ລິ້ງ ສຳຫລັບເຂົ້າຫາ

ພວກໂຮງງານໃນຈີນຊອກຫາຖານຜະລິດທີ່ຖືກກວ່າ

  • ສິງ ບູຣົມມະວົງ

ການ​ປັບ​ຄ່າ​ເງິນ​ຢວນ​ຂອງ​ຈີນ​ໃໝ່​​ ແລະ​ການ​ຂຶ້ນ​ຄ່າ​ຈ້າງເງິນ​ເດືອນ​ຫວ່າງ​ໄວໆ​ມາ​ນີ້ ​ກຳລັງສ້າງ​ຄວາມ​ກົດ​ດັນ​ຫລາຍ​ຂຶ້ນ​ຕໍ່​ພວກ​ໂຮງ​ຈັກໂຮງງານ​ໃນ​ພາກ​ໃຕ້ ທີ່ປັນ​ສູນ​ກາງ​ສິນຄ້າສົ່ງ​ອອກຂອງຈີນ​ນັ້ນ. ຜູ້​ສື່​ຂ່າວ ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ຮ່ອງ​ກົງ​ວ່າ ພວກ​ໂຮງງານ​ຕ່າງໆ​ໃນ​ ຮ່ອງ​ກົງ​ ພາກັນ​ຍົກຍ້າຍ​ເຂົ້າ​ໄປ​ຍັງ​ແຜ່ນດິນ​ໃຫຍ່ ​ແລະບາງ​ໂຮງງານ​ກໍ​ ຍົກຍ້າຍ​ອອກ​ຈາກ​ຈີນ​ໄປ.

ຄື​ກັນ​ກັບ​ທີ່ພວກ​ໂຮງ​ຈັກ​ໂຮງງານ​ຕ່າງໆ​ໃນ​ຮ່ອງ​ກົງ ພາກັນອັດ​ລົງແລະຍົກຍ້າຍ​ເຂົ້າ​ໄປ​ຕັ້ງ​ຢູ່​ໃນ​ແຂວງ​ກວາງຕຸ້ງ​ຂອງ​ຈີນ​ ໃນ​ຊຸມ​ປີ 1980 ​ເພື່ອ​ປະຢັດ​ຄ່າໃຊ້​ຈ່າຍລົງນັ້ນ ມາ​ບັດ​ນີ້ ພວກ​ໂຮງ​ຈັກ​ໂຮງງານ​ໃນ​ພາກໃຕ້​ຂອງ​ຈີນ ກໍ​ກຳລັງ​ຊອກ​ຫາ​ຖານ​ຜະລິດໃໝ່​ທີ່ສິ້ນເປືອງຄ່າ ໃຊ້ຈ່າຍໜ້ອຍ​ລົງ.”
ທ່ານ Cliff Sun ປະທານ​ສະມາ​ພັນ​ອຸດສາຫະກຳ​ຮອງ​ກົງ ຊຶ່ງ​ເປັນ​ອົງ​ການຈັດຕັ້ງ​ທ່ີ​ເປັນ​ຕົວ​ແທນ 3 ພັນ​ບໍລິສັດ ຊຶ່ງສ່ວນໃຫຍ່​ມີໂຮງ​ຈັກໂຮງ ງານ​ຕັ້ງ​ຢູ່​ໃນ​ຈີນ ກ່າວ​ວ່າຄ່າ​ໃຊ້​ຈ່າຍ​ຢູ່ໃນ​ເຂດ​ສູນ​ກາງ​ຜະລິດສິນຄ້າສົ່ງ​ ອອກໃນພາກ​ໃຕ້​ຂອງ​ຈີນນັ້ນ​ ກຳລັງ​ເພ່ີມ​ຂຶ້ນ​ນັບ​ມື້ ຊຶ່ງ​ທ່ານ Sun ກ່າວ​ຊີ້ແຈງ​ວ່າ :
“ການຖີບຕົວສູງຂຶ້ນຂອງຄ່າແຮງງານ ແມ່ນສົ່ງຜົນກະທົບອັນສຳຄັນຕໍ່ ວົງການທຸລະກິດຂະໜາດນ້ອຍແລະຂະໜາດປານກາງ ເນຶ່ອງຈາກວ່າ ຄາລາການຜະລິດສູງຂຶ້ນ. ເມື່ອໃດພວກທຸລະກິດເຫລົ່ານີ້ຕ້ອງແຂ່ງຂັນ ກັບພວກໂຮງງານອື່ນໆຢູ່ໃນຈີນແຜ່ນດິນໃຫຍ່ແລ້ວ ​ແລະຖ້າຫາກວ່າ ຄ່າການຜະລິດຖີບຕົວສູງຂຶ້ນໄປເລື້ອຍໆ ກໍໝາຍຄວາມວ່າພວກລູກຄ້າ ທັງຫລາຍ ຈະສັ່ງເຄື່ອງຈາກ​ເຂົາ​ເຈົ້າໜ້ອຍລົງ.
ລັດຖະບານ​ແຂວງ​ກວາງຕຸ້ງ​ໄດ້​ຂຶ້ນ​ອັດຕາຄ່າ​ຈ້າງ​ທີ່ຕ່ຳ​ສຸດ21 ເປີ​ເຊັນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້. ການ​ນັດ​ຢຸດ​ງານ​ຂອງ​ພວກ​ແຮງງານ​ທີ່ໂຮງງານ​ຜະລິດ​ລົດ​ໂຕ​ໂຢຕາ ​ແລະ​ລົດ​ຮອນ​ດາ​ໃນ​ຫວ່າງ​ບໍ່​ເທົ່າໃດ​ສັບ ປະດາ​ຜ່ານ​ມາ​ນີ້​ ​ແຮ່ງ​ເພີ່ມ​ຄວາມ​ກົດ​ດັນ​ຂຶ້ນ​ອີກ​ກ່ຽວ​ກັບຄ່າ​ຈ້າງ​ເງິນ​ເດືອນ​ນັ້ນ.
ແລະ​ໃນ​ເດືອນ​ຜ່ານ​ມາ​ນີ້ ຈີນ​ຊໍ້າພັດປ່ອຍໃຫ້ເງີນຢວນຂອງຕົນ​ແຂງ​ ຄ່າຂຶ້ນ​ ໃນ​ການ​ແລກປ່ຽນ​ກັບ​ເງິນ​ດອນ​ລາ​ສະຫະລັດ ​ເປັນເທື່ອ​ທຳ​ອິດ​ ໃນຮອບ​ເກືອບ​ຮອດ 2 ປີຜ່ານມາ ຊຶ່ງ​ການ​ກະທຳ​ທ່ີ​ວ່າ​ນີ້​ເຮັດ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ ມີ​ລາຄາແພງ​ຂຶ້ນ​ອີກ​ຢູ່ໃນ​ຕ່າງປະ​ເທດ​.
ທ່ານ Sun ຄາດ​ວ່າ ພວກ​ໂຮງ​ຈັກ​ໂຮງງານ​ຢ່າງ​ນ້ອຍ 3 ພັນ​ແຫ່ງ​ໃນ​ຂົງ​ເຂດແຂວງ​ກວາງຕຸ້ງ ທີ່​ຍັງ​ຄົງ​ຕົກ​ຢູ່​ໃນ​ສະພາວະ​ດິ້ນຮົນ​ຍ້ອນ​ວິ​ກິດ ການ​ດ້ານ​ການ​ເງິນ​ຂອງ​ໂລກ​ນັ້ນ ຈະ​ເອົາ​ໂຕ​ບໍ່ລອດ ຊຶ່ງ​ທ່ານກ່າວ​ວ່າ
“ມັນບໍ່ແມ່ນເລຶ່ອງທີ່​ເຮັດ​ໄດ້ງ່າຍໆ.ສະມາຊິກຂອງພວກເຮົາບາງບໍລິສັດ​ກໍ​ກຳລັງປັ​ບ​ໂຕ​ໂດຍ​ການ​ຜະລິດ​ສິນ​ຄ້າອື່ນໆນຳ ​ແລະຍ້າຍ​ຖານ​ຜະລິດ ຕົວຢ່າງເຊັ່ນ ຍ້າຍຖານຜະລິດທີ່ຕັ້ງຢູ່ ເມືອງ Shenzhen ​ແລະ​ພາກ ສ່ວນ​ທີ່​ໃຊ້ແຮງງານໜັກ ເຂົ້າໄປຢູ່ໃນເຂດແຂວງໄກ້ຄຽງ ເຊັ່ນແຂວງ Jiangxi, Hunan ແລະ Sichuan. ຖ້າເຮັດຢ່າງນັ້ນໄດ້ ຢ່າງນ້ອຍ ພວກເຂົາເຈົ້າກໍຈະຢູ່ລອດ.”
ລັດຖະບານ​ກຸງ​ປັກ​ກິ​ງ​ໄດ້​ທຳ​ການ​ຊຸກຍູ້​ມາໄລຍະ​ນຶ່ງ​ແລ້ວ ​ເພື່ອໃຫ້​ພວກ​ສົ່ງ​ອອກ​ສິນຄ້າ​ ຍົກຍ້າຍເຂົ້າໄປ​ຍັງ​ຂົງ​ເຂດ​ທ່ີ​ທຸກ​ຍາກ​ທີ່ຢູ່ເລີກ​ເຂົ້າ​ໄປ​ໃນຝັ່ງນັ້ນ ອັນ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ເຮັດ​ໃຫ້​ຄວາມ​ແຕກ​ໂຕນ​ຂອງ​ລາຍ​ໄດ້​ໃນເຂດຊົນນະບົດ​ແລະ​ເຂດ​ເທດສະບານ​ແຄບ​ເຂົ້າ.
ແຕ່​ພວກ​ໂຮງງານ​ທີ່ຢູ່ເລິກ​ເຂົ້າ​ໄປ​ໃນຝັ່ງ ກໍອາດ​ຈະ​ປະ​ເຊີນ​ກັບ​ບັນ
ຫາ​ອື່ນໆ. ທ່ານ Kevin Lau ນັກ​ເສດຖະສາດ​ປະຈຳ​ຂົງ​ເຂດ​ຂອງ ທະນາຄານ Standard Chartered Bank ກ່າວ​ວ່າ ​ເວລາ​ພວກ ໂຮງງານ​ຍົກຍ້າຍເຂົ້າ​ໄປ​ໃນເຂດ​ເລີກ​ເຂົ້າ​ໄປ​ໃນ​ຝັ່ງ ບ່ອນ​ທ່ີ​ຄ່າ​ຈ້າງ ​ຖືກ​ລົງ​ນັ້ນ ພວກ​ສະໜອງ​ວັດຖຸ​ໃຫ້​ເຂົາ​ເຈົ້າອາດ​ຈະ​ບໍ່ເຮັດນຳ​ໄດ້. ທ່ານ Lau ກ່າວ​ວ່າ :
“ແຜນຜັງຂອງພວກຫົວເມືອງໃຫຍ່ນ້ອຍຫລາຍໆແຫ່ງ ທີ່ມີໂຮງງານ ຜະລິດນັ້ນ ກໍແມ່ນວ່າປົກກະຕິແລ້ວ ພວກໂຮງງານຜະລິດລາຍໃຫຍ່ໆ ຈະຫ້ອມລ້ອມດ້ວຍພວກບໍລິສັດຈຳໜ່າຍວັດຖຸຕ່າງໆ ທີ່ທຳທຸລະກິດ ຮ່ວມກັນ. ທາງອອກທີ່ສາມ ຕໍ່ໜ້າລາຄາຕົ້ນຜະລິດທີ່ຖີບຕົວສູງຂຶ້ນນັບ​ມື້ນັ້ນ ກໍຄືຕ້ອງຍັບຍ້າຍໄປຕັ້ງຢູ່ນອກປະ​ເທດຈີນ.”
ແລະ​ນັ້ນ​ແມ່ນ​ສິ່ງ​ທ່ີ​ບາງ​ບໍລິສັດ​ຜະລິດ​ສິນຄ້າ​ສົ່ງ​ອອກ​ໄດ້​ປະຕິບັດມາ​ໃນໄລຍະບໍ່​ເທົ່າໃດ​ປີຜ່ານມາ​ນີ້ ​ເຊັ່ນເປີດ​ໂຮງງານ​ຂຶ້ນ​ໃນ​ຫວຽດນາມ ກຳປູ​ເຈຍ​ແລະ​ອິນ​ໂດ​ເນ​ເຊຍ ບ່ອນ​ທ່ີ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ຖືກ​ກວ່າ​ນັ້ນ.
ທ່ານ Sun ກ່າວ​ວ່າ ພວກ​ບໍລິສັດ​ຂອງ​ຮ່ອງ​ກົງ​ໃນ​ຈີນແຜ່ນດິນ​ໃຫຍ່​ກຳລັງ​ຊອກ​ຫາ​ໂອກາດ​ເພື່ອ​ຍົກ​ຍ້າຍ​ພວກ​ກິດ​ຈະ​ການ​ຂອງ​ຕົນ​ທີ່​ໃຊ້​ ​ແຮງ​ງານ​ໜັກ​ນັ້ນ ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຊຶ່ງ​ທ່ານ Sun ກ່າວດັ່ງ​ນີ້:
“ພວກເຂົາເຈົ້າສາມາດທີ່ຈະ​ເລືອກເອົາກຸ່ມປະເທດໃນຂົງເຂດເອເຊຍເຊັ່ນ ມຽນມາ ຫວຽດນາມ ລາວ ກຳປູເຈຍ ​ເປັນຕົ້ນ. ພວກປະເທດເອເຊຍ ເຫລົ່ານີ້ ເປັນປະເທດທີ່ຍັງບໍ່ທັນພັດທະນາໃນດ້ານການເງິນ. ຄ່າແຮງ ງານພາຍໃນປະເທດຂອງພວກເຂົາເຈົ້າ ກໍຍັງ​ຖືກຫລາຍຢູ່ ຄືປະມານ 80 ໂດລາ ຕໍ່ເດືອນສຳຫລັບພວກຄົນງານທຳມະດາ ຊຶ່ງຖ້າສົມທຽບໃສ່ ກັບຈີນ ເຊັ່ນຢູ່ເມືອງ Shenzhen ນັ້ນ​ແລ້ວ ຂ້າພະ​ເຈົ້າຄິດ​ວ່າເຂົາເຈົ້າ ຕ້ອງໄດ້ຈ່າຍຄ່າແຮງສູງເຖິງສອງເທົ່າຕົວ ຫລືຫລາຍກວ່ານັ້ນ.”
ຫວຽດນາມ​ໄດ້​ລົງທຶນ​ຢ່າງ​ຫລວງຫລາຍໃສ່​ໂຄງ​ລ່າງ​ພື້ນຖານຕ່າງໆ​ເຊັ່ນ​ທ່າ​ກຳ​ປັ່ນ​ແລະ​ຖະໜົນຫົນທາງ​ ແລະ​ສະ​ເໜີ​ສິ່ງ​ຍ້ອມ​ນໍ້າ​ໃຈ​ແກ່​ພວກ​ບໍລິສັດ​ຕ່າງປະ​ເທດ​ ​ເພື່ອ​ດຶງ​ດູດ​ເອົາ​ເຂົາ​ເຈົ້າ.
ທ່ານ Abe Junji ເປັນ​ເຈົ້າຂອງ​ໂຮງງານ​ຜະລິດ​ເກີບ​ຍີ່​ປຸ່ນ​ແຫ່ງ​ນຶ່ງ​ ຢູ່​ນອກນະຄອນ​ໂຫຈິ​ມິນ​ຂອງ​ຫວຽດນາມ.
ທ່ານ Junji ​ເວົ້າວ່າ ອະນາຄົດ​ຢູ່​ທີ່ນີ້ແມ່ນ​ແຈ່ມ​ໃສ ​ເພາະວ່າລັດຖະ ບານໄດ້ເຮັດໃຫ້​ງ່າຍ​ຂຶ້ນ​ສຳລັບ​ພວກ​ລົງທຶນ​ຕ່າງປະ​ເທດ​ ທ່ີ​ມາ​ລົງທຶນ​ໃນ​ປະ​ເທດ ​ໂດຍໃຫ້​ສິ່ງຍ້ອມ​ນໍ້າໃຈຕ່າງໆແກ່​ເຂົາ​ເຈົ້າ.
ແຕ່​ທ່ານ Law ທ່ີ​ທະນາຄານ Standard Chartered ກ່າວ​ວ່າການ ກະທຳ​ເຊັ່ນ​ນີ້​ ອາດ​ຈະ​ບໍ່​ພຽງພໍກັບສິ່ງ​ທີ່ຈີນສາມາດ​ສະ​ເໜີ​ໃຫ້​ ຊຶ່ງ​ທ່ານ Lau ກ່າວ​ດັ່ງ​ນີ້:
“ນອກນີ້ແລ້ວ ກໍຍັງມີດ້ານອື່ນໆອີກທີ່ພວກເຂົາເຈົ້າຕ້ອງໄດ້ເອົາມາພິຈາ ລະນາ. ຕົວຢ່າງວ່າ ການສະໜັບສໜູນດ້ານການບຳລຸງ ແລະດ້ານ ໂຄງລ່າງພື້ນຖານ ​ແມ່ນເທົ່າທຽມກັບສິ່ງທີ່ພວກເຂົາເຈົ້າຈະ​ໄດ້​ຮັບຢູ່ ໃນຈີນນັ້ນ ຫລື​ບໍ່.”

XS
SM
MD
LG