ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີວະປະວັດຫຍໍ້ຂອງ ປະທານປະເທດຈີນ ຊີ ຈິ້ນຜິງ (ເບິ່ງສະໄລດ໌ ກັບ ວີດີໂອລາວ/ອັງກິດ)


ຊີວະປະວັດຫຍໍ້ຂອງ ປະທານປະເທດຈີນ ຊີ ຈິ້ນຜິງ (ເບິ່ງສະໄລດ໌ ກັບ ວີດີໂອລາວ/ອັງກິດ)
ຊີວະປະວັດຫຍໍ້ຂອງ ປະທານປະເທດຈີນ ຊີ ຈິ້ນຜິງ (ເບິ່ງສະໄລດ໌ ກັບ ວີດີໂອລາວ/ອັງກິດ)

ການ​ເດີນທາງ​ມາຢ້ຽມຢາມ​ສະຫະລັດ​​ໃນ​ສັບປະດາ​ນີ້ ຂອງ​ຮອງ​ປະທານ​ປະ​ເທດ​ຈີນ ທ່ານ ຊີ ຈິ້ນຜິ​ງ ​​ແມ່ນ​ໄດ້ເປັນ​ທີ່​ຄາດ​ຫວັງ​ກັນ​ ຢ່າງ​ກວ້າງຂວາງ​ວ່າ ຈະ​ເປັນ​ການ​ຢ້ຽມຢາມ ​ທີ່​ຈະ​ແນະ​ນໍາ​ຕົວທ່ານ​ໃຫ້​ໂລກ​ຮູ້​ ​ໃນ​ຖານະ​​ຜູ້​ນໍາ​ສູງ​ສຸດ​ຄົນຕໍ່​ໄປຂອງ​ຈີນ.​ ດັ່ງ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາງ Stephanie Ho ລາຍ​ງານ​ມາ​ນັ້ນ​ ກໍ​ແມ່ນ​ວ່າ ຮອງ​ປະທານ ຊີ ຈິນຜິ​ງ ​ນັກ​ການ​ເມືອງທີ່​ເຈນ​ເວທີ​ຄົນ​ນີ້ ​ແມ່ນ​ມີ​ປະສົບ​ການ​ ​ທັງ​ຢູ່​ໃນ​ເຂດ​ຊົນນະບົດຂອງ​ຈີນ​ເອງ ​ແລະ​ໃນ​ວົງ​ການ​ຖານ​ອໍານາດທາງ​ການ​ເມືອງ​ຂອງ​ຈີນ. ດາຣາມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອລາຍງານພາສາລາວ:

ທ່ານ ຊີ ຈິ້ນຜິ​ງ ແມ່ນບໍ່​ໄດ້​ເປັນ​ທີ່ຮູ້​ຈັກ​ຫລາຍ​ປານ​ໃດ​ຢູ່​ໃນ​ຕ່າງປະ​ເທດ ຈົນຕົກ​ມາ​ເຖິງ​ປີ
ຜ່ານ​ມາ​ນີ້ ​ເວລາ​ທ່ານ​ປາກົດ​ຕົວໃຫ້​ເຫັນໃນ​ລະດັບ​ສູງ ພ້ອມ​ກັບ​ແຂກຢ້ຽມຢາມທີ່​ສໍາຄັນໆ
ຫລາຍໆ​ຄົນ.

ບິດາຂອງ​ທ່ານ​ຊີ ຈິ້ນ​ຜິ​ງ ເຄີຍເປັນ​ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ ຊຶ່ງ​ເຮັດ​ໃຫ້​ຮອງປະທານ​ຈີນ
ຄົນ​ນີ້ ​ມີ​ຖານະ​ເປັນອັນທີ່ຊາວ​ຈີນພາກັນ​ເອີ້ນ​ວ່າ ​ເຈົ້າ​ຊາຍ​ນ້ອຍ. ຫລາຍໆ​ຄົນ​ໃນ​ປະ​ເທດ
ຄອມ​ມີ​ວນີສຈີນ ມັກ​ມອງພວກເຈົ້າ​ຊາຍ​ນ້ອຍ​ເຫລົ່າ​ນີ້ແບບ​ບໍ່​ຄ່ອຍ​ດີ​ປານ​ໃດ ຖືວ່າ​ເປັນ
ພວກ​ຊັ້ນ​ສູງຫົວ​ສູງ. ທ່ານຫວັງ ຈຽນເຫ​ວິຍ ອາຈານ​ສອນ​ວິຊາ​ດ້ານ​ນະ​ໂຍບາຍ​ສາທາລະ
ນະ​ທີ່​ມະຫາ​ວິ​ທະຍາ​ໄລ​ມາ​ເກົ໊າ ເວົ້າກັບ​ວີ​ໂອ​ເອ ຜ່ານລະບົບ​ Skype ທາງອິນ​ເທີ​ເນັດວ່າ
ແຕ່ທ່ານ ຊີ ຈິ້ນຜິ​ງ ນັ້ນ ​ເຄີຍມີປະສົບປະການ​ອັນ​ຕໍ່າ​ຕ້ອຍ ທີ່​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ແຕກ​
ຕ່າງ​ໄປ​ຈາກ​ຄົນອື່ນໆ. ທ່ານຫວັງ ກ່າວ​ຕື່ມ​ວ່າ:

“ບິດາ​ຂອງ​ທ່ານ​ສີ ຖືກ​ກວດ​ລ້າງ​ປາບ​ປາມ​ໃນ​ລະຫວ່າງ​ການ​ປະຕິວັດ​ວັດທ
ນະ​ທໍາ ​ແລະດ້ວຍ​ເຫດ​ນີ້ ທ່ານ​ ຊີ ຈຶ່ງ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ເຊັ່ນ​ກັນ ​ແລະ​
ຕ້ອງໄດ້ຍ້າຍໜີ​ໄປ​ຢູ່​ໃນ​ຊົນນະບົດ.”

ທ່ານ ຊີ ຖືກ​ສົ່ງ​ໄປ​ຢູ່​ບ້ານ Liangjiahe ​ແຂວງ Shaanxi ​ເວລາ​ມີ ອາຍຸ​ໄດ້ 15 ປີ.

ຮູບ​ຂອງ​ທ່ານ ຊີ ທີ່​ມີ​ຊື່​ສຽງ​ໃນ​ເວລາ​ນີ້ ມີ​ຫ້ອຍ​ຢູ່​ຕາມ​ຝາ​ເຮືອນຂອງທ່ານ Shi
Chunyang ​ເລຂາ​ພັກ​ປະ​ຈໍາ​ໝູ່​ບ້ານ.

ນາຍ Shi Yudong ຊາວບ້ານໆ Liangjiahe ຮູ້ຈັກ​ທ່ານ​ສີ ​ໃນ​ເວລາ​ນັ້ນ​ແລະ​ເວົ້າວ່າ
ທ່ານ ສີ ​ເປັນຄົນ​ມີ​ບຸກຄະ​ລິກທີ່​ໜ້າ​ປະ​ທັບ​ໃຈ. ລາວ​ເວົ້າ​ວ່າ:

“ຂ້ອຍມີ​ຄວາມຮູ້ສຶກ​ວ່າ ​ເນຶ່ອງຈາກ​ວ່າ ທ່ານ​ສີ​ໄດ້​ໄຕ່​ເຕົ້າຂຶ້ນມາ​ຈາກ​ຊົນນະ
ບົດ ທ່ານ​ກໍ​ຄົງ​ຈະ​ຮູ້​ບາງ​ສິ່ງ​ບາງ​ຢ່າງ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ​. ສະ​ນັ້ນ
ກໍ​ຫວັງ​ກັນ​ວ່າ ທ່ານຈະ​ເຮັດແນວ​ໃດ​ແນວນຶ່ງ​ກ່ຽວ​ກັບ​ບັນຫາ​ນີ້.”

ທ່ານ ຊີ​ໄດ້ເຂົ້າ​ຮັບ​ໃຊ້​ໃນ​ກອງທັບ​ ​ແລະ​ຕໍ່​ມາ​ໄດ້​ເປັນເຈົ້າແຂວງໆຟູ​ຈຽນ ​ທີ່​ຕັ້ງ​ຢູ່​ໃນ​ຈີນ
ແຜ່ນດິນ​ໃຫຍ່ ຄົນ​ລະ​ຟາກ​ນໍ້າ​ກັບ ​ເກາະ​ໄຕ້​ຫວັນ.

ປະສົບ​ການ​ເຫລົ່າ​ນັ້ນ​ໄດ້​ປູ​ທາງໃຫ້​ທ່ານກ້າວ​ຂຶ້ນ​ມາ​ວົງ​ການ​ການ​ເມືອງ​ຢ່າງ​ລາບ​ລື່ນ​ດີ ​ແລະ​
ເຮັດ​ໃຫ້​ທ່ານ​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເທດ. ທ່ານ Xiong Zhiyong ອາຈານ​ສອນ​ວິຊາ​ການ​
ທູດ​ ປະ​ຈໍາ​ວິທະຍາ​ໄລ​ກິດ​ຈະ​ການ​ຕ່າງປະ​ເທດ​ຂອງ​ປັກ​ກິ່ງ​ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ການ​ກ້າວ
ຂຶ້ນມາສູ່ຕໍາ​ແໜ່​ງປະ​ທານ​ປະ​ເທດ​ຂອງ​ທ່ານ​ຊີ​ໄດ້​ຮັບ​ການ​ຄໍ້າປະກັນ​ໄວ້​ແລ້ວ​ກໍ​ຕາມ ​ແຕ່​ເລື່ອງ​
ທີ່​ວ່າ​ທ່ານ​ຈະສືບ​ຕໍ່​ໄດ້​ຮັບຄວາມ​ນິຍົມ​ຊົມ​ຊອບ ​ຕໍ່​ໄປຫລື​ບໍ່ນັ້ນ ​ແມ່ນ​ບໍ່​ມີ​ຫຍັງ​ຄໍ້າປະກັນ​ໄດ້.
ທ່ານ Xiong Zhiyong ​ເວົ້າ​ວ່າ:

“ມັນ​ບໍ່​ສໍາຄັນເລີຍ​ວ່າ​ ໃຜ​ຈະ​ມັກ​ຫລື​ບໍ່​ມັກເພິ່ນ​. ທຸກໆ​ຄົນ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ທ່ານ​ ຊີ
ຈິນຜິ​ງ ຈະໄດ້ເປັນ​ປະທານ​ປະ​ເທດ​ຈີນ​ຄົນ​ຕໍ່​ໄປ. ​ແຕ່​ ​ໃນ​ເລຶ່ອງທີ່​ວ່າ​ປະຊາຊົນ
ມັກ​ນະ​ໂຍບາຍ​ຕ່າງໆ​ຂອງເພິ່ນ​ຫລື​ບໍ່​ນັ້ນ ມັນ​ໄວ​ເກີນ​ໄປ​ທີ່​ຈະ ​ເວົ້າ​ໄດ້​.”

ທ່ານ ຊີ ເຄີຍໄດ້ສະ​ແດງຄວາມ​ເຫັນ​ແບບ​ດຽວ​ກັນ​ກັບ​ພວກ​ຜູ້​ນໍາ​ຈີນ​ຄົນ​ອື່ນໆ ​ໃນ​ການ​ເວົ້າ
ເຖິງ​ຄວາມ​ປາດຖະໜາ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ຢາກ​ມີ​ການ​ຮ່ວມ​ມື​ອັນໃກ້​ຊິດ​ກັບ​ສະຫະລັດ. ​ໃນ
ເດືອນ​ມັງກອນ​ຜ່ານ​ມາ​ນີ້ ທ່ານ​ຊີ ​ໄດ້​ເວົ້າ​ເຖິງ​ບັນຫາ​ສໍາຄັນ​ຫລາຍ​ປະການຂອງ​ໂລກ ​ທີ່​ທັງ
ສອງ​ປະ​ເທດ​ກໍາລັງ​ປະຕິບັດງານ​ຮ່ວມ​ກັນ​ ​ເພື່ອ​ຫາ​ທາງ​ແກ້​ໄຂນັ້ນ ຊຶ່ງ​ທ່ານ​ເວົ້າ​ວ່າ:

“ພວກ​ເຮົາໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງໃກ້​ຊິດ​ ກ່ຽວ​ກັບ​ວິ​ກິດ​ການ
ການ​ເງິນ​ຂອງ​ລະຫວ່າງ​ຊາດ ສະພາວະ​ດິນ​ຟ້າ​ອາກາດ​ປ່ຽນແປງ ບັນຫາ
ແຫລມ​ເກົາຫລີ ແລະໂຄງການ​ນີວ​ເຄລຍຂອງ​ອິຣ່ານ. ​ເວລາ​ນີ້ ຄວາມ​ຮ່ວມ
ມື​ແລະ​ການ​ປະສານ​ງານກັນ ລະຫວ່າງ​ຈີນ​ແລະ​ສະຫະລັດ ​ແຮ່ງ​ມີ​ບົດ
ບາດ​ອັນ​ສໍາຄັນ​ຂຶ້ນກວ່າ​ເກົ່າ​ ໃນ​ການ​ສົ່ງ​ເສີມ​ສັນຕິພາບ​ ສະຖຽນ​ລະ​ພາບ ​
ແລະ​ຄວາມຈະ​ເຣີນຮຸ່ງ​ເຮືອງ​ຂອງ​ໂລກ.”

ເຖິງ​ແມ່ນ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ ຊີ ຄັ້ງ​ນີ້ ​ເປັນ​ການ​ເນັ້ນ​ຍໍ້າ​ເຖິງຄວາມ​ຮ່ວມ​ມື​ກັນ​
ທີ່​ກ່າວ​ມາ​ນັ້ນກໍ​ຕາມ ​ແຕ່​ກໍ​ຍັງ​ມີ​ຫລາຍ​ຈຸດທີ່​ບໍ່​ເຫັນ​ພ້ອມ​ກັນຢ່າງ​ຮຸນ​ແຮງ​ຢູ່ ຊຶ່ງ​ໂຮມ​ທັງ
ການ​ກ່າວ​ຫາ​ຂອງ​ສະຫະລັດ​ ທີ່ວ່າ​ຈີນ​ທໍາ​ການປາບ​ປາມ ຢູ່​ໃນຂົງ​ເຂດ​ຕ່າງໆ​ຂອງ​ຊົນ
ເຜົ່າ​ທິ​ເບ​ດນັ້ນ ພ້ອມ​ກັບ​ການ ປະ​ເຊີນ​ໜ້າ​ກັນ ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ​ແລະ​ນະ​ໂຍບາຍ​
ໃນ​ດ້ານການ​ຄ້າ​ແລະ​ເງິນ​ຕາຂອງຈີນ​ນັ້ນ​.

ເບິ່ງລາຍງານພາສາອັງກິດ:

XS
SM
MD
LG