ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ສີ ຈິ້ນຜິງ ເປັນປະທານ ເປີດ ກອງປະຊຸມ ສຸດຍອດ ເອເພັກ ປະຈຳປີ


ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ກ່າວເປີດພິທີ ກອງປະຊຸມສຸດຍອດ ຂອງບັນດາຜູ້ນຳທຸລະກິດ ຊຶ່ງເປັນພາກສ່ວນນຶ່ງ ຂອງກອງປະຊຸມສຸດຍອດ ອົງການຮ່ວມມືທາງດ້ານ ເສດຖະກິດ ໃນເຂດເອເຊຍປາຊີຟິກ ຫລື (APEC) ຢູ່ທີ່ສູນກອງປະຊຸມແຫ່ງຊາດຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 9 ພະຈິກ 2014.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ກ່າວເປີດພິທີ ກອງປະຊຸມສຸດຍອດ ຂອງບັນດາຜູ້ນຳທຸລະກິດ ຊຶ່ງເປັນພາກສ່ວນນຶ່ງ ຂອງກອງປະຊຸມສຸດຍອດ ອົງການຮ່ວມມືທາງດ້ານ ເສດຖະກິດ ໃນເຂດເອເຊຍປາຊີຟິກ ຫລື (APEC) ຢູ່ທີ່ສູນກອງປະຊຸມແຫ່ງຊາດຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 9 ພະຈິກ 2014.

ປະທານປະເທດຈີນທ່ານສີ ຈິ້ນຜິງ ໄດ້ເປັນປະທານໃນພິທິເປີດ
ກອງປະຊຸມສຸດຍອດປະຈຳປີ ຂອງອົງການຮ່ວມມືທາງດ້ານ
ເສດຖະກິດ ໃນເຂດເອເຊຍປາຊີຟິກ ຫລື ເອເພັກ ໂດຍກ່າວວ່າ
ອັດຕາການເຕີບໂຕຊ້າລົງຂອງຈີນ ບໍ່ຄວນຈະເປັນເລື່ອງ ທີ່ສ້າງ
ຄວາມເປັນຫ່ວງກັງວົນ.

ທ່ານສີ ກ່າວຕໍ່ພວກຜູ້ນຳທຸລະກິດ ທີ່ນະຄອນຫຼວງປັກກິ່ງ ໃນວັນ
ອາທິດມື້ນີ້ວ່າ ຈີນມີຄວາມໝາຍໝັ້ນ ທີ່ຈະລົງເລິການປະຕິຮູບ
ແລະໃຫ້ຕະຫລາດມີອິດທິພົນ ຫລາຍຂຶ້ນຢູ່ໃນເສດຖະກິດ.

ເສດຖະກິດຂອງຈີນໄດ້ຊ້າລົງສູ່ລະດັບຕ່ຳສຸດໃໝ່ ໃນໄຕຣມາດ
ທີ 3 ແລະເວລາ ນີ້ພວມຢູ່ໃນລະດັບຕ່ຳທີ່ສຸດ ນັບແຕ່ໄດ້ເກີດວິກິດການ ທາງດ້ານການ
ເງິນຂອງໂລກ ໃນປີ 2008 ແລະ 2009.

ນອກນັ້ນ ຜູ້ນຳຂອງຈີນຍັງໄດ້ຮຽກຮ້ອງໃຫ້ສ້າງຄວາມຄືບໜ້າຕື່ມອີກ ກ່ຽວກັບຂໍ້ ຕົກລົງ
ການຄ້າໃນພູມີພາກ ແລະເນັ້ນໜັກເຖິງແຜນການຂອງປັກກິ່ງ ທີ່ຈະສ້າງ ຕັ້ງກອງທຶນ
ມູນຄ່າ 40 ພັນລ້ານໂດລາ ສຳຫລັບພັດທະນາໂຄງລ່າງພື້ນຖານຢູ່ ໃນຂົງເຂດ.

ຂະນະດຽວກັນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເດີນທາງ ອອກຈາກ
ວໍຊິງຕັນ ໄປຍັງປະເທດຈີນ ໃນວັນອາທິດມື້ນີ້ ເພື່ອເຂົ້າຮ່ວມກອງປະ ຊຸມສຸດຍອດເອເພັກ
ກ່ອນຈະໄປຢ້ຽມຢາມມຽນມາ ຫລັງຈາກນັ້ນ ກໍຈະໄປປະເທດອອສເຕຣເລຍ ເພື່ອເຂົ້າຮ່ວມ
ກອງປະຊຸມສຸດຍອດ ຂອງກຸ່ມຈີ 20.

ເຈົ້າໜ້າທີ່ກ່າວວ່າ ປະທານາທິບໍດີໂອບາມາ ຈະໂອ້ລົມກັບພວກຜູ້ນຳເອເຊຍປາຊີຟິກ ກ່ຽວ
ກັບຈຸດເພັ່ງເລັງໃໝ່ ຂອງວໍຊິງຕັນຢູ່ໃນຂົງເຂດ ແລະ ເລື່ອງອື່ນໆທີ່ທັງສອງຝ່າຍຕ່າງກໍມີ
ຄວາມວິຕົກກັງວົນ.

CHINA APEC VO
please wait
Embed

No media source currently available

0:00 0:00:50 0:00



Chinese President Xi Jinping has presided over the opening ceremony of the annual Asia-Pacific Economic Cooperation summit, saying that China's slower growth rate should not be a matter of concern.

Xi told world business leaders in Beijing Sunday that China is committed to deepening reforms and giving the market more influence in the economy.

China's economy slipped to a new low in the third quarter and is now at the lowest point since the 2008 and 2009 global financial crisis.

The Chinese leader also called for more progress on a regional free trade agreement and highlighted Beijing's plans to set up a $40 billion fund for infrastructure development in the region.

However, U.S. Trade Representative Michael Froman said Sunday that Washington will pursue its own plans for a 12-nation "Trans-Pacific Partnership" that will exclude China.

U.S. President Barack Obama left Washington early Sunday on a trip that will take him to China for the APEC summit before heading to Myanmar - also know as Burma - then on to Australia to attend a G20 summit.

U.S. officials say the president will speak with Asia-Pacific leaders about Washington's new focus in the region and other matters of mutual concern.

Material for this report came from AFP, and Reuters.

XS
SM
MD
LG