂອງຊາວອາເມຣິກັນ ເຊື້ອ ສາຍເອເຊຍ ໄດ້ສະແດງໃຫ້ເຫັນວ່າ ມີຜູ້ທີ່ເປັນສະ ມາຊິກພັກເດໂມແຄຣັດ ຫຼາຍກວ່າ ພັກຣີພັບບລີກັນເຖິງ 3 ເທົ່າ ໃນບັນດາຊາວອາເມຣິກັນ ເຊື້ອສາຍເອເຊຍ ທີ່ມີສິດອອກ ສຽງເລືອກຕັ້ງ ແລະ ພວກເຂົາ​ເຈົ້າເຫຼົ່ານັ້ນ ນິຍົມທ່ານນາງ Hillary Clinton ຫຼາຍກວ່າ ທ່ານ Donald Trump. ແຕ່ກຸ່ມໜຶ່ງ ທີ່ເອີ້ນວ່າ ຊາວອາເມຣິກັນ ເຊື້ອສາຍຈີນ ເພື່ອ ທ່ານທຣ້ຳ ຫຼື Chinese-Americans For Trump ແມ່ນຕ້ານກັບກະແສ ແລະ ສະໜັບສະໜູນ ນັກທຸລະກິດມະຫາເສດຖີ ຢ່າງ​ແຂງ​ຂັນ. ຜູ້ສື່ຂ່າວ ຂອງວີໂອເອ Elizabeth Lee ​ໄດ້​ພົບ​ກັບພວກເຂົາເຈົ້າ ຢູ່ທີ່ການໂຮມຊຸມນຸມຂອງທ່ານທຣ້ຳ ແລະ ລາຍງານມາຈາກນະຄອນ Anaheim ລັດ California ຊຶ່ງໄຊຈະເລີນສຸກ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນບັນດາພວກທີ່ໄປຮ່ວມການໂຮມຊຸມນຸມດັ່ງກ່າວຫຼາຍຮ້ອຍຄົນ ມັນ ​ເປັນ​ການຍາກ ທີ່ຈະບໍ່ເຫັນພວກເຂົາເຈົ້າ ພວກຊາວອາເມຣິກັນ ເຊື້ອສາຍຈີນ ເພື່ອທ່ານທຣ້ຳ ແລະ ໝົດທຸກຄົນ ປາກົດວ່າ ຢາກຖ່າຍຮູບກັບພວກເຂົາເຈົ້າ.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ແລະ ຜູ້ສະໜັບສະໜູນ ອາເມຣິກັນ ເຊື້ອສາຍເອເຊຍ ຄົນໜຶ່ງ ຍົກມືທັກທາຍ ພວກສະໜັບສະໜູນ ໃນງານໂຮມຊຸມນຸມ ຢູ່ທີ່ ສູນກາງກອງປະຊຸມໃຫຍ່ ໃນນະຄອນ Anaheim, ວັນທີ 25 ພຶດສະພາ 2016.
ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ແລະ ຜູ້ສະໜັບສະໜູນ ອາເມຣິກັນ ເຊື້ອສາຍເອເຊຍ ຄົນໜຶ່ງ ຍົກມືທັກທາຍ ພວກສະໜັບສະໜູນ ໃນງານໂຮມຊຸມນຸມ ຢູ່ທີ່ ສູນກາງກອງປະຊຸມໃຫຍ່ ໃນນະຄອນ Anaheim, ວັນທີ 25 ພຶດສະພາ 2016.

ທ້າວ ຖຽນ ຫວັງ ກ່າວວ່າ “ພວກເຮົາທັງໝົດ ມັກທ່ານທຣ້ຳ. ພວກເຮົາຮູ້ສຶກວ່າ ໃນ ເວລາທ່ານເວົ້າຫຍັງ ມັນກົງໄປກົງມາແທ້ໆ.”

ໃນເວລາ ທ້າວຖຽນ ຫວັງ ຊຶ່ງ​ເປັນ​ຄົນ​ຈາກ​ນະຄອນ Los Angeles ໄດ້ພົບເຫັນວີດີໂອ ຂອງມະຫາເສດຖີພັນລ້ານ ທ່ານດອນໂນລ ທຣ້ຳ ກຳລັງກ່າວຖະແຫລງ ຢູ່ໃນອິນເຕີແນັດ ລາວບໍ່ສາມາດຢຸດເບິ່ງ ຜູ້ສະໝັກ ທີ່ເວົ້າກົງໄປກົງມາ ໄດ້. ທ້າວແວ້ງ ໄດ້ກໍ່ຕັ້ງ ກຸ່ມຊາວ ເອເມຣິກັນ ເຊື້ອສາຍຈີນ ເພື່ອທ່ານທຣ້ຳ ຫຼື Chinese-Americans for Trump ຂຶ້ນມາ ແລະ ໄດ້ຈັດງານຊຸມນຸມ ໂດຍຜ່ານແອັປ ສື່ສັງຄົມຂອງຈີນ WeChat. ກຸ່ມ Chinese-Americans for Trump ໄດ້ຂະຫຍາຍຕົວ​ອອກ ໂດຍມີສະມາຊິກ ​ໃນທົ່ວສະຫະລັດ ປະມານ 2000 ຄົນ.

ທ່ານຫວັງ ເວົ້າວ່າ “ໃນເວລາ ທ່ານໄດ້ຮັບການສະໜັບສະໜູນ ພຽງ ເປີເຊັນດຽວ ໃນ ທົ່ວປະເທດເທົ່ານັ້ນ ພວກເຮົາກໍໄດ້ໜູນຫຼັງທ່ານ ຈົນມາເຖິງປັດຈຸບັນນີ້ ໃນເວລາທ່ານ ເປັນຜູ້ຖືກສະເໜີຊື່ ຈາກພັກຣີພັບບລີກັນ. ພວກເຮົາເຊື່ອວ່າ ທ່ານຈະໄດ້ເປັນປະທາ ນາທິບໍດີ ຢ່າງແນ່ນອນ.”

ໃນຂະນະດຽວກັນ ພວກຄົນບາງສ່ວນ ຈະພັນລະນາເຖິງ ທ່ານທຣ້ຳວ່າ ເວົ້າຊື່ກົງ ແລະ ບໍ່ຖືກຕ້ອງກັບແນວທາງການເມືອງ ຊຶ່ງພວກສະມາຊິກ ຢູ່ໃນກຸ່ມດັ່ງກ່າວເວົ້າວ່າ ພວກ ເຂົາເຈົ້າ ບໍ່ຫົວຊານຳມັນເລີຍ.

ນາງແນນຊີ ຈຽນ ຄົນອາເມຣິກັນເຊື້ອສາຍຈີນ ກ່າວວ່າ “ຂ້ອຍຮູ້ສຶກວ່າ ຂ້ອຍເຂົ້າໃຈ ໃນທ່າທີການເວົ້າຈາ ຂອງທ່ານທຣ້ຳ. ມັນຄ້າຍຄືກັບ ເປັນຜູ້ປົກຄອງ. ພໍ່ຂອງຂ້ອຍ ສ່ວນຫຼາຍໃຊ້ການເວົ້າຈາດ້ວຍນ້ຳສຽງ ປະເພດນີ້ ຕໍ່ພວກເຮົາ ໃນເວລາ ພວກເຮົາ ບໍ່ຟັງຄວາມຂອງເພິ່ນ. ພໍ່ຂອງພວກເຮົາ ຈະຮ້າຍພວກເຮົາ ແຕ່ຂ້ອຍເຊື່ອວ່າ ມັນບໍ່ ແມ່ນບັນຫາອັນໃຫຍ່. ຈຸດສຳຄັນ ໃນເວລາເວົ້າເຖິງເລື້ອງ ແນວຄິດຂອງທ່ານທຣ້ຳ ກ່ຽວກັບວິທີການປົກຄອງປະເທດ ຕາມອັດທະຍາໄສ ຂອງການເປັນຜູ້ປະກອບການ ຂອງທ່ານທຣ້ຳແລ້ວ ທ່ານເປັນຄົນ ທີ່ຈິງ​ຈັງ​ແທ້ໆ.”

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຍົກມືທັກທາຍ ໃນລະຫວ່າງ ງານໂຄສະນາຫາສຽງ ໃນເມືອງ Lawrenceville, ຂອງລັດ New Jersey, ວັນທີ 19 ພຶດສະພາ 2016.
ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຍົກມືທັກທາຍ ໃນລະຫວ່າງ ງານໂຄສະນາຫາສຽງ ໃນເມືອງ Lawrenceville, ຂອງລັດ New Jersey, ວັນທີ 19 ພຶດສະພາ 2016.

ຖະແຫລງການຂອງທ່ານທຣ້ຳ ທີ່ມີຈຸດຢືນ ທີ່ໜຽວແໜ້ນ ລວມທັງ ຄຳເວົ້າທີ່ແຂງແຮງຕໍ່ ຈີນ. ທ່ານໄດ້ເອີ້ນຈີນວ່າ ຈີນເປັນຜູ້ປັບ​ປ່ຽນເງິນຕາຂອງຕົນ. ແຕ່ພວກສະມາຊິກເຫຼົ່ານັ້ນ ກ່າວວ່າ ມັນບໍ່ມີບັນຫາຫຍັງ.

ທ້າວຫວັງ ກ່າວວ່າ “ຂ້ອຍບໍ່ຮູ້ສຶກວ່າ ທ່ານທຣ້ຳ ໄດ້ເວົ້າຫຍັງທີ່ຕໍ່ຕ້ານຈີນ. ທ່ານທຣ້ຳ ໄດ້ເວົ້າຢູ່ເລື້ອຍໆ ວ່າ ‘ຂ້າພະເຈົ້າມັກຈີນ ຂ້າພະເຈົ້າມັກຄົນຈີນ.’ ທ່ານມັກພວກເຮົາ ໄດ້ບໍ່?”

ພວກເຂົາເຈົ້າ ກ່າວວ່າ ພວກເຂົາສະໜັບສະໜູນ ທ່ານທຣ້ຳ ແລະ ພັກຣີພັບບລີກັນ ຍ້ອນ ຄຸນຄ່າຂອງແນວທາງດັ່ງເດີມ ແມ່ນຢູ່ໃນຖັນແຖວກັບ ຄຸນຄ່າແກນຫຼັກ ຂອງຊາວຈີນ.

ນາງວີວ້ຽນ ເຈີນ ສະມາຊິກຂອງກຸ່ມດັ່ງກ່າວ ເວົ້າວ່າ “ການເຮັດໃຫ້ກັນຊາຖືກຕ້ອງຕາມ ກົດໝາຍ ແລະ ການແຕ່ງງານຂອງເພດດຽວກັນຖືກຕ້ອງ ນັ້ນ ແມ່ນບັນຫາທັງໝົດ ທີ່ ພວກເຮົາບໍ່ມັກ ແລະ ພວກເຮົາຕໍ່ຕ້ານມັນ. ໃນເວລາພວກເຮົາມາສະຫະລັດ ສິ່ງທີ່ ສຳຄັນທີ່ສຸດ ສຳລັບພວກເຮົາ ກໍແມ່ນອະນາຄົດຂອງພວກເຮົາ. ເຫດຜົນ ທີ່ພວກເຮົາ ມາ ກໍເພາະວ່າ ມັນເປັນປະຊາທິປະໄຕ ແລະ ອິດສະຫຼະ ເປັນແຜ່ນດິນແຫ່ງໂອກາດ. ຖ້າພວກເຮົາໄປຕາມເສັ້ນທາງນີ້ ແລະ ໝົດທຸກຄົນສູບຊາ ຖ້າພວກເດັກນ້ອຍ ໝົດທຸກ ຄົນເດີນທາງໄປຜິດທາງ ແລະ ກາຍເປັນກະເທີຍ ຕໍ່ຈາກນັ້ນ ມັນກໍຈະວຸ້ນວາຍ?”

ທ້າວຫວັງ ເວົ້າວ່າ “ໂດຍສະ​ເພາະ​ແລ້ວ ກໍແມ່ນເລື້ອງບັນຫາ ຫ້ອງນ້ຳ ສຳລັບຄົນເພດ ດຽວກັນ. ໂອບາມາ ເອີ້ຍ!”

ສະນັ້ນ ໃນຂະນະ ທີ່ພວກເຂົາເຈົ້າ ແມ່ນຢູ່ພາຍໃນກຸ່ມຊາວອາເມຣິກັນ ເຊື້ອສາຍເອເຊຍ ແລະ ຊາວອາເມຣິກັນ ເຊື້ອສາຍຈີນ ທີ່ເປັນຊົນກຸ່ມນ້ອຍ ແລະ ໃນເມື່ອເປັນເລື້ອງຂອງ ຜູ້ໃດ ທີ່ພວກເຂົາເຈົ້າ ຈະສະໜັບສະໜູນ ໃຫ້ເປັນປະທານາທິບໍດີ ຊຶ່ງພວກເຂົາເຈົ້າ ກ່າວວ່າ ທ່ານທຣ້ຳ ແມ່ນເປັນແບບຢ່າງການປ່ຽນແປງ ທີ່ປະເທດຕ້ອງການ ຫຼັງຈາກ ຢູ່ພາຍໃຕ້ການປົກຄອງ ຂອງປະທານາທິບໍດີ ໂອບາມາ ມາໄດ້ 8 ປີແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG