ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຊີ ຍົກຍ້ອງ ຄວາມ​ຜູກ​ພັນ​ ອັນແໜ້ນແຟ້ນ ກັບຄິວບາ (ສະໄລດ໌/ວີດີໂອ)


ປະທານາທິບໍດີຄິວບາ ທ່ານ Raul Castro (ຂວາ) ຈັບມືກັບ ປະທານປະເທດຈີນ ທ່ານ ຊີ ຈິ່ງປິງ ໃນລະຫວ່າງການປະຊຸມ ຢູ່​ທີ່ພະລາດ​ຊະ​ວັງແຫ່ງ​ການປະຕິວັດ ໃນນະຄອນຫລວງ Havana ປະເທດຄິວບາ ເມື່ອວັນທີ 22 ກໍລະກົດ 2014.
ປະທານາທິບໍດີຄິວບາ ທ່ານ Raul Castro (ຂວາ) ຈັບມືກັບ ປະທານປະເທດຈີນ ທ່ານ ຊີ ຈິ່ງປິງ ໃນລະຫວ່າງການປະຊຸມ ຢູ່​ທີ່ພະລາດ​ຊະ​ວັງແຫ່ງ​ການປະຕິວັດ ໃນນະຄອນຫລວງ Havana ປະເທດຄິວບາ ເມື່ອວັນທີ 22 ກໍລະກົດ 2014.

ຜູ້ນຳ​ພັກ​ຄອມມູນິດ​ຈີນ ທ່ານ Xi Jinping ​ໄດ້​ກ່າວຍົກຍ້ອງ
ຄວາມ​ຜູກ​ພັນ​ຂອງປະ​ເທດ​ສັງຄົມ​ນິຍົມ​ດ້ວຍກັນ ລະ​ຫວ່າງ
ປະ​ເທດ​ຂອງ​ທ່ານ ​ແລະຄິວ​ບາ ​ໃນ​ການ​ເລີ້​ມ​ການຢ້ຽມຢາມ​
ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫລວງຮາ​ວາ​ນາ.

ໃນ​ວັນ​ອັງຄານ​ວານວານ​ນີ້ ປະທານ​ປະ​ເທດ​ຈີນ ທ່ານຊີ ​ໄດ້​
ຖືກ​ຕ້ອນ ຮັບດ້ວຍ​ກອງ​ກຽດຕິຍົດ ຢູ່​ທີ່ ພະລາດ​ຊະ​ວັງແຫ່ງ
​ການປະຕິວັດ ​ບ່ອນ​ທີ່​ທ່ານ ​ໄດ້​ພົບປະ​ ກັບປະທານາທິບໍດີ
ຄິວບາ ທ່ານ Raul Castro.

ທ່ານ Castro ​ໄດ້ກ່າວວ່າ ຄວາມ​ສຳພັນລະຫວ່າງປະເທດ
​ຂອງ​ທ່ານ ກັບຈີນ ແມ່ນ “ຢູ່​ໃນ​ຊ່ວງ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ.” ທ່ານ ຊີ ຍັງ​ໄດ້
​ສັນລະ​ເສີນ ຄວາມ​ສຳພັນ​ໃນຫຼາຍໆ​ດ້ານກັບ​ຄິວ​ບາ.

ທ່ານ ຊີ ຍັງ​ໄດ້​ພົບປະເປັນເວລາສັ້ນໆ ​ກັບ​ຜູ້ນຳປະຕິວັດ ​ແລະ​ອະດີດ​ປະທານາທິບໍດີຜູ້​
ສູງ​ອາ​ຍຸ ທ່ານ Fidel Castro ​ຂະນະ​ທີ່​ທ່ານເລີ້ມຕົ້ນ​ການຢ້ຽມຢາມປະເທດດັ່ງກ່າວ ເປັນເວລາ 2 ມື້.

ຜູ້ນຳຈີນ ຢ້ຽມຢາມ ອາເມຣິກາ ລາຕິນ

ການ​ເດີນທາງ​ຢ້ຽມຢາມ​ໃນ​ຄັ້ງນີ້ ​ແມ່ນ​ໝາຍ​ເຖິງ​ການ​ຂະຫຍາຍ ສາຍ​ພົວພັນ​ທາງດ້ານ​
ການ​ເມືອງ ລະຫວ່າງ​ພັນທະ​ມິດ​ທັງ​ສອງ​ປະ​ເທດ ​ແລະ ​ເສີມຂະຫຍາຍ ການ​ລົງທຶນ​ຂອງ
​ຈີນ ​ໃນ​ຄິວ​ບາອີກ​ດ້ວຍ.

ຈີນ ​ເປັນ​ເຈົ້າໜີ້​ສາກົນລາຍໃຫຍ່ສຸດ​ ຂອງປະ​ເທດຄິວ​ບາ​ ​ແລະ ​ເປັນຄູ່​ການ​ຄ້າ​ລາຍ​ໃຫຍ່
ອັນ​ດັບສອງ​ ​ຮອງຈາກເວ​ເນ​ຊູ​ເອລາ.

​ໃນ​ວັນ​ພຸດ​ມື້​ນີ້ ທ່ານ ຊີ ຈະ​ເດີນທາງ​ໄປ​ເມືອງ Santiago de Cuba ຊຶ່ງ​ໄດ້​ຖືກ ລົມ​ພາຍຸ​
Sandy ພັດຖະຫຼົ່ມຢ່າງ​ໜັກ​ໃນ​ປີ 2012 ທີ່ຜ່ານ​ມາ.

ປະ​ເທດ​ຄິວ​ບາ ​ເປັນ​ບ່ອນຢຸດແວ່ແຫ່ງ​ສຸດ​ທ້າຍ ​ໃນ​ການ​ເດີນທາງ​ຢ້ຽມ ຢາມ​ສີ່​ປະ​ເທດ
ໃນອາ​ເມຣິກາ​ລາຕີ​ນ ຂອງ​ຜູ້ນຳຈີນ​ ຊຶ່ງ​ບາງປະເທດນັ້ນ ບໍ່ໄດ້ຮັບຄວາມສົນໃຈ ຈາກ
ພວກ ນັກລົງທຶນສະຫະລັດ.

ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ໃນ​ຄັ້ງນີ້ ຍັງລວມທັງ ​ເວ​ເນ​ຊູ​ເອລາ ອາ​ເຈັນ​ຕີ​ນາ ​ແລະ
ບຣາຊີ​ລ.

CHINA CUBA VOSOT
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG