ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເຕືອນ ສະຫະລັດ ບໍ່ໃຫ້ພົບປະກັບ ອົງ Dalai Lama


ຜູ້ນຳ​ທາງຈິດ​​ໃຈ​ຂອງທິ​ເບ​ດ ອົງ Dalai Lama.
ຜູ້ນຳ​ທາງຈິດ​​ໃຈ​ຂອງທິ​ເບ​ດ ອົງ Dalai Lama.

ຈີນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ຕົນ​ບໍ່​ເຫັນ​ດີ​ນຳ ປະ​ເທດ​ໃດໆກໍ​ຕາມ
ທີ່ຈະ​ພົບ​ປະ​ກັບ​ອົງ Dalai Lama ບໍ່​ວ່າ “​ໃນລັກສະນະ​ໃດໆ​
ກໍ​ຕາມ”
ຫຼັງຈາກ​ທຳນຽບຂາວ ກ່າວ​ວ່າ ປະ​ທາ​ນາ​ທິບໍດີ
ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ຈະ​ເຂົ້າຮ່ວມ​ພິທີ​ພາວະນາ​
ແຫ່ງ​ຊາດ​ ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ ກັບ​ຜູ້ນຳ​ທາງຈິດໃຈ
​ຂອງທິ​ເບ​ດ ​ໃນ​ອາ​ທິດ​ນີ້.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ​ໃນ​ປັກ​ກິ່ງ ​ໂຄສົກກະຊວງຕ່າງ
ປະ​ເທດ​ຈີນ ທ່ານ Hong Lei ຍັງ​ຮຽກຮ້ອງ​ໃຫ້​ສະຫະ​ລັດ ຮັບ​ມື​ກັບ
​ເລື້ອງ​ນີ້ ​“​ໃນ​ລັກ​ສະ​ນະ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ ຕໍ່​ການ​ພົວພັນ​ ​
ສອງ​ຝ່າຍ.”

ທຳນຽບຂາວ ​ໄດ້​ປະ​ກາດ ເມື່ອ​ອາທິດ​ແລ້ວ​ນີ້ ວ່າ ທ່ານ ​ໂອ​ບາ​ມາ ຈະ​ກ່າວ​ຄຳ​ເຫັນ ຢູ່​ທີ່​
ພິທີ​ພາວະນາ​ໃນ​ຕອນ​ຮັບ​ປະທານ​ອາຫານ​ເຊົ້າ ​ວັນ​ທີ 5 ກຸມພາ ​ໃນວໍ​ຊິງ​ຕັນ ກ່ຽວ​ກັບ
ຄວາມ​ສຳຄັນ​ຂອງ​ສິດ​ເສລີ​ພາບ ໃນ​ການ​ນັບຖື​ສາສະໜາ. ອົງ Dalai Lama ມີ​ກຳນົດ
​ຈະ​ເຂົ້າ ຮ່ວມ​ພິທີ​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ທຳນຽບຂາວ​ບໍ່​ໄດ້​ປະກາດ​ວ່າ ຈະ​ມີ​ການ
​ພົບ​ປະກັນ​ໂດຍ​ກົງ ລະຫວ່າງ​ທັງ​ສອງ​ທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ມີ​ຄວາມ​ໂກດ​ແຄ້ນ ​ເວລາ​ທ່ານ ​ໂອ​ບາ​ມາ ​ໄດ້ພົບ​ປະ​ກັບ​ ອົງ Dalai
Lama ເປັນຄັ້ງທີ 3 ​ໃນ​ວໍ​ຊິງ​ຕັນ​ເມື່ອ​ເດືອນ​ແລ້ວ​ນີ້.

ປັກ​ກິ່ງ ຖືວ່າ ອົງ Dalai Lama ​ເປັນ​ຜູ້​ຢາກ​ແບ່ງ​ແຍກ​ດິນ​ແດນ​ທີ່​ອັນຕະລາ​ຍ ຜູ້​ທີ່​ຫາ​ທາງ
​ທີ່​ຈະ​ສ້າງຕັ້ງ ທິ​ເບ​ດ​ໃຫ້​ເປັນ​ເອກະລາດ.

XS
SM
MD
LG