ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນເຕືອນ ປະເທດເອເຊຍ ທີ່ເປັນ ພັນທະມິດ ທາງທະຫານ ກັບ ສຫລ


ປະທານປະເທດ ຈີນ ທ່ານ Xi Jinping
ປະທານປະເທດ ຈີນ ທ່ານ Xi Jinping
ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ເຕືອນ​ບັນດາ
​ປະ​ເທດ​ເອ​ເຊຍ ຕໍ່ການສ້າງຕັ້ງ ອັນ​ທີ່​ທ່ານ​ເຫັນ​ວ່າ ​ເປັນ
​ກຸ່ມພັນທະ​ມິດ ທາງ​ທະຫານ ໃນອັນທີ່ ເບິ່ງກັນ​ວ່າ​ ແນໃສ່
ບັນດາ​ປະ​ເທດ ທີ່ມີຄວາມສຳພັນໃກ້ຊິດຫລາຍຂຶ້ນໃນ
ດ້ານ ​ປ້ອງ​ກັນປະເທດ ກັບສະຫະລັດ.

ການໃຫ້ຄວາມເຫັນດັ່ງກ່າວ​ມີ​ຂື້ນ​ໃນ​ວັນ​ພຸ​ດມື້​ນີ້ ຢູ່ນະຄອນ
Shanghai ທີ່​ກອງ​ ປະຊຸມປະສານງານ ແລະມາດຕະການ
ເສີມສ້າງຄວາມໝັ້ນໃຈໃນເຂດເອເຊຍ ຫລື ​(CICA) ຊຶ່ງ​
ເປັນ​ກຸ່ມ​ຈັດຕັ້ງຂົງ​ເຂດທີ່​ຈີນ​ຫວັງ​ວ່າຈະ​ໃຊ້​ຕ້ານອິດທິພົນ
ຂອງ ສະຫະລັດນັ້ນ.

ທ່ານ Xi ເວົ້າວ່າ “ພວກ​ເຮົາ​ຄວນຢຶດໝັ້ນ ໃນຫລັກການພື້ນຖານຂອງຄວາມ ສຳພັນ
ນາໆຊາດ ເຊັ່ນ ​ໃຫ້ການ​ນັບຖື ​ຕໍ່ເອກ​ກະລາດ ອະທິປະໄຕ ​ແລະຜືນ ແຜ່ນດິນອັນຄົບ
ຖ້ວນຂອງກັນແລະກັນ ຕ່າງກໍບໍ່ເຂົ້າແຊກແຊງໃນກິດຈະການ ພາຍໃນຂອງກັນ ແລະ
ກັນ. ພວກ​ເຮົາ​ຄວນ​ເຄົາລົບ​ ຕໍ່ລະບົບ​ການ​ເມືອງ ​ແລະ​ວິທີການພັດ​ທະ​ນາ ທີ່ປະ​ເທດ​
ຕ່າງໆ​ເລືອກໃຊ້​ດ້ວຍ​ຄວາມ​ພໍ​ໃຈ. ພວກ​ເຮົາ​ຄວນ​ນັບຖື ​ແລະ​ເບິ່ງ​ແຍງ ກ່ຽວກັບຄວາມ
ເປັນຫ່ວງໃນດ້ານຄວາມໝັ້ນຄົງຂອງແຕ່ ລະປະເທດຢ່າງ​ມີ​ເຫ​ດ​ຜົນ.

ມັນເປັນຂໍ້ເສຍກ່ຽວກັບເລື່ອງຄວາມໝັ້ນຄົງຮ່ວມກັນ ຂອງຂົງເຂດ ຖ້າກຸ່ມພັນທະມິດ
ທາງທະຫານ ທີ່ມີຝ່າຍທີສາມເຂົ້າຮ່ວມນຳ ພວມ ເຂັ້ມແຂງຂຶ້ນ.

ເພື່ອນ​ບ້ານ​ຫລາຍໆປະເທດຂອງ​ຈີນ ໄດ້ເພີ້ມການ​ຮ່ວມ​ມືທາງທະຫານ​ ກັບສະຫະລັດ
​ເພື່ອເປັນການ​ຕອບ​ໂຕ້​ ຕໍ່ອັນທີ່​ເຂົາ​ເຈົ້າ​ເຫັນ​ວ່າ ຈີນພວມໃຊ້ກຳລັງເພີ້ມຂຶ້ນແລະຂົ່ມຂູ່
ພວກຕົນ ຢູ່ໃນຫລາຍໆເຂດທີ່ມີການຂັດແຍ້ງໂຕ້​ຖຽງ​ກັນ.

​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ການຂັດແຍ້ງທາງທະເລຂອງ ປັກ​ກິ່ງ ກັບຫວຽດນາມແລະ ຟິລິບ
​ປີນ ໃນທະ​ເລ​ຈີນ​ໃຕ້ ​ແລະຍີ່​ປຸ່ນ ໃນ​ທະ​ເລ​ຈີນຕາ​ເວັນ​ອອກ ​ເຮັດໃຫ້ສະ ຖານະການຊຸດ​
ໂຊມ​ລົງ ​ໃນ​ໄລຍະສອງສາມ​ເດືອນ​ທີ່​ຜ່ານ​ມານີ້.

ກຸ່ມ CICA ແມ່ນຮວມ​ທັງ​ຫວຽດນາມ ​ໃນ​ຂະນະ​ທີ່ຟິລິບ​ປີນ ​ແລະ​ຍີ່ປຸ່ນ ບໍ່​ໄດ້​ເປັນ​ສະ​ມາ
​ຊິກ. ກຸ່ມ​ດັ່ງກ່າ​ວແມ່ນບໍ່ໄດ້ຮວມເອົາສະຫະລັດ ​ໃນ​ຂະນະ​ທີ່​ໃຫ້ປະ​ເທດອີຣ່ານ ແລະ
ຣັດ​ເຊຍ ​ເຂົ້າ​ຮ່ວມນຳ.
XS
SM
MD
LG