ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຂັດແຍ້ງ ລະ​ຫວ່າງ ຫວຽດນາມ-ຈີນ ທົດສອບ ນະໂຍບາຍ ​ຫັນ​ໄປ ເອ​ເຊຍ ຂອງ ສ.ຫ.ລ. (ສະໄລດ໌/ວີດີໂອ)


China-Vietnam Standoff Tests U.S. Pivot to Asia
please wait

No media source currently available

0:00 0:02:30 0:00

A refugee woman faints upon her arrival on Kagia beach, west of the port of Mytilene, on the Greek island of Lesbos after crossing the Aegean sea from Turke.

ການປະເຊີນໜ້າ ກ່ຽວກັບແທ່ນເຈາະນ້ຳມັນ ຂອງຈີນ ຢູ່ໃນເຂດ
ນ່ານນ້ຳທີ່ມີການຂັດແຍ້ງກັນ ນອກຝັ່ງທະເລຫວຽດນາມ ແມ່ນ
ເປັນການທົດສອບ ຕໍ່ອັນທີ່ ລັດຖະບານທ່ານໂອບາມາ ເອີ້ນກັນ
ວ່າ "ການຫັນ ຫຼື Pivot" ຊັບພະຍາກອນດ້ານກຳລັງທະຫານ
ແລະ ດ້ານການທູດ ໄປຍັງຂົງເຂດເອເຊຍນັ້ນເອງ. ຜູ້ສື່ຂ່າວ
ວີໂອເອ ປະຈຳ ກະຊວງການຕ່າງປະເທດສະຫະລັດ Scott
Stearns ລາຍງານໃຫ້ ຊາບກ່ຽວກັບຜົນກະທົບຈາກເຫດການ
ຫຼ້າສຸດ ທີ່ລະເບີດຂຶ້ນ ໃນທະເລຈີນໃຕ້ ຊຶ່ງ ໄຊຈະເຣີນສຸກ ຈະ
ນຳມາສະເໜີທ່ານ.

ຫວຽດນາມກ່າວວ່າ ແທ່ນເຈາະນ້ຳມັນຂອງຈີນ ຢູ່ໃນນ່ານນ້ຳ ທີ່ມີການແຍ້ງກັນນັ້ນ ເປັນໄພຂົ່ມຂູ່ຕໍ່ສິດເສລີພາບໃນການເດີນເຮືອ.

ນາຍົກລັດຖະມົນຕີຫວຽດນາມ ທ່ານຫງຽນ ຕັນ Dung ກ່າວວ່າ: "ການຕິດຕັ້ງແທ່ນ
ເຈາະນ້ຳມັນຢ່າງຜິດກົດໝາຍຂອງຈີນ ແລະການ ສົ່ງເຮືອຄຸ້ມກັນ ໄປປົກປ້ອງ
ແທ່ນເຈາະດັ່ງກ່າວ ທີ່ຕັ້ງຢູ່ເລິກເຂົ້າໄປ ໃນເຂດໄຫລ່ທະວີບ ແລະ ເຂດເສດ
ຖະກິດພິເສດ ຂອງຫວຽດນາມນັ້ນ ເປັນໄພຂົ່ມຂູ່ຢ່າງຮ້າຍແຮງ ຕໍ່ສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງທາງທະເລ."

ຊາວປະມົງຫວຽດນາມ ຊ້ອມແປງເຮືອ ຫຼັງຈາກຖືກເຮືອລົບ ຂອງຈີນ ຕຳ ເພາະປົກປ້ອງ ເຂດນ່ານນ້ຳ ທີ່ມີຂໍ້ຂັດແຍ້ງກັນ ກ່ຽວກັບ ແທ່ນເຈາະນ້ຳມັນ.
ຊາວປະມົງຫວຽດນາມ ຊ້ອມແປງເຮືອ ຫຼັງຈາກຖືກເຮືອລົບ ຂອງຈີນ ຕຳ ເພາະປົກປ້ອງ ເຂດນ່ານນ້ຳ ທີ່ມີຂໍ້ຂັດແຍ້ງກັນ ກ່ຽວກັບ ແທ່ນເຈາະນ້ຳມັນ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ກ່າວວ່າ ມັນແມ່ນຫວຽດນາມເອງທີ່ເປັນຜູ້ກໍ່ໃຫ້ເກີດ ຄວາມເຄັ່ງຕຶງຕ່າງໆ
ດ້ວຍການຕັ້ງຄຳຖາມ ກ່ຽວກັບ ອະທິປະໄຕຂອງຈີນ.

ທ່ານ Hong Lei ເວົ້າວ່າ: "ຫວຽດນາມ ກຳລັງບິດເບືອນ
ຄວາມຈິງ ບໍ່ສາມາດໃຈ້ແຍກໄດ້ວ່າ ອັນໃດເປັນຄວາມ
ຖືກຕ້ອງ ແລະອັນໃດ ເປັນຄວາມຜິດໃນເວທີຂອງໂລກ ແລ້ວເຮັດໃຫ້ຈີນກາຍເປັນຝ່າຍຜິດ ໂດຍການກ່າວຫາ ແລະໃສ່ຮ້າຍຢ່າງບໍ່ມີເຫດຜົນ."


ສາດສະດາຈານ Hillary Mann Leverett ຈາກມະຫາວິທະຍາໄລອາເມຣິກັນກ່າວວ່າ
ການປະເຊີນໜ້າດັ່ງກ່າວແມ່ນສ່ວນໜຶ່ງໃນການ ຕ້ານຢັນຂອງຈີນ ຕໍ່ການມີໜ້າ ທີ່ໃຫຍ່
ຂຶ້ນກວ່າເກົ່າຂອງສະຫະລັດໃນ ເຂດມະຫາສະມຸດປາຊີຟິກ.

ທ່ານນາງ Leverett ​ເວົ້າວ່າ: "ຈີນ ຄວາມຈິງແລ້ວ ໄດ້ກົດດັນຫວຽດນາມ​ ທີ່​ຢູ່ແນວ​
ໜ້າ ​ຂອງ​ການ​ຕໍ່ສູ້ ຊຶ່ງແທ້ຈິງນັ້ນ​ ແມ່ນລະຫວ່າງ​ສະຫະລັດ​ກັບ​ຈີນ ກ່ຽວກັບວ່າ ຜູ້​ໃດ​ຈະ​ສາມ​າດ​ໃຊ້​ອິດ​ທິພົນ​ ໃນທຸກ​ມື້​ນີ້ ​ແລະ​ ໃນ​ໄລຍະ​ອັນຍາວ​ນານ​ ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ ຄວາມ​ຫລໍ່​ແຫຼມ​ສຳຄັນ ຂອງ​ໂລກນັ້ນ."


ສາດສະ​ດາ​ຈານ Carl Thayer​ ຈາກມະຫາ​ວິທະຍາ​ໄລ New South Wales ກ່າວ​ວ່າ
ມັນ​ແມ່ນ​ການເຕືອນ ຕໍ່​ບັນ​ດາ​ປະ​ເທດ​ທີ່​ມີ​ ການອ້າງກຳມະສິດ ເອົາເຂດນ້ຳແດນດິນ ແຂ່ງ​
ກັບ​ຈີນ​ນັ້ນ​ເອງ.

ທ່ານ Carl Thayer ​ເວົ້າວ່າ: "ບັນດາ​ປະ​ເທດ​ແກນກາງຂອງອາ​ຊ່ຽນ ບໍ່​ແມ່ນ​ພຽງ​ແຕ່ຟີ​ລິປິ​ນ ​ແລະ ຫວຽດນາມທໍ່​ນັ້ນ ທີ່​ຈະ​ຕ້ອງ​ກັງວົນ​ເປັນ​ຢ່າງສູງ ​ເພາະວ່າ​ມັນ​ບໍ່​ແມ່ນ​ແຕ່​ເລື່ອງ​ແທ່ນ​ເຈາະ​ນ້ຳມັນ​ຢ່າງ​ດຽວ ແຕ່​ມັນ​ໝາຍເຖິງແສນຍານຸພາບ​ທາງທະຫານ
​ທີ່ດຳເນີນການໄປພ້ອມນັ້ນ ​ແລະ​ ທຸກໆປະ​ເທດ​ຈະ​ຕ້ອງ ຮູ້​ສຶກບໍ່ມີຄວາມໝັ້ນຄົງ​
ກັບ​ຈີນ​ເລີຍ."


ປະທານປະເທດຈີນ ທ່ານ Xi Jinping ກ່າວ​ວ່າ ຈີນ​ພະຍາຍາມ ສະເໝີມາ ເພື່ອ​ແກ້​ໄຂ​ບັນຫາອະທິປະ​ໄຕທາງ​ທະ​ເລ​ດ້ວຍສັນຕິວິທີ ​ແລະ​ມີຄຳ​ຖາມ​ຕໍ່ບັນດາ​ປະ​ເທດ​ ໃນເອເຊຍ
​ກ່ຽວກັບການ​ສະ​ແຫວ​ງ ຫາພັນ​ທະ​ມິດ​ເພື່ອ​ຕ້ານ​ກັບປະ​ເທດເພື່ອນ​ບ້ານຂອງຕົນ.

ທ່ານ Xi Jinping ​ເວົ້າວ່າ: "ບັນດາ​ປະ​ເທດ ​ທີ່ເສີມຂະຫຍາຍ ພັນທະມິດທາງ​ທະຫານ​ ​ເພື່ອ​ຕໍ່ ຕ້ານ​ກັບປະ​ເທດ​ທີ 3 ນັ້ນ ບໍ່​ໄດ້​ເປັນຜົນ​ປະໂຫຍ​ດຕໍ່ຄວາມ​ໝັ້ນຄົງ​ຢູ່ໃນ​ຂົງ​ເຂດ​ເລີຍ."

ປັກ ​ກິ່ງ ກຳລັງ​ພະຍາຍາມ​ເຄື່ອ​ນ​ໄຫວ​ທຳລາຍຕໍ່ອັນ​ທີ່​ເອີ້ນ​ວ່າການຫັນ​ໄປເອ​ເຊຍຂອງ​ ສະຫະລັດ ຊຶ່ງອີງຕາມ​ຄຳ​ເວົ້າ ຂອງທ່ານ​ນາງ Leverett ​ແລ້ວ ​ເປັນ​ການຄາດ​ຄະ​ເ​ນວ່າ
​ວໍ​ຊິງ​ຕັນ​ຈະ​ບໍ່​ທຳ​ການ​ຕໍ່ສູ້.

ທ່ານ​ນາງ Leverett ​ເວົ້າວ່າ: "ແນວ​ຄິດ​ຂອງ​ຈີນ​ນັ້ນ ​ທີ່ຈິງແລ້ວ​ເປັນ​ການ​ໃຫ້ທາງ
ເລືອກແກ່​ສະຫະລັດ ທີ່ວ່າ ສະຫະລັດ ບໍ່ມີທາງຊະນະໄດ້. ບໍ່​ວ່າ​ຈະ​ເປັນ​ການ​ຕໍ່ສູ້​
ກັບ ​ຈີນ​ ເພື່ອ​ໝູ່​ເກາະ​ທີ່​ຕົນ ບໍ່ໄດ້ໃຫ້ຄວາມ​ສຳຄັນ​ເລີຍ ຫຼື ບໍ່​ໃຫ້ການສະໜັບ
ສະໜຸນ ຕໍ່ບັນດາ​ພັນທະ​ມິດຂອງຕົນ ຊຶ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ ແບບ​ແຮງ​ສຸດ​ເຖິງ​
ບັນດາ​ພັນທະ​ມິດ​ວ່າ ພວກ​ເຂົາ​ບໍ່​ມີ​ ສະຫະລັດ​ເປັນ​ບ່ອນ​ອີງ ການ​ຫັນ​ໄປ​ເອເຊຍ
ນັ້ນ ບໍ່ແມ່ນເປັນເລື່ອງຈິງ ເພື່ອນ​ບ້ານພຽງປະເທດນຶ່ງ ປະເທດດຽວເທົ່ານັ້ນ ທີ່​
ພວກ​ເຂົາ​ ຕ້ອງ​ພົວພັນນຳ​ໃນ​ຂະນະ​ນີ້ ​ແລະ ຕະຫຼອດ​ໄປ ​ກໍ​ຄືຈີນນັ້ນ​ເອງ."


ວໍຊິງ​ຕັນ ກ່າວ​ວ່າ ຕົນ​ຈະ​ສະໜັບສະໜຸນໃນການ​ດຳ​ເນີນ​ການ​ທາງ​ດ້ານ​ກົດໝາຍ​ຂອງ​ຮາ​ໂນ່ຍ ຕໍ່ແທ່ນ​ເຈ​າະນ້ຳມັນຂອງຈີນ ຊຶ່ງ​ເປັນ​ພາກສ່ວນ​ ທີ່​ສະຫະລັດ​ກ່າວ​ວ່າ: “"ເປັນ​ຜົນ​ປະໂຫຍ​ດ​ແຫ່ງ​ຊາດ​ ໃນ​ການຮັກສາ ສັນຕິ​ພາບ ​ແ​ລະ ສະຖຽນ​ລະ​ພາບ" ຢູ່​ໃນ​ທະ​ເລ​ຈີນ​ໃຕ້.
XS
SM
MD
LG