ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເຕືອນບັນດານັກລົງທຶນ ບໍ່ໃຫ້ 'ຕື່ນຕົກໃຈ' ໃນຂະນະ ຮຸ້ນຕ່າງໆ ສືບຕໍ່ຕົກຕ່ຳລົງ


ບັນດານັກລົງທຶນ ສັງເກດເບິ່ງຈໍຄອມພິວເຕີ້ ທີ່ສະແດງ ໃຫ້ເຫັນເຖິງ ຂໍ້ມູນຕ່າງ ຂອງຮຸ້ນ ຢູ່ທີ່ສຳນັກງານ ຂອງນາຍໜ້າຫຼັກຊັບ ໃນນະຄອນ Shanghai ປະເທດຈີນ, ວັນທີ 8 ກໍລະກົດ 2015.
ບັນດານັກລົງທຶນ ສັງເກດເບິ່ງຈໍຄອມພິວເຕີ້ ທີ່ສະແດງ ໃຫ້ເຫັນເຖິງ ຂໍ້ມູນຕ່າງ ຂອງຮຸ້ນ ຢູ່ທີ່ສຳນັກງານ ຂອງນາຍໜ້າຫຼັກຊັບ ໃນນະຄອນ Shanghai ປະເທດຈີນ, ວັນທີ 8 ກໍລະກົດ 2015.

ຮຸ້ນ​ຕ່າງໆ​ຂອງ​ຈີນ ສືບ​ຕໍ່​ຕົກ​ຕ່ຳລົງ ​ໃນ​ວັນ​ພຸດ​ມື້​ນີ້ ​ເຮັດ​ໃຫ້​ປັກ​ກິ່ງ
​ອອກຄຳເຕືອນ ກ່ຽວກັບ “​ສະພາບການແຕກຕື່ນ” ​ໂດຍ​ພວກ
​ນັກ​ລົງທຶນ ​ແລະ ​ເປີ​ດ​ເຜີຍມາດ​ຕະການ​ໃໝ່ຈຳນວນນຶ່ງ ​ເພື່ອ​ທີ່​
ຈະ​ຍຸດຕິ ການຕົກລາຄາ​ຂອງ​ຮຸ້ນ ທີ່ມີມາເປັນເວລາ 3 ອາທິດ
​ແລ້ວນັ້ນ​.

ດັດ​ຊະ​ນີຂອງ​ຕະຫຼາດຫຼັກ​ຊັບ ທີ່ນະຄອນ Shanghai ​ໄດ້​ຕົກ
ລາຄາ ເກືອບ 6 ​ເປີ​ເຊັນ ໃນຕອນອັດຕະຫລາດ ​ໃນ​ຂະນະ​ທີ່
ດັດ​ຊະ​ນີ ຂອງ​ຕະຫຼາດຫຼັກ​ຊັບ Shenzen ຫລຸດ​ລົງ 2.5 ​ເປີ​ເຊັນ ທີ່​ຍັງ​ສືບ​ຕໍ່ຕົກຕ່ຳລົງ ຊຶ່ງ​ໄດ້​ເຮັດໃຫ້​ຕະຫລາດ ຂາດທຶນ​ເຖິງ 3 ​ພັນ​ 2 ຕື້​ໂດ​ລານັບຕັ້ງ​ແຕ່ກາງ​ເດືອນມິຖຸນາເປັນຕົ້ນ ມາ.

ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ປ້ອງ​ກັນ​ຕົນເອງ ຈາກ​ການ​ທຸ້ມຂາຍຮຸ້ນອອກ ບັນດາ​ບໍລິສັດ​
ຂອງ​ຈີນ ​ໄດ້​ຍື່ນ​ຄຳ​ຮ້ອງ​ໃຫ້​ໂຈະ​ການ​ຊື້​ຂາຍ​ໃນ​ວັນ​ພຸດ​ມື້​ນີ້. ​ໃນ​ຈຳນວນ​ທັງ​ໝົດ ຫຼາຍກວ່າ
1,300 ບໍລິສັດ​ໃນ​ຈີນ​ແຜນ​ດິນ​ໃຫຍ່ ຊຶ່ງປະກອບເປັນຢ່າງ​ນ້ອຍ 40 ​ເປີ​ເຊັນ ​ຂອງ​ຕະຫຼາດ ຮຸ້ນ ​ໄດ້​ພາກັນ​ຢຸດ​ຕິການ​ຊື້​ຂາຍ.

“ສະພາບ​ການ​ແຕກ​ຕື່ນ” ​ ໃນ​ຕະຫຼາດ ​ແລະ ການ​ເພີ້​ມຂຶ້ນໃນ “ການ​ຂາຍ​ອອກ​ຮຸ້ນ ​ທີ່​
ບໍ່​ມີ​ເຫດຜົນ”
​ ໄດ້​ມີສ່ວນ ໃນການຕົກລາຄາຂອງຮຸ້ນ ອີງ​ຕາມ​ຖະ​ແຫລ​ງການ​ຂອງ​ຜູ້​ວາງ​
ລະບຽບ​ການ​ຮຸ້ນ​ຂອງປັກ​ກິ່ງ ຈາກ​ຄະນະ​ກຳ​ມະ​ທິການ​ ບໍລິຫານຕະຫຼາດຫຼັກຊັບ​ຈີນ.

ໃນຖານະທີ່ເປັນສ່ວນ​ ນຶ່ງ​ຂອງ​ມາດ​ຕະກາ​ນອຸ້ມ​ຊູ ຕະຫຼາດຫຼັກຊັບ​ໄວ້ ອົງການຂອງ​
ລັດຖະບານທີ່​ເບິ່ງ​ແຍງ​ ບັນດາ​ບໍລິສັດລັດ​ວິ​ສາ​ຫະກິດ ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ບອກ
​ພວກ​ເຂົາ​ ບໍ່​ໃຫ້​ຂາຍ ​ແລະ ​ຊື້​ຮຸ້ນຕື່ມ​ອີກ “​ເພື່ອ​ປ້ອງ​ກັນ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ.”

ນອກນັ້ນທະນາຄານ​ກາງ ຍັງ​ໄດ້​ປະຕິຍານ​ “​ສະ​ເໜີ​ ທີ່​ຈະ​ໃຫ້ການສະໜັບສະໜຸນ ດ້ານການເງິນ​ ຢ່າງຫຼວງຫຼາຍ ​ແກ່​ບັນດານາຍ​ໜ້າຫຼັກຊັບ.”

​ ໃນ​ສອງ​ສາມ​ມື້​ຜ່ານ​ມາ ປັກ​ກິ່ງ​ໄດ້​ຫາ​ທາງ​ທີ່​ຈະ​ຊຸກຍູ້​ໃຫ້​ມີ​ການ​ຊື້​ຮຸ້ນ ​ໂດຍ​ຕັດ​ອັດຕາ​
ດອກ​ເບ້ຍທີ່​ສຳຄັນ​ລົງ, ລຸດຜ່ອນ ທຳນຽມ​ຄ່າເຮັດ​ທຸລະ​ກິດຮຸ້ນ, ​ແລະ ຜ່ອນຜັນກົດ​ລະບຽບ
​ຕ່າງໆ ກ່ຽວ​ກັບ​ຈຳນວນ​ເງິນ​ ທີ່​ຜູ້ຊື້​ຂາຍ ຕ້ອງ​ໄດ້​ນຳ​ມາ​ຝາກໄວ້​ໃນ​ທະນະ​ຄານ ​ເພື່ອ​ທີ່​ຈະ​
ສາມາດ​ຊື້​ຮຸ້ນ​ໄດ້.

​ຄວາມ​ປັ່ນ​ປ່ວນ​ຂອງເສດຖະກິດ ​ໃນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ
ພ້ອມ​ກັນ​ກັບ ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ກຣິສ ​ແມ່ນກຳລັງສ້າງຄວາມ​ສັ່ນສະ​ເທືອ​ນ
ໃຫ້ຕະຫຼາດ​ແຫ່ງອື່ນ​ຂອງ​ເອ​ເຊຍ. ຕະຫຼາດຫຼັກຊັບຮົງ​ກົງ ຕົກລາຄາປະມານ 6 ​ເປີ​ເຊັນ
ໃນຕອນອັດຕະຫລາດ. ສ່ວນຕະຫຼາດຫຼັກຊັບ ຍີ່ປຸ່ນ ​ແລະ ​ໄທ​ເປ ໄດ້ຕົກລາຄາປະ​ມານ
3 ​ເປີ​ເຊັນໃນຕອນອັດຕະຫລາດ.

Chinese stocks continued to tumble Wednesday, prompting Beijing to warn of a "panic sentiment" by investors and unveil a series of desperate new measures to stop the three-week slide.

The benchmark Shanghai Composite Index closed down nearly 6 percent, while the Shenzhen Composite Index slid 2.5 percent, continuing a crash that has wiped out $3.2 trillion of market value since mid-June.

Trying to shield themselves from the sell-off, hundreds more Chinese companies filed for trading suspensions Wednesday. In total, over 1,300 mainland companies, at least 40 percent of the market, have halted trading.

A "panic sentiment" in the market and a rise in "irrational selling" was contributing to the slide, according to a statement by Beijing's stock regulator, the China Securities Regulatory Commission.

As part of a raft of new moves to prop up the market, a government agency that oversees the country's biggest state-run companies told them to not sell shares and buy more "in order to safeguard market stability."

The central bank also pledged to "offer abundant liquidity supply for security brokers," while Beijing moved to allow insurance companies to invest larger amounts in stocks.

In recent days, Beijing has sought to encourage stock purchases by cutting key interest rates, reducing stock transaction fees and relaxing rules on how much money traders must deposit in order to buy stock.

The economic turmoil in the world's second-largest economy, along with the Greek debt crisis, is rattling other Asian markets. Hong Kong closed down about 6 percent. Stocks in Tokyo and Taipei ended the day down about 3 percent.

XS
SM
MD
LG