ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຫລຸດຄ່າເງິນຢວນ ໃນການປະຕິຮູບ ອັດຕາແລກປ່ຽນ


ເງິນໃບ 100 ຢວນຂອງຈີນ
ເງິນໃບ 100 ຢວນຂອງຈີນ

ທະນາຄານກາງຈີນໄດ້ຫລຸດຄ່າເງິນຕາຂອງຕົນລົງ ໃນວັນອັງ
ຄານມື້ນີ້ ໃນອັນທີ່ທະນາຄານກາງຂອງຈີນກ່າວວ່າ ເປັນການ
ຫລຸດພຽງເທື່ອດຽວ ເພື່ອປັບ ອັດຕາແລກປ່ຽນ ໃຫ້ເຂົ້າກັບຕະ
ຫລາດຫຼາຍຂຶ້ນ.

ເງິນຢວນຂອງຈີນ ແມ່ນໄດ້ຮັບອະນຸຍາດໃຫ້ຂຶ້ນໆລົງໆໄດ້ 2
ເປີເຊັນຈາກຈຸດໃຈກາງທີ່ຕັ້ງໄວ້ ໂດຍທະນາຄານປະຊາຊົນ
ຈີນ ຊຶ່ງທະນາຄານດັ່ງກ່າວໄດ້ຕັດອັດຕາສູນກາງລົງ 1.9 ເປີ
ເຊັນ ອັນເປັນຜົນເນື່ອງມາຈາກ ການປ່ຽນແປງທີ່ທະນາຄານ
ເວົ້າວ່າ ຈະປັບປຸງໃຫ້ຖືກຕ້ອງກັບຕະຫລາດຫລາຍຂຶ້ນ ແລະ
ເກນມາດຕະຖານໃນຄວາມສະເໝີພາບຂອງຈຸດສູນກາງ.

ເລີ້ມແຕ່ວັນອັງຄານມື້ນີ້ໄປທະນາຄານກາງຂອງຈີນກ່າວວ່າ ຈຸດສູນກາງນີ້ຈະສະທ້ອນໃຫ້ ເຫັນເຖິງຄ່າຂອງເງິນ ໃນຕອນອັດຕະຫຼາດຂອງມື້ກ່ອນ ຮວມໃສ່ກັບເງື່ອນໄຂໃນດ້ານອຸບ
ປະສົງແລະອຸບປະທານ ຂອງຕະຫລາດ ແລກປ່ຽນເງິນຕາຕ່າງປະເທດ ແລະອັດຕາການ
ແລກປ່ຽນຂອງເງິນຕາຕ່າງປະເທດທີ່ສຳຄັນໆ.

ການຫຼຸດຄ່າລົງຂອງເງິນຢວນຈະເຮັດໃຫ້ສິນຄ້າສົ່ງອອກຂອງຈີນຖືກລົງຢູ່ໃນຕ່າງປະເທດ. ການເຄື່ອນໄຫວໃນວັນອັງຄານມື້ນີ້ມີຂຶ້ນຫຼັງຈາກການປະກາດວ່າ ການສົ່ງອອກໃນເດືອນ ກໍລະກົດໄດ້ຫລຸດລົງຫລາຍກວ່າ 8 ເປີເຊັນຈາກໄລຍະດຽວກັນຂອງປີແລ້ວນີ້.

XS
SM
MD
LG