ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ຈີນ ທີ່ຍິ້ມຫົວ ຕອນໄປເບິ່ງອຸບັດຕິເຫດ ຖືກຕັດສິນຈໍາຄຸກ 14 ປີ (ວີດິໂອ)


ທ່ານ Yang Dacai (ກາງ), ອະດີດຫົວໜ້າຝ່າຍຄວາມປອດໄພ ຂອງແຂວງ ຊານຊິ ທີ່ໄດ້ຮັບສົມຍາວ່າ "ອ້າຍ ໂມງ" ຍ້ອນທ່ານມັກໃສ່ໂມງລາຄາແພງເກີນຖານະ, ຢືນລໍຟັງຄໍາຕັດສິນຂອງສານ, ວັນທີ 5 ກັນຍາ 2013.
ທ່ານ Yang Dacai (ກາງ), ອະດີດຫົວໜ້າຝ່າຍຄວາມປອດໄພ ຂອງແຂວງ ຊານຊິ ທີ່ໄດ້ຮັບສົມຍາວ່າ "ອ້າຍ ໂມງ" ຍ້ອນທ່ານມັກໃສ່ໂມງລາຄາແພງເກີນຖານະ, ຢືນລໍຟັງຄໍາຕັດສິນຂອງສານ, ວັນທີ 5 ກັນຍາ 2013.
​ເຈົ້າ​ໜ້າ​ທີ່​ຈີນ ຜູ້​ທີ່​ໄດ້​ກໍ່​ບັນຫາ​ຂັດ​ແຍ້​ງລະດັບ​ຊາດ​ຂຶ້ນ ​ໃນ​ຕອນ
​ທີ່​ມີ​ຮູບ​ແຜ່​ອອກ​ມາ ທີ່​ສະ​ແດງ​ໃຫ້​ເຫັນ​ຜູ້ກ່ຽວຍິ້ມ​ຫົວ ​ໃນ​ຂະນະ
​ທີ່​ໄປ​ເບິ່ງ​ບ່ອນ​ເກີດ​ອຸບັດ​ເຫດ​ລົດ​ເມ​ຂ້ວມຮ້າຍ​ແຮງ​ເຖິງ​ຕາຍ​ນັ້ນ ​
ໄດ້​ຖືກ​ຕັດສິນ​ໂທດ​ຈໍາ​ຄຸກ 14 ປີ ​ໃນ​ຄະດີ​ສໍ້​ລາດ​ບັງ​ຫລວງ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການຈີນ​ລາຍ​ງານ​ວ່າ ສານໃນ​ພາກ
​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ​ໄດ້​ລົງ​ຄວາມ​ເຫັນໃນ​ວັນ​ພະຫັດ​ມື້​ນີ້
ວ່າ ທ່ານ Yang Dacai ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ກິນ​ສິນ​ບົນ ​ແລະ​ມີ
​ຊັບ​ສິນ​ໃນ​ຈໍາ​ນວນຫລວງຫລາຍ ທີ່​ຜູ້ກ່ຽວ​ບໍ່​ສາມາດ​ບອກ​ໄດ້​ວ່າ
ມາຈາກ​ໃສ.

ທ່ານ​ຢັງ ຊຶ່ງ​ບໍ່​ໄດ້​ໂຕ້​ແຍ້​ງຕໍ່​ຂໍ້​ຫາ​ນັ້ນ ຍັງ​ຖືກ​ປັບ​ໄໝ​ອີກ 8 ພັນ​ໂດ​ລ່າ.

ອະດີດ​ຫົວໜ້າ​ຝ່າຍ​ຄວາມ​ປອດ​ໄພ​ໃນ​ແຂວງ Shanxi ທ່ານ​ນີ້ ​ໄດ້ມີ​ຊື່​ສຽງ​ເນົ່າ​ເໝັນ​ຂຶ້ນມາ
ຫລັງ​ຈາກ​ທີ່​ມີ​ພາບ​ແຜ່​ອອກ​ມາ ທີ່​ສະແດງ​ໃຫ້​ເຫັນ​ທ່ານ​ຍິ້ມ​ຫົວ​ປາກ​ກ້ວາງ ​ໃນ​ຂະນະທີ່
​ໄປ​ສໍາ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ ຈາກ​ອຸບັດ​ຕິ​ເຫດ​ລົດ​ເມບັ້ນ​ນຶ່ງ ​ເມື່ອ​ປີ​ກາຍ​ນີ້ ທີ່​ສົ່ງຜົນ​
ໃຫ້​ມີ 36 ຄົນ​ເສຍ​ຊີວິດ.

ຜູ້​ຊົມ​ໃຊ້​ອິນ​ເຕີ​ແນັດ​ຈໍານວນ​ນຶ່ງ ​ໄດ້​ສັງ​ເກດ​ເ​ຫັນ​ທ່ານ​ຢັງ​ ໃສ່​ໂມງ​ຫລູຫລາ​ລາຄ​າ​ແພງ
ຢູ່​ໃນ​ຮູບ​ນັ້ນ ​ແລະ​ກໍ​ໄດ້​ຊອກ​ຄົ້ນ​ເບິ່ງ​ຮູບ​ອື່ນໆ​ຂອງ​ຜູ້ກ່ຽວທີ່​ໃສ່​ໂມງໜ່ວຍ​ອື່ນໆ ​ທີ່​ເບິ່ງ
​ຄື​ວ່າ​ມີລາຄາ​ແພງ​ເກີ​ນຖານະ​ຂອງ​ຜູ້ກ່ຽວ ທີ່​ເປັນ​ເຈົ້າ​ໜ້າ​ທີ່​ເງິນ​ເດືອ​ນປານ​ກາງ​ນັ້ນ.

ທ່ານ​ຢັງ ທີ່​ຖືກ​ຂະໜານ​ນາມ​ວ່າ “Brother Watch” ຫລືອ້າຍ​ໂມງນັ້ນ ​ໄດ້​ຖືກ​ປົດ​ອອກ​
ຈາກ​ຕໍາ​ແໜ່​ງ ໃນ​ເວລາ​ຕໍ່ມາ ໂດ​ຍຄະນະ​ກໍາມະການ​ລະບຽບ​ວິ​ໄນ​ຂອງ​ພັກຄອມ​ມິ​ວນິສ
ຈີນ ທີ່​ໄດ້​ຕິຕຽນ​ຜູ້ກ່ຽວ ຍ້ອນ​ການ​ຍິ້ມ​ຫົວ​ຢ່າງ​ບໍ່​ເໝາະ​ສົມ​ກັບ​ກາລະເວລາແລະ​ສະຖານ
​ທີ່ຂອງ​ຜູ້ກ່ຽວນັ້ນ.

ເຖິງແມ່ນໄດ້ຖືກປົດຈາກຕໍາແໜ່ງ ແລະປະເຊີນກັບການຖືກຂັງຄຸກຫລາຍປີກໍຕາມ ພາບໃນໂທລະພາບຂອງລັດ ກໍສະແດງໃຫ້ເຫັນພາບທ່ານຢັງຍິ້ມ ໃນຂະນະທີ່ຢືນຟັງ
ຄໍາຕັດສິນຂອງສານ ໃນວັນພະຫັດມື້ນີ້.

CHINA CORRUPTION VO.mov
please wait

No media source currently available

0:00 0:00:46 0:00
XS
SM
MD
LG