ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄພນໍ້າຖ້ວມ ທີ່ຈີນ ແລະເກົາຫລີເໜືອ


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ 4 ຄົນ​ເສ​ຍຊີວິດ​ແລະ​ຫລາຍ​ໝື່ນ​ຄົນໄດ້​ຖືກອົບ​ພະຍົບໜີຈາກ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ ​ຫລັງຈາກ ຝົນຕົກ​ໜັກ​ພາ​ໃຫ້​ແມ່​ນໍ້າ Yalu ຖ້ວມ​ລົ້ນ​ຝັ່ງ​.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຜົວ​ເມຍ​ຄູ່ນຶ່ງ​ ໃນໄວ 70 ປີແລະ​ແມ່​ກັບລູກ​ຊາຍຢູ່​ໃນ​ເມືອງ Dandong ເສຍ​ຊີວິດ​ໄປ​ ເວລາ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ຖືກ​ນໍ້າ​ພັດ​ໄຫລ​ໜີໄປ.

ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 94 ພັນ​ຄົນ​ໄດ້​ຖືກ​ອົບ​ພະຍົບອອກໄປ ຈາກເມືອງ​ດັ່ງກ່າວ.

ສູນ​ກາງ​ພະຍາກອນ​ອາກາດ​ແຫ່ງ​ຊາດ​ເຕືອນ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຄາດ ວ່າ​ຝົນ​ຈະ​ຕົກ​ແຮງຕື່ມ​ອີກ​ຢ່າງ​ນ້ອຍ 24 ຊົ່ວ​ໂມງ ໃນ​ຂົງ​ເຂດ​ດັ່ງກ່າວ.

ສ່ວນ​ຢູ່​ທີ່​ເກົາຫລີ​ເໜືອ​ນັ້ນ ອົງການ​ຂ່າວ KCNA ຂອງ​ທາງ​ການ​ລາຍ​ງານ​ວ່າ ​ເກີດ​ຄວາມ ເສຍ​ຫາຍ​ຢ່າງ​ໜັກ​ໃນ​ເມືອງ Sinuiju ຢູ່ກົງກັນ ຂ້າມກັບ​ເມືອງ Dandong ຂອງ​ຈີນ​ນັ້ນ. ອົງການ​ຂ່າວ​ດັ່ງກ່າວ​ເວົ້າ​ວ່າ ໂຕເມືອງ​ແລະປະຊາ​ຄົມກະ​ເສດ​ແຫ່ງ​ຕ່າງໆ​ໃນ​ເຂດ​ອ້ອມ​ແອ້ມ​ ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ​ແລະ​ວ່າພວກ​ທະຫານ​ແລະ​ພົນລະ​ເຮືອນ​ໄດ້​ຮ່ວມ​ກັນປະກອບ ສ່ວນ​ໃນ​ຄວາມ​ພະຍາຍາມ​ຊ່ອຍ​ກູ້​ໄພ​ໃນ​ຄັ້ງ​ນີ້.

ສື່​ມວນ​ຊົນ​ຂອງທາງ​ການ​ເກົາຫລີ​ເໜືອ​ກ່າວວ່າ ​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 5 ພັນ​ຄົນ ໄດ້​ຖືກ​ອົບ​ພະຍົບອອກ​ຈາກເຂດ​ດັ່ງກ່າວ.

XS
SM
MD
LG