ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນວ່າ ການພົບປະລະຫວ່າງ ທ່ານຫູກັບ ທ່ານໂອບາມາ ໄດ້ຮັບຜົນເປັນຢ່າງດີ


ປະທານປະເທດຈີນ ທ່ານຫູຈິນເຖົາ ກັບປະທານາທິບໍດີບາຣັກ ໂອບາມາ.
ປະທານປະເທດຈີນ ທ່ານຫູຈິນເຖົາ ກັບປະທານາທິບໍດີບາຣັກ ໂອບາມາ.

ຈີນເອີ້ນການພົບປະສົນທະນາຂອງທ່ານປະທານຫູຈິນເຖົາກັບທ່ານປະທານາທິບໍດີ ໂອບາມາ ວ່າ ໄດ້ຮັບຜົນເປັນຢ່າງດີ ແລະວ່າຜູ້ນໍາທັງສອງທ່ານໄດ້ບັນລຸ “ການເຫັນພ້ອມຢ່າງເປັນ ເອກະສັນກັນທີ່ສໍາຄັນ” ກ່ຽວກັບບັນຫາຕ່າງໆໃນຂອບເຂດກວ້າງຂວາງ.

ບັນດາໜັງສືພິມຈີນ ສະບັບທີ່​ພິມ​ເຜີຍ​ແຜ່ໃນວັນພະຫັດອາ
ທິດແລ້ວນີ້ ໄດ້ລົງພາບການພົບປະກັນຂອງທ່ານປະທານຫູ
ກັບປະທານາທິບໍດີໂອບາມາ ຢູ່ທໍານຽບຂາວ ເປັນຂ່າວ​ເດ່​ນ
ໃນໜ້າທຳອິດ. ການພາດຫົວຂໍ້ຂ່າວຕ່າງໆ ໄດ້ໃຫ້ການ
ຊົມເຊີຍສັກກະຫລາດໃໝ່​ໃນ​ສາຍ​ພົວພັນລະຫວ່າງສອງ
ປະເທດ ແລະລາຍງານຂ່າວຕ່າງໆ ກໍໄດ້ເນັ້ນເຖິງຂ່າວທີ່
ເວົ້າໃນແງ່ດີເຖິງການພົບປະກັນຂອງຜູ້ນຳທັງສອງໃນຄັ້ງ
ນີ້.

ຂ່າວດ່ວນເປັນພາສາອັງກິດຈາກອົງການຂ່າວ Xinhua
ຂອງທາງການຈີນ ໄດ້​ເວົ້າ​ເຖິງການຢ້ຽມຢາມນະຄອນ
ຫລວງວໍຊິງຕັນຂອງທ່ານ ຫູວ່າ ເປັນ “ຂີດໝາຍອັນຍິ່ງ
ໃຫຍ່ຄັ້ງປະຫວັດສາດໃນການພົວພັນທາງການທູດລະ
ຫວ່າງຈີນກັບສະຫະລັດ”.

ສຳນັກງານອົງການຂ່າວ Xinhua ຂອງທາງການ ຈີນທີ່ນະຄອນປັກກິ່ງ
ສຳນັກງານອົງການຂ່າວ Xinhua ຂອງທາງການ ຈີນທີ່ນະຄອນປັກກິ່ງ

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei
ກໍໄດ້ກ່າວສະທ້ອນເຖິງຄວາມ​ເຫັນ​ໃນ​ທາງ​ຕື່ນ​ເຕ້ນ​ດັ່ງ
ກ່າວອອກມາວ່າດັ່ງນີ້:

“ປະທານຫູໄດ້ສົນທະນາເຈລະຈາກັບປະທານາ
ທິບໍດີໂອບາມາຢ່າງມີຜົນສຳເລັດດີ ​ແລະວ່າ
ທັງສອງຝ່າຍໄດ້ຕົກລົງທີ່ຈະຮ່ວມມືກັນສ້າງ
ພາຄີ​ ຈີນ-ອາເມຣິກາ ບົນພື້ນຖານຂອງການ
ມີຜົນປະໂຫຍດຮ່ວມ​ກັນ ແລະນັບຖືຊຶ່ງກັນ
ແລະກັນ
ຊຶ່ງທ່ານເອີ້ນວ່າເປັນ “ແນວໂນ້ມທີ່
ຖືກຕ້ອງກັບຍຸກເວລາ" .

ນອກນັ້ນ ທ່ານ Hong ຍັງເວົ້າອີກວ່າ ທັງສອງຝ່າຍໄດ້ບັນລຸ “ການເຫັນພ້ອມຢ່າງເປັນ
ເອກະສັນກັນ ທີ່ສຳຄັນ” ກ່ຽວກັບຫລາຍໆບັນຫາຊຶ່ງລວມມີການພົວພັນທາງດ້ານການ
ທະຫານ, ເລື້ອງເກົາຫຼີເໜືອ, ອີຣ່ານ, ຊູແດນ, ​ເລື້ອງອາວະກາດ, ເທັກໂນໂລຈີ ແລະ
ການແລກປ່ຽນໃນລະດັບສູງ. ແຕ່ຢ່າງໃດກໍຕາມ ທ່ານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບ
ປະເດັນເຫລົ່ານີ້.

ໂຄສົກລັດຖະບານຈີນທ່ານນີ້ ຍັງກ່າວເພີ້ມອີກວ່າ ທັງສອງຝ່າຍຕ່າງ​ກໍໄດ້ເນັ້ນໜັກເຖິງ
ຄວາມສຳຄັນຂອງໄຕ້ຫວັນ. ທ່ານ Hong ເວົ້າວ່າ “ທ່ານປະທານ ຫູ ໄດ້ເນັ້ນຢໍ້າວ່າ ບັນຫາໄຕ້ຫວັນແມ່ນກ່ຽວຂ້ອງກັບ ອະທິປະໄຕ ແລະ​ຄວາມ​ໝັ້ນຄົງ​ຂອງເຂດ
ນໍ້າ​ແດນ​ດິນ​ອັນ​ຄົບ​ຖ້ວນ ຂອງຈີນ ​ແລະ​ເພາະສະ​ນັ້ນຈີນ​ຈຶ່ງຫວັງວ່າສະຫະລັດ
ຈະປະຕິບັດຕາມຄໍາໝັ້ນສັນຍາທີ່ກ່ຽວຂ້ອງກັບ​ເລື້ອງ​ນີ້ ຕະຫລອດທັງມີ​ຄວາມ
ເຂົ້າ​ໃຈ​ແລະຍິນດີນໍາ ​ແລະໃຫ້ການສະໜັບສະໜູນຕໍ່ທ່າທີ ຫລື ຈຸດຢືນຂອງຈີນ
ອີກດ້ວຍ.”

ເກາະໄຕ້ຫວັນທີ່ລັດຖະບານປັກກິ່ງຖືວ່າແມ່ນພາກສ່ວນນຶ່ງຂອງຈີນ
ເກາະໄຕ້ຫວັນທີ່ລັດຖະບານປັກກິ່ງຖືວ່າແມ່ນພາກສ່ວນນຶ່ງຂອງຈີນ

ລັດຖະບານປັກກິ່ງຖືວ່າ ໄຕ້ຫວັນແມ່ນພາກ
ສ່ວນນຶ່ງຂອງຈີນ ແລະກໍບໍ່ໄດ້ປະກາດສະລະ
ສິດ​ໃນ​ການ​ທີ່​ຈະໃຊ້ກຳລັງຮຸນແຮງເພື່ອຈະ
ທ້ອນໂຮມເອົາເກາະ​ໄຕ້​ຫວັນທີ່ປົກຄອງຕົນ
ເອງນັ້ນກັບຄືນມາ ຖ້າເມື່ອໃດໄຕ້​ຫວັນຫາກ
ປະກາດຄວາມເປັນເອກະລາດຂຶ້ນມາ.

ສະຫະລັດຮັບຮູ້ວ່າ ມີຈີນແຕ່ພຽງປະເທດດຽວ
ແຕ່ກໍໄດ້ຮັບປາກ​ທີ່ຈະຊ່ວຍໄຕ້ຫວັນໃຫ້ສາ
ມາດປ້ອງກັນໂຕເອງ​ໄດ້ ແລະກໍໄດ້​ເຮັດໃຫ້ຈີນ
ໂກດແຄ້ນດ້ວຍການຂາຍອາວຸດໃຫ້ແກ່ໄຕ້
ຫວັນ. ໂຄສົກກະຊວງປະເທດຈີນຍັງໄດ້ກ່າວ
ລື້ມຄືນຄຳເຫັນຂອງທ່ານ ຫູ ກ່ຽວກັບເລື້ອງ
ສິດທິມະນຸດ ຊຶ່ງທ່ານຫູໄດ້ໃຫ້ການຍອມຮັບ
ວ່າຈີນ ແລະ ສະຫະລັດມີ “ຄວາມຄິດເຫັນທີ່ແຕກຕ່າງກັນຢ່າງໜັກ” ກ່ຽວກັບ ເລື້ອງສິດທິ
ມະນຸດ ແຕ່ວ່າ ທັງສອງປະເທດກໍໄດ້ທໍາ​ການປັບປຸງໃຫ້ຄວາມຄິດເຫັນທີ່ແຕກຕ່າງກັນໃນ
ດ້ານນີ້ຫລຸດ​ນ້ອຍ​ລົງຢ່າງສະໝໍ່າສະເໝີ ເລື້ອຍໆມາ.

ເຖິງແມ່ນວ່າລັດຖະບານຈີນ​ໄດ້​ສະ​ແດງ​ທ່າ​ທີ​ອອກ​ມາ​ຢ່າງເປີດເຜີຍ ຫລືກົງໄປກົງມາໃນ
ເລື້ອງສິດທິມະນຸດນີ້ກໍຕາມ, ແຕ່ກໍປາກົດວ່າ ພວກກວດກາຂ່າວໃນປະເທດຈີນ ຍັງມີ
ຄວາມຢ້ານກົວທີ່ຈະນຳເອົາເລື້ອງນີ້ ອອກມາເວົ້າຢ່າງເປີດເຜີຍ ​ໂດຍ​ໄດ້​ຕັດຂ່າວໃນ
ໂທລະພາບສາກົນທີ່ລາຍງານກ່ຽວກັບການໄປຢ້ຽມຢາມສະຫະລັດຂອງທ່ານຫູນັ້ນອອກ
ໂດຍທັນທີ ເມື່ອມີການກ່າວເຖິງເລື້ອງສິດທິມະນຸດໃນຂ່າວນັ້ນ.

XS
SM
MD
LG