ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ເຕືອນຫວຽດນາມ ໃຫ້ຢຸດ ການສໍາຫຼວດ ຫາບໍ່ນໍ້າມັນ


ແຜນທີ່ການອ້າງກຳມະສິດ ໃນເຂດທະເລຈີນໃຕ້
ແຜນທີ່ການອ້າງກຳມະສິດ ໃນເຂດທະເລຈີນໃຕ້
ຈີນ ​ໄດ້​ເຕືອນຫວຽດນາມ ​ໃຫ້ຢຸດ​ເຊົາ​ການ​ສຳ​ຫຼວດ​ຫາບໍ່​ນໍ້າ
ມັນ ​ແລະ​ແກັ​ສທຳ​ມະ​ຊາດ​ຕາມ​ລຳພັງ” ຢູ່​ເຂດທີ່​ມີ​ການ​ຖົກ​
ຖຽງ​ກັນ ​ໃນທະ​ເລ​ຈີນ​ໃຕ້ ຂະນະ​ທີ່ຄວາມຂັດ​ແຍ້​ງກ່ຽວ​ກັບ​ເຂດ
​ແດນ​ທາງທະ​ເລລ​ະຫວ່າງປະ ​ເທດທັງ​ສອງ ຍັງສືບຕໍ່​ທະວີ​
ຄວາມ​ຮ້າຍ​ແຮງ​ຂຶ້ນ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ກ່າວ​ໃນ​ວັນ​ພະຫັດມື້​ນີ້​ ຫລັງ​ຈາກ
ບໍລິ​ສັດ​ນໍ້າມັນ ແລະ​ແກັ​ສ ຂອງລັດຖະບານ​ຫວຽດນາມ ​ໄດ້​ກ່າວ​ຫາ​ເຮືອ​ກໍາ​ປັ່ນ​ຂອງ​ຈີນ ວ່າ ​ຕັດ​ສາຍ​ເຄ​ເບີລ​ເຮືອ​ລໍາ​ນຶ່ງ ຂອງ​ຕົນ​ໃນອາທິດ​ແລ້ວ​ນີ້. ກະຊວງການ​ຕ່າງປະ​ເທດ
ຫວຽດນາມ ຮ້ອງ​ ເຫດການ​ດັ່ງກ່າວນີ້ວ່າ “​ເປັນ​ການ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ” ​ຕໍ່ອະທິປະ ​ໄຕຂອງ​ຕົນ.

ທ່ານ Hong ກ່າວ​ວ່າ ການ​ກ່າວ​ຫາ​ຂອງຫວຽດນາມ “ບໍ່ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ” ​ ໂດ​ຍ​ໂຕ້​ຖຽງ​ວ່າ ​ເຮືອ​ກໍາ​ປັ່ນ​ຂອງ​ຈີນໄດ້ທຳ​ການ​ຫາ​ປາ “ຢ່າງ​ຖືກຕ້ອງ​ສົມ​ເຫດສົມຜົນ” ​ ໃນ​ເຂດ​ນ່ານນໍ້າໃກ້​ກັບ​ແຂວງ Hainan ທາງ​ພາກ​ໃຕ້ຂອງ​ຈີນ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ Hainan ​ໄດ້​ຖືກ​ມອບ​ອໍານາດ​ໃໝ່​ໃຫ້ ​ເມື່ອ​ໄວໆ​ມານີ້ ​ເພື່ອ​ໃຫ້​ເຂົ້າ​ກວດ​ຄົ້ນ ​ແລະ​ຍຶດ​ເຮືອ ທີ່​ແລ່ນ​ເຂົ້າໄປ ​ໃນອັນ​ທີ່​ຈີນຖືວ່າ ​ເປັນ​ນ່ານ​ນໍ້າຂອງ​ຕົນ ຊຶ່ງໄດ້ພາໃຫ້​ເກີດ​ມີ​ຄວາມ​ເຄັ່ງຕຶງຢູ່​ໃນ​ຂົງ​ເຂດ.
XS
SM
MD
LG