ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ຍັງບໍ່ໃຫ້ຂໍ້ມູນຫຍັງ ກ່ຽວກັບທ່ານ Xi Jinping


ທ່ານ Xi Jinping ທີ່ລໍຖ້າເປັນຜູ້ນໍາປະເທດຢູ່ນັ້ນ ມີຂ່າວຊ່າລື ທີ່ຍັງດຳເນີນຢູ່ຕໍ່ມາກ່ຽວກັບການບໍ່ໄດ້ປະກົດຕົວຕໍ່ສາທາລະ
ນະຊົນຂອງທ່ານ Xi ມາໄດ້ 11 ມື້ແລ້ວ.
ທ່ານ Xi Jinping ທີ່ລໍຖ້າເປັນຜູ້ນໍາປະເທດຢູ່ນັ້ນ ມີຂ່າວຊ່າລື ທີ່ຍັງດຳເນີນຢູ່ຕໍ່ມາກ່ຽວກັບການບໍ່ໄດ້ປະກົດຕົວຕໍ່ສາທາລະ ນະຊົນຂອງທ່ານ Xi ມາໄດ້ 11 ມື້ແລ້ວ.
ພວກເຈົ້າໜ້າທີ່ ແລະສື່ມວນຊົນຂອງຈີນ ຍັງສືບຕໍ່ມິດງຽບ ບໍ່
ໃຫ້ຂໍ້ມູນຫຍັງໃນ ວັນພຸດມື້ນີ້ກ່ຽວກັບທ່ານ Xi Jinping ທີ່ ກໍາລັງລໍຖ້າເປັນຜູ້ນໍາປະເທດຢູ່ນັ້ນໃນ ຂະນະທີ່ມີຂ່າວຊ່າລື ທີ່ຍັງດຳເນີນຢູ່ຕໍ່ມາກ່ຽວກັບການບໍ່ໄດ້ປະກົດຕົວຕໍ່ສາທາລະ
ນະຊົນຂອງທ່ານ Xi ມາໄດ້ 11 ມື້ແລ້ວ.

ຢູ່ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເປັນປົກກະຕິນັ້ນ ກະຊວງການຕ່າງປະເທດຈີນກໍຍັງປະຕິເສດ ບໍ່ຍອມໃຫ້ຂໍ້
ມູນໃດໆ ກ່ຽວກັບສະຖານະພາບຂອງຮອງປະທານປະເທດ
ຜູ້ທີ່ຄາດກັນວ່າ ຈະຖືກແຕ່ງຕັ້ງ ໃຫ້ເປັນຜູ້ນໍາສູງສຸດຂອງ
ປະເທດ ສໍາລັບທົດສະວັດຕໍ່ໄປ ພາຍໃນສອງສາມອາທິດ
ຕໍ່ໜ້ານີ້.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ໄດ້ປະຕິເສດ ບໍ່ຍອມຕອບຄໍາຖາມ
ຂອງພວກນັກຂ່າວຫລາຍຄົນກ່ຽວກັບທ່ານ Xi ໂດຍກ່າວວ່າ ທ່ານບໍ່ມີຂໍ້ມູນໃດໆ ກ່ຽວ ກັບເລື່ອງນີ້.

ທ່ານ Xi ບໍ່ໄດ້ໄປປະກົດໂຕຕິດຕໍ່ກັນຫຼາຍຄັ້ງໃນການພົບປະກັບແຂກຕ່າງປະເທດ ທີ່ເດີນ
ທາງໄປຢ້ຽມຢາມຈີນ ລວມທັງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton. ທ່ານ ໄດ້ປະກົດຕົວເທື່ອສຸດທ້າຍໃນທີ່ສາທາລະນະໃນວັນທີ 1 ກັນຍາ
ໃນພິ ທີເປີດສົກຮຽນລະດູໃບໄມ້ຫລົ່ນຂອງໂຮງຮຽນພັກຄອມມີວນິສຈີນ ທີ່ນະຄອນປັກກິ່ງ.

ການມິດງຽບຂອງທາງການ ກ່ຽວກັບການຫາຍໜ້າຫາຍຕາໄປຂອງທ່ານ Xi ໄດ້ພາໃຫ້ມີ ການຄາດຄະເນກັນຫຼາຍຂຶ້ນກ່ຽວກັບເລື່ອງສຸຂະພາບຂອງທ່ານ. ມີຂ່າວຊ່າລືທີ່ເວົ້າກັນ ໄປມາຫລາຍທີ່ສຸດ ກໍຄືວ່າ ທ່ານ Xi ທີ່ມີອາຍຸ 59 ປີ ໄດ້ເປັນໂຣກລົມລະບາດແບບບໍ່ຮ້າຍ ແຮງ, ຫົວໃຈວາຍ ຫລືບາດເຈັບທີ່ຫລັງ.

ແຕ່ຂ່າວຊ່າລືກັນຮ້າຍແຮງໄປຫລາຍກວ່ານັ້ນກໍຄື ທ່ານໄດ້ຕົກເປັນເປົ້າໝາຍຂອງການ ລອບສັງຫານໂດຍສັດຕູທາງການເມືອງຂອງທ່ານ.
XS
SM
MD
LG