ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ແລະ ຫວຽດນາມ ຕ່າງກໍສົ່ງ ຈົດໝາຍ ​ໄປຫາ​ຫົວໜ້າ ​ສປຊ (ວີດີໂອ)


ເຮືອລາດຕະເວນຂອງໜ່ວຍຍາມຝັ່ງຈີນ ລາດຕະເວນໃກ້ໆ ບ່ອນຂຸດນ້ຳມັນຈີນ ໃນທະເລຈີນໃຕ້
ເຮືອລາດຕະເວນຂອງໜ່ວຍຍາມຝັ່ງຈີນ ລາດຕະເວນໃກ້ໆ ບ່ອນຂຸດນ້ຳມັນຈີນ ໃນທະເລຈີນໃຕ້
ຈີນ​ແລະຫວຽດນາມ​ ທີ່ພວມ​ປະ​ເຊີນ​ໜ້າ​ກັນ​ແບບ​ຕຶງ​ຄຽດ​ໃນ
ທະ​ເລ​ຈີນ​ໃຕ້ ຕ່າງກໍໄດ້ສົ່ງຄຳ​ຮ້ອງຂໍຂອງຕົນໄປຫາ​ເລ​ຂາທິການ
​ໃຫຍ່ອົງການ​ສະຫະ​ປະຊາ​ຊາດທ່ານ Ban Ki-moon.

ປັກ​ກິ່ງ​ໄດ້​ຍື່ນ​ຈົດໝາຍ​ສະບັບນຶ່ງ ໄປໃຫ້​ຫົວໜ້າ​ອົງການ​ສະຫະ
​ປະຊາ​ຊາດ ໂດຍກ່າວ​ຫາ​ຫວຽດນາມວ່າ ​ໄດ້ “ດຳ​ເນີນ​ການ​
ທີ່​ຜິດ​ກົດໝາຍ​ແລະ​ຢ່າງແຂງຂັນ”
ລົບ​ກວນ​ການ​ຂຸດ​ນ້ຳມັນ
ຂອງ​ຈີນ ​ໃນ​ເຂດນ່ານນ້ຳ ​ທີ່​ທັງ​ສອງປະເທດຕ່າງ​ກໍ​ກ່າວ​ອ້າງ
​ເອົາ​ກຳມະສິດ​ນັ້ນ.

ໃນ​ຈົດໝາຍສະບັບ​ນີ້ ຮອງ​ເອກ​ອັກຄະ​ລັດຖະທູດ​ຈີນ​ ປະຈຳ​ອົງການ​
ສະຫະ​ປະຊາ​ຊາດ ທ່ານ Wang Min ​ໄດ້​ກ່າວ​ວ່າ ຫວຽດນາມໄດ້ລະ​ເມີດ​ອະທິປະ​ໄຕ​ຂອງ​ຈີນ ​ແລະເປັນໄພ​ຂົ່ມ​ຂູ່ຢ່າງຮ້າຍແຮງ ຕໍ່​ພວກ​ຄົນ​ງານ​ຈີນ.

ໃນເວລາຕໍ່​ມາ ​ຫວຽດນາມ​ກ່າວ​ວ່າ ຕົນ​ກໍ​ໄດ້ສົ່ງ​ຈົດໝາຍ ​ໄປເຖິງ​ທ່ານ Ban Ki-moon
ຮຽກຮ້ອງ​ໃຫ້​ປັກ​ກິ່ງ​ ຖອນ​ອຸບປະກອນຂຸດ​ນ້ຳມັນ ​ແລະກຳ​ປັ່ນ​ທັງໝົດ ​ອອກໄປໃນ​ທັນ​ທີ
ຊຶ່ງ​ຫວຽດນາມ​ຖື​ວ່າ ມັນເປັນ​ການລະ​ເມີດ​ຕໍ່ອະທິປະ​ໄຕ​ຂອງຫວຽດນາມ.

ຮ່າ​ໂນ່ຍ ຍັງ​ໄດ້​ຮຽກຮ້ອງ​ໃຫ້ ​ຈີນ“ສ້າງເງື່ອນໄຂຕ່າງໆ” ​ໃຫ້ມີການເຈລະຈາ​ກັນ ກ່ຽວກັບ
ມາດຕະການ ເພື່ອເຮັດໃຫ້ “ສະຖານະ​ການມີຄວາມທຸ່ນທ່ຽງ ​ແລະ​ຄວບ​ຄຸມ ບັນຫາ​ຂັດ​ແຍ້​ງ​ທາງທະເລ ລະຫວ່າງປະເທດ​ທັງ​ສອງ​.”

ຈົດໝາຍທັງ​ສອງ​ສະບັບ ຕ່າງ​ກໍອ້າງເຖິງ​ສົນທິ​ສັນຍາ​ນາໆ​ຊາດ ຊຶ່ງ​ຮວມທັງ ສົນທິສັນຍາ ຂອງອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ ກົດໝາຍ​ທາງ​ທະ​ເລ ຫຼື UNCLOS ສະບັບປີ
1982. ປະເທດທັງ​ສອງ​ ຕ່າງ​ກໍຂໍ​ຮ້ອງ​ໃຫ້ທ່ານ Ban ​ໄດ້​ແຈກຢາຍ​ເອກະສານ​ສະບັບ​ນີ້
ໃຫ້ແກ່​ສະມາຊິກຂອງອົງການ​ສະຫະ​ປະຊາ​ຊາດ.

ຈີນ​ໄດ້​ຕິດ​ຕັ້ງ​ຖານ​ຂຸດ​ນ້ຳ​ມັນໃນເດືອນແລ້ວນີ້​ ຢູ່ນອກ​ໝູ່​ເກາະ Paracel ​ໃນທະ​ເລ​ຈີນ​ໃຕ້ ທີ່​ທາງຫວຽດນາມຖືວ່າ ​ເປັນ​ເຂດ​ເສດຖະກິດ​ພິ​ເສດຂອງຕົນ​ນັ້ນ.

ການ​ເຄື່ອນໄຫວທີ່ວ່ານີ້ ແມ່ນ​ຖືກເບິ່ງກັນວ່າ ເປັນ​ການ​ກະທຳ​ທີ່ກ້າຫານທີ່ສຸດຂອງຈີນ
ໃນການອ້າງ​ເອົາ​ກຳມະສິດ​ ໃນ​ເຂດທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຈີນຍັງມີບັນຫາຂັດ​ແຍ້ງກັບ
ຟິລິບປີນມາ​ເລ​ເຊຍ ບຣູ​ໄນ ​ແລະ​ໄຕ້​ຫວັນ.
VIETNAM US VO
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG