ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນປະກາດ ຈະກີດກັ້ນ ຄວາມພະຍາຍາມ ທີ່ຈະແບ່ງແຍກ ດິນແດນຂອງຕົນ


ປະທານປະເທດຈີນ ທ່ານ Xi Jinping ກ່າວຢູ່ໃນພິທີຄົບຮອບ 150 ປີ ວັນເກີດ ທ່ານ Sun Yat-sen ຜູ້ກໍ່ຕັ້ງສາທາລະນະລັດ ປະຊາຊົນຈີນແລະຜູ້ກໍ່ຕັ້ງພັກຈີນຄະນະຊາດ (KMT).
ປະທານປະເທດຈີນ ທ່ານ Xi Jinping ກ່າວຢູ່ໃນພິທີຄົບຮອບ 150 ປີ ວັນເກີດ ທ່ານ Sun Yat-sen ຜູ້ກໍ່ຕັ້ງສາທາລະນະລັດ ປະຊາຊົນຈີນແລະຜູ້ກໍ່ຕັ້ງພັກຈີນຄະນະຊາດ (KMT).

ຈີນ​ຮຽກຮ້ອງ​ໃຫ້​ປະ​ເທດຊາດ ​ທ້ອນ​ໂຮມ​ກັນ​ເປັນ​ນຶ່ງ​ດຽວ ​ໃນ​ທຸກໆ​ເຂດ​ທີ່ຖື​ວ່າ ​ເປັນ​ດິນ​ແດນ​ຂອງ​ຈີນ.

​ໃນ​ຄຳ​ປາ​ໄສ​ເນື່ອງ​ໃນພິທີ​ຄົບຮອບ​ 150 ປີ​ ​ວັນ​ເກີດ​ຂອງປະທານ​ປະ​ເທດ​ຈີນ​ຄົນ​ທຳ​ອິດ ທ່ານ Sun Yat-sen ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ກ່າວໃນ​ວັນ​ສຸກມື້​ນີ້ວ່າ ຈີນ​ຈະ​ບໍ່​ຍອມ​ເດັດຂາດ ​ປ່ອຍ​ໃຫ້ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ໃດໆ ​ໂດຍ​ດິນ​ແດນ​ຕ່າງໆ ​ທີ່​ຈະ​ແຍກ​ໂຕອອກ​ຈາກປະ​ເທດ​ຈີນ.

ຄຳ​ຖະ​ແຫລ​ງຂອງ​ປະທານ​ປະ​ເທດ ມີ​ຂຶ້ນ​ໃນ​ຂະນະ​ທີ​ຈີນ​ໄດ້ໂຈະການ​ສົນທະນາ​ກັບ​ໃຕ້​ຫວັນທີ່​ມີລັດຖະບານປົກຄອງ​ຕົນ​ເອງຈົນ​ກວ່າ​ໄຕ້​ຫວັນ​ຮັບ​ຮູ້ ນະ​ໂຍບາຍ “​ຈີນດຽວ” ​ແລະ​ຫລັງ​ຈາກ​ ​ຈີນ​ໄດ້​ຫ້າມ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່ສອງຄົນ ທີ່​ຖືກ​ເລືອກເຂົ້າ​ໄປ​ນັ່ງ​ຢູ່ໃນສະພາ Hong Kong ລຸນຫຼັງ​ທີ່​ພວກ​ເຂົ້າ​ເຈົ້າ​ໄດ້​ສະ​ແດງ​ທ່າ​ທີຕ້ານຈີນ.

ທ່ານ Xi ກ່າວ​ຢູ່​ທີ່​ຫໍ​ສາລາ​ປະຊາຊົນ​ ​ໃນ​ນະຄອນ​ປັກ​ກິ່ງວ່າ “ກິດຈະການ​ໃດໆ​ກໍ​ຕາມ ທີ່​ພະຍາມ​ແບ່ງ​ແຍກ​ປະ​ເທດ ຈະ​ຖືກ​ຄັດຄ້ານ​ຢ່າງ​ແນ່ນອນທີ່ສຸດ ​ໂດຍ​ປະຊາຊົນ​ຈີນ. ພວກ​ເຮົາ​ຈະ​ບໍ່​ອະນຸຍາດໃຫ້ບຸກຄົນ​ໃດ​ໆ ການຈັດ​ຕັ້ງໃດໆ ພັກ​ໃດໆ​ທີ່​ຈະ​ແບ່ງ​ແຍກ​ດິນ​ແດນ ພຽງ​ແມ່ນ​ແຕ່​ໜ້ອຍ​ດຽວອອກ​ຈາກ​ຈີນ ບໍ່​ວ່າ​ໃນ ທາງ​ໃດ ​ແລະ​ຢູ່​ໃນເວລາ​ໃດກໍ​ຕາມ."

ທ່ານ​ນາງ Tsai Ing-wen ປະທານ​າທິບໍດີ​ແມ່ຍິງໃຕ້​ຫວັນ​ຄົນ​ທຳ​ອິດ ຂອງພັກ​ປະຊາທິປະ​ໄຕ​ກ້າວໜ້າຈີນ ຫລື DPP ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ໃນ​ເດືອນ​ພຶດສະ ພາທີ່​ຜ່ານ​ມາ ຫລັງ​ຈາກ​ໄດ້ຮັບ​ໄຊຊະນະຢ່າງ​ຖ້ວມ​ລົ້ນ​ໃນການ​ເລືອກ​ຕັ້ງ ຕໍ່​ພັກ ຈີນ​ຄະນະ​ຊາດ ຫລື KMT ​ທີ່​ເປັນ​ມິດກັບ​ຈີນ​ຫລາ​ຍກວ່ານັ້ນ. ທ່ານ​ນາງ​ໄດ້​ຮຽກຮ້ອງ​ປັກ​ກິ່ງປະ​ເຊີນ​ໜ້າ​ກັບ​ຄວາມ​ຈິງ ກ່ຽວ​ກັບການ​ມີ​ລັດຖະບານຂອງທ່ານ ນາງ ​ແລະ​ປະຊາທິປະ​ໄຕ​ຂອງ​ໄຕ້​ຫວັນ ​ແລະ​ເ​ວົ້າວ່າ ທັງ​ສອງ​ຝ່າຍ​ຄວນ​ທີ່​ຈະ​ນັ່ງ​ລົງ ​ແລະ​ເຈລະຈາກັນ.

ຈີນ​ເນັ້ນ​ໜັກ​ວ່າ ໃຕ້​ຫວັນ​ເປັນ​ພາກສ່ວນນຶ່ງ​ຂອງ​ປ​ະ​ເທດຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG