ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເຕືອນ ກ່ຽວກັບ ການແຂ່ງຂັນອາວຸດ ຢູ່ໃນພາກພື້ນ ເອເຊຍ


ແຜນທີ່ຈີນ
ແຜນທີ່ຈີນ

ຈີນ ​ໄດ້​ເຕືອນໃນ​ວັນ​ອັງ​ຄານ​ມື້ນີ້​ ກ່ຽວ​ກັບ​ໄພ​ອັນຕະລາຍ ທີ່​ອາດຈະ​ມີ​ການ​ແຂ່ງຂັນ
ອາ​ວຸດ​ຢູ່​ໃນເ​ອ​ເຊຍ ລຸນ​ຫຼັງທີ່ໄດ້​ມີ​ການ​ພິມ​ເຜີຍ​ແຜ່​ລາຍງານ​ສະບັບ​ນຶ່ງ​ທີ່​ພົບ​ວ່າ
ຂົງ​ເຂດ​ເອເຊຍປາຊິ​ຟິກນໍາ​ໜ້າ​ຢູ​ໂຣບ​ໃນ​ການນຳ ​ເຂົ້າ​ອາວຸດ​ທີ່​ໃຫ່ຍທີ່​ສຸດ​ໃນ​ໂລກ.

ລາຍ​ງານການ​ຄົ້ນ​ຄວ້າ​ຂອງສະ​ຖາ​ບັນ​ສັນ​ຕິ​ພາບນາໆ​ຊາດທີ່​ກຸງ​ Stockholm ໃນ
ອາທິດ​ນີ້​ພົບ​ເຫັນ​ວ່າ ຂົງ​ເຂດ​ເອ​ເຊຍ​ແມ່ນ​ປະກອບ​ເປັນ 44 ​ເປີ​ເຊັ​ນ ​ໃນ​ການ​ນຳ​ເຂົ້າ
ອາວຸດ​ສົງ​ຄາມຂອງໂລກໃນ​ລະຍະ​ຫ້າ​ປີ​ທີ່​ຜ່ານມາ. ລາຍ​ງານ​ກ່າວ​ອີກ​ວ່າ ​ຫ້າ​ປະ​ເທດ​
ທີ່​ນຳ​ໜ້າ​ໝູ່​ໃນ​ການ​ນຳ​ເຂົ້າອາວຸດ​ສົງຄາມນັ້ນ ແມ່ນຈາກຂົງ​ເຂດເອ​ເຊຍ.

ບົດ​ບັນນາທິການ​ຂອງ​ໜັງສືພິມ Global Times ຂອງ​ທາງ​ການ​ຈີນ​ໄດ້​ປະຕິ​ເສດ​ວ່າ
ການ​ມີ​ອິດ​ທິພົນ​ເພີ່ມ​ຂຶ້ນຂອງຈີ​ນ ​ມີ​ສາ​ເຫດມາຈາກ​ການ​ເສີມ​ສ້າງ​ແສນ​ຍານຸພາບ
ທາງ​ດ້ານ​ອາວຸດ. ໜັງສື​ພິມ​ສະບັບ​ນີ້​ຮຽກຮ້ອງໃຫ້ສະຫະລັດ ຢຸດ​ເຊົາການ​ໃຫ້​ຄວາມ
ສະໜັບສະ​ໜຸນ ຕໍ່​ທ່າ​ທີ ທາງດ້ານຍຸດ​ທະ​ສາດ​ແກ່​ປະ​ເທດ​ອື່ນໆທີ່​ຕໍ່ຕ້ານ​ຈີນ ​ແລະ​ກ່າວ
ວ່າທັງກຸງວໍ​ຊິງ​ຕັນ​ແລະປັກ​ກິ່ງຄວນ​ມີ “ການ​ສົນທະນາ​ກັນ​ຢ່າງ​ຈິງ​ຈັງ” ກ່ຽວ​ກັບ​ຄວາມ​
ເຫັນ​ທາງ​ດ້ານ​ຄວາມ​ປອດ​ໄພຂອງ​ກັນ​ແລະ​ກັນ​ຢູ່ໃນ​ຂົງ​ເຂດ.

XS
SM
MD
LG