ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນປະນາມ ຮ່າງຍັດຕິ ວ່າດ້ວຍເງິນຕາຂອງຈີນ ໃນສະພາສູງສະຫະລັດ


ການອະພິປາຍເລື້ອງເງິນຕາຂອງຈີນໃນສະພາສູງສະຫະລັດ.
ວັນທີ 3 ຕຸລາ 2011.
ການອະພິປາຍເລື້ອງເງິນຕາຂອງຈີນໃນສະພາສູງສະຫະລັດ. ວັນທີ 3 ຕຸລາ 2011.

ຈີນ​ເຕືອນ​ວ່າ ຈະ​ເປັນ​ການ​ທໍາລາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ສາຍ​ພົວພັນ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ​
ສະຫະລັດ​ກັບ​ຈີນ ຖ້າ​ຫາກ​ທາງ​ສະພາ​ສູງ​ສະຫະລັດ ຍັງດໍາ​ເນີນ​ການ​ຕໍ່ໄປກ່ຽວກັບມາດ​ຕະ
ການ​ເພື່ອ​ລົງ​ໂທດ​ລັດຖະບານກຸງ​ປັກ​ກິ​ງໃນ​ການ​ຕັ້ງຄ່າເງິນຕາ​ຂອງ​ຕົນຕໍ່າເກີນໄປ​ນັ້ນ.

ບັນດາ​ສະມາຊິກ​ສະພາ​ສູງ​ສະຫະລັດ​ໄດ້​ລົງມະຕິ​ກັນ​ໃນ​ຄໍ່າ​ຄືນ​ວັນ​ຈັນວານ​ນີ້​ເພື່ອ​ດໍາ​ເນີນ​
ການ​ຕໍ່ໄປກັບ​ຮ່າງ​ຍັດຕິ​ດັ່ງກ່າວ ​ໂດຍ​ຈະ​ນໍາ​ມາ​ອະພິປາຍ​ກັນ​ເປັນ​ເວລາ​ຫລາຍ​ມື້ກ່ອນ​ຈະ
ລົງຄະແນນສຽງກັນຢູ່ໃນ​ສະພາ​ນັ້ນ. ຖ້າ​ຫາກ​ຮ່າງ​ຍັດຕິ​ດັ່ງ​ກ່າວກາຍ​ເປັນ​ກົດໝາຍ​ທີ່​ມີ​ຜົນ
ບັງຄັບ​ໃຊ້ ສະຫະລັດ​ອາດຈະທຳການເກັບພາສີ​ເພື່ອ​ເປັນ​ການ​ໂຕ້​ຕອບ​ຕໍ່​ປະ​ເທດ​ໃດ​ກໍ​
ຕາມ​ທີ່​ຮັກສາ​ຄ່າ​ເງິນຕາ​ຂອງ​ຕົນຕໍ່າ​ຜິດ​ທໍາ​ມະ​ດາ​ໂດຍ​ເຈດ​ຕະນາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ປະນາມ​ຮ່າງ​ກົດໝາຍ​ດັ່ງກ່າວ​ໃນ​ວັນ​ອັງຄານ ມື້​ນີ້ ​ໂດຍ​ກ່າວ​ວ່າ ສະ
ຫະລັດ​ກໍາລັງ​ໃຊ້​ເລື້ອງ​ເງິນຕາ​ເປັນ​ຂໍ້​ແກ້​ໂຕ​ອັນ​ນຶ່ງ​ເພື່ອ​ເປັນ​ມາດ​ຕະ​ການ​ຄຸ້ມ​ຄອງ​ຫລື​ປ້ອງ​
ກັນການ​ຄ້າ​ຂອງ​ຕົນ. ​ໃນ​ການ​ລົງ​ຂ່າວ​ໃນ​ແວັບ​ໄຊ​ຂອງ​ລັດຖະບານນັ້ນ ​ໂຄສົກ​ປະ​ຈໍາ​ກະ
ຊວງ​ການຕ່າງປະ​ເທດ​ຈີນ ທ່ານ Ma Zhaoxu ກ່າວ​ວ່າ ຮ່າງ​ຍັດຕິ​ສະບັບ​ນີ້​ລະ​ເມີດກົດ​ລະ
ບຽບ​ຂອງ​ອົງການ​ການ​ຄ້າ​ໂລກ​ຢ່າງ​ຮ້າຍ​ກາດ ​ແລະ​ຈະ​ສ້າງຄວາມເສຍຫາຍຢ່າງ​ຮ້າຍ​ແຮງ ​
ຕໍ່ຄວາມ​ສໍາພັນ​ທາງ​ການ​ຄ້າແລະເສດຖະກິດລະຫວ່າງ​ສອງ​ປະ​ເທດ.

XS
SM
MD
LG