ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງຂອງຈີນ ຖືກສອບສວນ ໃນຂໍ້ຫາ ສໍ້ລາດບັງຫລວງ


ທ່ານ Liu Tienan ຮອງຫົວໜ້າຄະນະກໍາມາທິການດ້ານການ ພັດທະນາ ແລະປະຕິຮູບ​ແຫ່ງ​ຊາດ ຂອງຄະນະລັດຖະບານ ທີ່ກໍາລັງຖືກສອບສວນ​ໃນ​ຖານຖືກສົງໄສວ່າ “ລະເມີດລະບຽບວິໄນ ຢ່າງໜັກໜ່ວງ.”
ທ່ານ Liu Tienan ຮອງຫົວໜ້າຄະນະກໍາມາທິການດ້ານການ ພັດທະນາ ແລະປະຕິຮູບ​ແຫ່ງ​ຊາດ ຂອງຄະນະລັດຖະບານ ທີ່ກໍາລັງຖືກສອບສວນ​ໃນ​ຖານຖືກສົງໄສວ່າ “ລະເມີດລະບຽບວິໄນ ຢ່າງໜັກໜ່ວງ.”
ເຈົ້າໜ້າທີ່ຈີນເວົ້າວ່າ ຮອງປະທານຂອງອົງການວາງແຜນການ
ຂັ້ນສູງສຸດ ຂອງປະເທດ ກໍາລັງຖືກສອບສວນຢູ່ໃນເວລານີ້.

ຢູ່ໃນຖະແຫລງການ 1 ​ປະໂຫຍກ ທີ່​ນໍາ​ອອກເຜີຍ​ແຜ່ໂດຍ
ສື່ຂອງລັດ ໃນວັນອາທິດວານນີ້ ອົງການດ້ານ​ລະບຽບວິໄນ
ຂອງພັກຄອມມີວນິສຈີນ ເວົ້າວ່າ ທ່ານ Liu Tienan ຮອງ
ຫົວໜ້າ ຄະນະກໍາມາທິການດ້ານການ ພັດທະນາ ແລະປະ
ຕິຮູບ​ແຫ່ງ​ຊາດຂອງຄະນະລັດຖະບານ ກໍາລັງຖືກສອບສວນ​
ໃນ​ຖານຖືກສົງໄສວ່າ “ໄດ້ລະເມີດລະບຽບວິໄນຢ່າງໜັກໜ່ວງ”
ຊຶ່ງເປັນຄໍາເວົ້າທີ່ປົກກະຕິແລ້ວ ແມ່ນເອົາໄວ້ໃຊ້ກັບກໍລະນີ
ການສໍ້ລາດບັງຫລວງ. ແຕ່ວ່າ ລາຍງານດັ່ງກ່າວ ກໍບໍ່ໄດ້ໃຫ້ລາຍລະອຽດຫຍັງເພີ້ມເຕີມ.

ການສືບສວນທ່ານ Liu ແມ່ນມີຂຶ້ນ ໃນຂະນະທີ່ການນໍາໃໝ່ພາຍໃຕ້ປະທານປະເທດ
ຈີນ ທ່ານ Xi Jinping ໃຫ້ຄໍາໝັ້ນສັນຍາທີ່ຈະຕັດກົກ ຕັດຮາກການສໍ້ລາດບັງຫລວງ ທີ່
ມີຢູ່ຢ່າງແຜ່ຫລາຍນັ້ນ.

ອົງການຂ່າວຊິນຫົວຂອງທາງການຈີນ ໄດ້ລາຍງານໃນເດືອນແລ້ວນີ້ວ່າ ບັນດາໄອຍະການ
ສານ ໄດ້ຟ້ອງ​ຮ້ອງຄະດີສໍ້ລາດບັງຫລວງ 3,657 ກໍລະນີ ໃນໄລຍະ 3 ເດືອນທໍາອິດຂອງ
ປີ 2013 ນີ້.
XS
SM
MD
LG