ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ແລະ ບັນດາພາຄີ ຮ່ວມກັນລົງນາມ ໃນເອກະສານຈັດຕັ້ງ ທະນາຄານໃໝ່ AIIB


ລັດຖະມົນຕີການເງິນຈີນ ທ່ານ Lou Jiwei ຍ່າງຂຶ້ນເວທີ ໄປລົງນາມໃນຂໍ້ຕົກລົງຈັດຕັ້ງ ທະນາຄານ​ລົງທຶນ​ດ້ານ​​ພື້ນຖານ​ໂຄງ​ລ່າງຂອງ​ເອ​ເຊຍ ຫຼື AIIB ຢູ່ທີ່ສາລາປະຊາຊົນ ໃນປັກກິ່ງ, ວັນທີ 29 ມິຖຸນາ 2015.
ລັດຖະມົນຕີການເງິນຈີນ ທ່ານ Lou Jiwei ຍ່າງຂຶ້ນເວທີ ໄປລົງນາມໃນຂໍ້ຕົກລົງຈັດຕັ້ງ ທະນາຄານ​ລົງທຶນ​ດ້ານ​​ພື້ນຖານ​ໂຄງ​ລ່າງຂອງ​ເອ​ເຊຍ ຫຼື AIIB ຢູ່ທີ່ສາລາປະຊາຊົນ ໃນປັກກິ່ງ, ວັນທີ 29 ມິຖຸນາ 2015.

ບັນດາ​ຄະນະ​ຜູ້​ແທນ ຈາກ 57 ປະ​ເທດ ໄປເຕົ້າ​ໂຮມ​ກັນ​ຢູ່​ທີ່
ສາລາປະຊາຊົນ​ ກໍ​ຄື​ຕຶກ​ສະພາ​ແຫ່ງ​ຊາດ ​ຂອງ​ປັກ​ກິ່ງ ​ໃນ​
ວັນ​ຈັນ​ມື້​ນີ້ ​ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຈັດຕັ້ງທະນາຄານ​ໃໝ່
ທີ່​ຊື່ວ່າທະນາຄານ​ລົງທຶນ​ດ້ານພື້ນຖານ​ໂຄງ​ລ່າງຂອງ​ເອ​ເຊຍ
ຫຼື AIIB ທີ່​ນຳພາ​ໂດຍ​ຈີນ.

ອອສ​ເຕຣ​ເລຍ ​ເປັນ​ປະ​ເທດ​ທຳ​ອິດ ທີ່​ລົງ​ນາມ​ໃນ​ຂໍ້​ຕົກລົງ
ຈັດ​ຕັ້ງທະນາ ຄານ​ດັ່ງກ່າວ ຊຶ່ງ​ອອກ​ແບບຂຶ້ນມາ ​ເພື່ອສະໜອງ​
ທຶນກ້ອນ​ໃຫຍ່ ມະຫາສານ ຈຳນວນ ​800 ຕື້ໂດ​ລາ ທີ່ເອ​ເຊຍ​
ຕ້ອງການໃນແຕ່ລະ​ປີ ສຳ​ຫລັບໂຄງການກໍ່ສ້າງ ຖະໜົນ​ຫົນທາງ,
ທາງ​ລົດ​ໄຟ, ທ່າ​ເຮືອ, ​ ໂທລະ​ຄົມມະນາຄົມ, ພະລັງງານ ​ແລະ ​ໂຄງການເຂື່ອນ​ໄຟຟ້າ​ຕ່າງໆ​.

ຈີນ​ເປັນ​ຜູ້​ສະໜອງທຶນ​ໃຫ້ທະນາຄານ AIIB ​ເກືອບ 30 ຕື້​ໂດ​ລາ ຂອງ​ຖານທຶນ​ ​ຈຳນວນ
100 ຕື້​ໂດ​ລາຂອງ​ທະ​ນາຄາ​ນ ​ແລະ ຈະ​ເປັນ​ຜູ້​ຖື​ສິດ​ໃນ​ການ​ລົງ​ຄະ​ແນນ​ສຽງ ​ໃນ​ອັດຕາ
ນຶ່ງ​ສ່ວນ​ສີ່ ​ໃນ​ທະ​ຄານ​ນັ້ນ. ສ່ວນອິນ​ເດຍ ​ແລະ ຣັດ​ເຊຍ ເປັນ​ຜູ້​ຖື​ຮຸ້ນ ທີ່​ໃຫຍ່​ ອັນ​ດັບ​ສອງ
​ແລະ ສາມ​ ຕາມ​ລຳດັບ ຂອງ​ທະນະ​ຄານ​.

​ຄົນ​ບາງ​ກຸ່ມມອງ​ເຫັນ ທະນະ​ຄານ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເອ​ເຊຍ ​ ວ່າ ​ເປັນ​ຄູ່​ແຂ່ງ
ຂອງ​ທະນາຄານ​ໂລກ ​ແລະ ທະນາຄານ​ພັດທະນາ​ເອ​ເຊຍ. ສະຫະລັດ ​ແລະ ຍີ່ປຸ່ນ ​ໄດ້​
ປະຕິ​ເສດ​ທີ່​ຈະ​ເຂົ້າຮ່ວມ​ທະນະ​ຄານ​ດັ່ງກ່າວ ​ໂດຍ​ອ້າງ​ເຖິງ ຄວາມ​ກັງວົນກ່ຽວ​ກັບ​ຄວາມ​
ໂປ່​ງ​ໃສ​ ຂອງ​ທະນະ​ຄານ​ ​ແລະ ການບໍລິຫານທີ່​ຍຸດຕິ​ທຳ ພ້ອມ​ທັງຄວາມສາມາດ ​ຂອງ​
ທະນະ​ຄານ ​ໃນ​ການ​ປະຕິບັດມາດຕະຖານດ້ານ​ສະພາບ​ແວດ​ລ້ອມ ​ແລະ​ແຮງ​ງານ ​ທີ່​ສູງ.

Asia Infrastructure Bank
please wait

No media source currently available

0:00 0:01:01 0:00

XS
SM
MD
LG