ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານ ຫູ ຈິນເຖົາ ກ່າວເຕືອນ ກ່ຽວກັບບັນຫາ ສໍ້ລາດບັງຫຼວງ (ສະໄລດ໌ກັບວີດີໂອ)


ທ່ານ ຫູ ຈິນເຖົາ ປະທານປະເທດຈີນ
ທ່ານ ຫູ ຈິນເຖົາ ປະທານປະເທດຈີນ
ປະທານປະ​ເທດ​ຈີນທ່ານ ຫູ ຈິນ​ເຖົາ ທີ່​ກໍາລັງ​ຈະ​ພົ້ນ​ຕໍາ​ແໜ່​ງ ​ໄດ້​ເຕືອນ ​ວ່າ ບັນຫາການ​ສໍ້​ລາດ​ບັງຫຼວງ​ອາດ​ພິສູດ​ໃຫ້​ເຫັນ​ວ່າ​ເປັນອັນຕະລາຍຫຼາຍທີ່​ສຸດ ຕໍ່​ການ​ກໍາ​ອໍາ​ນາດ​ຢ່າງ​ໝັ້ນຄົງ​ຂອງ​ພັກ​ຄອມ​ມີ​ວນີສໄດ້ ​ໃນ​ຂະນະ​ທີ່​ທ່ານກ່າວຄຳ​ໄສ ​ໄຂ​ກອງ​ປະຊຸມໃຫຍ່​ທີ່​ສຳຄັນຂອງ​ພັກ​ຄອມ​ມິ​ວນິສ ທີ່​ຈະ​ເປັນ​ສິ່ງ​ນໍາ​ທາງບັນດາ​ຜູ້ນໍາ​ຈີນ​ຄົນ​ລຸ້ນ​ໃໝ່.

ທ່ານ​ຫູ ຈີນເຖົາ ກ່າວ​ວ່າ :
“ການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ແລະ​ສ້າງ​ລັດຖະບານ​ທີ່​ຊື່ສັດ​ແລະເຕັມ​ໄປ​ດ້ວຍ​ຄວາມ​ບໍລິສຸດນັ້ນ ຄື​ທ່າ​ທີທີ່​ແຈ້ງຂາວ ທີ່​ພັກ​ຄອມ​ມີ​ວນີສມີ​ພາລະ​ຕ້ອງ​ປະຕິບັດ​ຕາມ ​ແລະ​ເປັນ​ບັນຫາ​ທາງດ້ານ​ການ​ເມືອງ​ທີ່​ສໍາຄັນ ທີ່​ປະ ຊາຊົນ​ພາກັນ​ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ມາ​ຕະຫຼອດນັ້ນ. ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ສາມາດ​ແກ້​ໄຂບັນຫາ​ການ​ສໍ້​ລາດ​ບັງຫຼວງນີ້​ໄດ້​ແລ້ວ ມັນ​ອາດ​ຈະສ້າງ​ຄວາມ​ຫາ​ຍະ​ນະ​ ​ໃຫ້ແກ່ພັກ​ຄອມ​ມີ​ວນີສ​ໄດ້ ຫຼື​ແມ່ນ​ແຕ່ເຮັດ​ໃຫ້​ພັກ​ ​ແລະ​ລັດເພພັງ​ຍຸບ​ສະຫຼາຍ​ລົງໄປ​ໄດ້.”

​ໃນ​ການ​ກ່າວ​ຄໍາປາ​ໄສ​ຕໍ່​ຜູ້ຕາງຫຼາຍກວ່າ 2,000 ຄົນ ຢູ່​ພາຍ​ໃນ​ຫໍ​ສາລາ​ປະຊາ​ຊົນ​ຈີນທີ່​ໃຫຍ່​ຫລູຫລາ​ ​ໃນ​ນະຄອນ​ປັກ​ກິ່ງນັ້ນ ປະທານ ຫູ ຈິນ​ເຖົາ ກ່າວ​ວ່າ ພັກ​ຄອມ​ມີ​ວນີສ ຈະ​ຕ້ອງ​ປະຕິບັດ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າໝົດ​ທຸກ​ຄົນ​ມີ​ຄວາມ​ສະ​ເໝີ​ພາບກັນ​ພາຍ​ຢູ່​ຕໍ່ໜ້າກົດໝາຍ.



ປະທານ​ຫູ ຈີີນ​ເຖົາ ບໍ່​ໄດ້​ເອີ່ຍ​ເຖິງ ທ່ານ ​ໂບ ຊີໄຫຼ ນັກ​ການ​ເມືອງ​ອາວຸ​ໂສ ທີ່​ຖືກ​ປົດຈາກ​ຕໍາ​ແໜ່​ງ ຊຶ່ງ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ຮັບ​ເງິນ​ສິນ​ບົນ​ຈໍານວນ​ມະຫາ​ສານ ​ແລະ​ໄດ້​ປົກ​ປິດ​ເລຶ່ອງການ​ພົວພັນ​ຂອງ​ພັນ​ລະ​ຍາ​ຂອງ​ທ່ານ ​ໃນການ​ຄາດ​ຕະກໍາ​ນັກທຸລະກິດ​ຊາວ​ອັງກິດ​ຄົນ​ນຶ່ງ ​ທີ່​ຜ່ານ​ມາ​ນັ້ນ. ຄະ​ດີ​ດັ່ງກ່າວ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ເຈົ້າໜ້າ​ທີລະ​ດັບ​ສູງ​ແລະ​ໄດ້ເກີດ​ການ​ສັ່ນ​ຄອນ​ແຕກ​ແຍກ​ກັນ​ຢ່າງ​ໃຫຍ່​ພາຍ​ໃນ​ພັກ.

​ໃນ​ລະຫວ່າງ​ກອງ​ປະຊຸມໃຫຍ່ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມີ​ວນີສ​ເປັນ​ເວລາ ນຶ່ງ​ອາທິດ​ນັ້ນ ທ່ານ​ຫູ ​ທີ່ຄາດ​ວ່າ​ ຈະລາ​ອອກ​ຈາກ​ໜ້າທີ່ເປັນ​ປະທານປະ​ເທດ​ແລະ​ມອບ​ຕໍາ​ແໜ່​ງ ດັ່ງ ກ່າວ​ໃຫ້​ແກ່​ທ່ານ ຊີ ຈິນຜິ​ງ ທີ່​ຈະ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນປະທານປະ​ເທດ​ຕໍ່​ໄປ​ໃນ​ເດືອນ​ມີນາ​ປີໜ້າ​ນີ້. ບັນດາ​ຜູ້​ນໍາ​ໜ້າ​ໃໝ່ຂອງ​ຈີນຈະ​ປະ​ເຊີນ​ກັບຄວາມ​ໂກ​ດ​ແຄ້ນ​ຂອງ​ມະຫາ ຊົນຢ່າງ​ໃຫຍ່​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ກ່ຽວກັບ​ບັນຫາ​ການ​ສໍ້​ລາດ​ບັງຫຼວງຂອງ​ເຈົ້າໜ້າ​ທີ່​ຈີນ​ທີ່​ຮ້າຍ​ແຮງ​ລົງ​ໄປ​ເລື້ອຍໆ ​ແລະ​ຊ່ອງ​ວ່າງ​ຄວາມ​ຫຼຸດ​ໂຕນ ລະຫວ່າງ​ຄົນ​ຮັ່ງ​ແລະ​ຄົນ​ທຸກ​ຈົນ ​ທີ່​ກໍາລັງ​ຂະຫຍາຍວົງກວ້າງ​ອອກ​ໄປ​ນັບ​ມື້​ນັ້ນ.

ກອງ​ປະຊຸມໃຫຍ່​ທີ່​ສຳຄັນຂອງ​ພັກ​ຄອມ​ມິ​ວນິສຄັ້ງ​ນີ້ ທາງ​ການ​ຈີນ​ໄດ້​ວາງ​ການ​ຮັກສາ ຄວາມ​ປອດ​ໄພ​ຢ່າງ​ແໜ້ນໜາ ຢູ່​ບໍລິ​ເວນ​ເຂດ​ໃຈກາງ​ນະຄອນ ຫຼວງປັກ​ກິ່ງ.

China’s New Leaders Face the Rise of the Individual
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG