ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເຕືອນໄຕ້ຫວັນ ກ່ຽວກັບ ການແຍກໂຕ ເປັນເອກກະລາດ


ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen ເຊັນເອກ ກະສານສະບັບທຳອິດ ຫລັງຈາກໄດ້ສາບານໂຕເຂົ້າຮັບຕຳແໜ່ງ.
ປະທານາທິບໍດີໄຕ້ຫວັນ ທ່ານນາງ Tsai Ing-wen ເຊັນເອກ ກະສານສະບັບທຳອິດ ຫລັງຈາກໄດ້ສາບານໂຕເຂົ້າຮັບຕຳແໜ່ງ.

ຈີນ​ໄດ້​ເຕືອນ​ໄຕ້​ຫວັນ ​ຕໍ່​ການ​ແຍກໂຕ​ອອກ​ເປັນ​ເອກ​ກະລາດ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກປະທານາທິບໍດີ​ແມ່ຍິງ​ຄົນ​ທຳອິດຂອງ​ປະ​ເທດ​ເກາະດອນ​ດັ່ງກ່າວສາບານ​ໂຕ​ເຂົ້າ ຮັບ​ຕຳ​ແໜ່​ງ​ໃນ​ວັນ​ສຸກ​ມື້ນີ້.

ຖ້າ​ຫາກ​ມີ​ການ​ແຍກໂຕ​ອອກ​ເປັນ​ເອກ​ກະລາດ ມັນ​ຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ມີ​ສັນຕິ ພາບ​ແລະ​ສະ​ເຖຍລະ​ພາບ ຢູ່​ໃນ​ເຂດ​ຊ່ອງ​ແຄບໄຕ້​ຫວັນ ຫ້ອງການ​ກິດຈະການໄຕ້​ຫວັນ​ຂອງ​ຈີນກ່າວ​ຢູ່​ໃນ​ຖະ​ແຫຼງການ​. ​ເອກ​ກະລາດ​ຈະ​ເປັນ​ໄພພິ​ບັດ​ອັນໃຫຍ່ຫຼວງ​ ຕໍ່​ການ​ເຄື່ອນ​ໄຫວ​ແບບ​ສັນຕິ​ເພື່ອ​ໃຫ້​ມີ​ສັນຕິພາບ​ຢູ່​ໃນ​ຊ່ອງ​ແຄບ​ໄຕ້​ຫວັນແລະ​ຄວາມ​ສຳພັນ​ທີ່​ມີການ​ເຄື່ອນ​ໄຫວ​ແບບ​ສັນຕິຢູ່​ຂ້າມ​ຊ່ອງ​ແຄບ.

ທ່ານ​ນາງ​ Tsai Ing-Wen ຮຽກ​ຮ້ອງ​ໃຫ້ເປີດການ “ສົນທະນາ​ໃນ​ທາງ​ບວກ” ກັບ​ຈີນ​ໃນ​ລະຫວ່າງ​ການ​ກ່າວ​ຄຳປາ​ໄສ​ສາບານ​ໂຕຮັບເຂົ້າຕຳ​ແໜ່​ງທີ່​ນະຄອນ ຫຼວງ​ໄທ​ເປ.

“ພັກລັດຖະບານ ​ຂອງທັງ​ສອງ​ພັກ​ຝ່າຍ​ ທີ່ຢູ່ຂ້າມ​ຊ່ອງ​ແຄບ ຕ້ອງໄດ້​ປະ​ເລື້ອງ​ປະຫວັດ ສາດ​ນັ້ນ ໄວ້ທາງ​ຂ້າງ ​ແລະເປີດ​ການ​ສົນທະນາ​ຫາລື ໃນ​ທາງ​ບວກ ​ເພື່ອ​ຜົນ​ປະ​ໂຫຍ​ດ ສຳລັບປະຊາຊົນຂອງ​ທັງ​ສອງ​ຝ່າຍ” ນັ້ນຄື​ຄຳ​ເວົ້າຂອງທ່ານ​ນາງ​.

​ພັກ​ປະຊາທິປະ​ໄຕ​ກ້າວໜ້າ ຫຼື DPP ທີ່​ນິຍົມ​ເອກ​ກະລາດ​ຂອງທ່ານ​ນາງ Tsai ​ໄດ້​ຮັບ ໄຊຊະນະ​ຢ່າງ​ຖ້ວມລົ້ນຕໍ່​ພັກຈີນຄະນະ​ຊາດ ຫລື KMT ​ໃນ​ຕົ້ນ​ປີ​ນີ້. ພັກ KMT ​ໄດ້​ໃຊ້​ເວລາ​ແປດ​ປີເສີມ​ຂະຫຍາຍ​ສາຍ​ພົວພັນ​ກັບ​ຈີນ.

ສະຫະລັດ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ຫວັງ​ວວ່າ “​ຈະ​ດຳ​ເນີນ​ງານຮ່ວມ​ກັບລັດ ຖະບານ​ໃໝ່ ພ້ອມ​ທັງ​ພັກ​ການ​ເມືອງຂອງໄຕ້​ຫວັນທັງ​ໝົດ ​ແລະ​ບັນດາ​ກຸ່ມສັງ ຄົມ​ພົນ​ລະ​ເຮືອນ ​ເພື່ອ​ໃຫ້​ມີ​ຄວາມ​ສຳພັນ​ ແໜ້ນ​ແຟ້ນຂຶ້ນຕື່ມ ລະຫວ່າງປະຊາ ຊົນອາ​ເມຣິກັນ ​ແລະ​ໄຕ້​ຫວັນ.”

ພັກ DPP ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ໃຫ້​ສັນຍາ​ນ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈຂອງ​ຕົນ​ທີ່​ຈະເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ການສືບ​ລັບ​ຂອງ​ຈີນ ທີ່​ເຮັດໄດ້​ງ່າຍ​ຂຶ້ນ​ຍ້ອນ​ການຕິດ​ຕໍ່​ລະຫວ່າງ​ສອງ​ຝ່າຍ.

ປະທານາທິບໍດີໄຕ້ຫວັນຄົນໃໝ່ ທ່ານນາງ Tsai Ing-wen, ກາງ, ແລະຮອງປະທານາທິບໍດີ ທ່ານ Chen Chien-jen, ຂວາ, ຮ່ວມພິທີ່ສາບານໂຕຮັບຕຳແໜ່ງທີ່ນະຄອນ Taipei, ປະເທດ Taiwan, ວັນທີ 20, ພຶດສະພາ 2016.
ປະທານາທິບໍດີໄຕ້ຫວັນຄົນໃໝ່ ທ່ານນາງ Tsai Ing-wen, ກາງ, ແລະຮອງປະທານາທິບໍດີ ທ່ານ Chen Chien-jen, ຂວາ, ຮ່ວມພິທີ່ສາບານໂຕຮັບຕຳແໜ່ງທີ່ນະຄອນ Taipei, ປະເທດ Taiwan, ວັນທີ 20, ພຶດສະພາ 2016.

ສະພາທີ່​ຄວບ​ຄຸມ​ໂດຍພັກ DPP ​ກ່າວ​ວ່າ ຕົນ​ມີແຜນ ​ທີ່​ຈະຮັບ​ຜ່ານ​ຮ່າງ​ກົດ ໝາຍ ​ໃນ​ທ້າຍ​ປີ​ນີ້ ທີ່​ຈະ​ຕັດ​ເບ້ຍບຳນານ​ພວກທະຫານ​ໄຕ້​ຫວັນທີ່​ ​ສືບ​ລັບ​ໃຫ້​ແກ່​ຈີນ.

ຈີນ ​ແລະ​ໄຕ້ຫວັນ ​ໄດ້​ແບ່ງ​ແຍກ​ການ​ປົກຄອງ​ນັບແຕ່ສົງ​ຄາມ​ກາງ​ເມືອງ​ໃນ​ຈີນເມື່ອ​ຊຸມປີ 1940. ຈີນ​ໄດ້​ອ້າງວ່າ​ຕົນ​ມີອະທິປະ​ໄຕ​ເໜືອໄຕ້​ຫວັນ ​ແລະ​ຢືນ​ຢັດ​ວ່າ​ໃນ​ທີ່ສຸດ​ທັງ​ສອງ​ຝ່າຍກໍ​ຈະ​ຮວມ​ເຂົ້າກັນ​ເປັນ​ນຶ່ງ​ດຽວ. ນອກ​ນັ້ນ ຈີນ​ຍັງຢືນ​ຢັດໃຫ້​ທັງ​ສອງ​ຝ່າຍ ​ມອງ​ເບິ່ງ ໂຕ​ເອງ​ວ່າ ​ເປັນ​ພາກສ່ວນນຶ່ງຂອງ​ຈີນ​ດຽວກັນ ​ກ່ອນທີ່​ການ​ສົນທະນາໃດໆ ຈະ​ເລີ້ມຂຶ້ນ. ​ແຕ່​ທ່າ​ນ ນາງ Tsai ມັກຢາກໃຫ້​ໄຕ້​ຫວັນ ​ເສີມ​ຂະຫຍາ​ຍການ​ປົກຄອງຕົນ​ເອງ ​ແທນ​ທີ່​ ຈະ​ອຽງ​ເຂົ້າ​ໄປ​ຫາ​ຈີນ​ຕື່ມ​ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG