ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຈັບກຸມ ພະນັກງານຈີນ


ສະຫະລັດ-ຈີນ
ສະຫະລັດ-ຈີນ

ທາງ​ການ​ສະຫະລັດ​ໄດ້​ຈັບ​ກຸມ​ພະນັກງານ​ຈີນ​ຄົນ​ນຶ່ງໃນ​ໂຮງງານ​ເຕັກ​ໂນ​ໂລ​ຈີ​ແຫ່ງ​ນຶ່ງ​ ທີ່​ຖືກ​ກ່າວ​ຫາ​ວ່າ ລັກລອບ​ສົ່ງ​ອຸບປະກອນ​ກັ່ນ​ທາດ​ຢູ​ເຣນຽມໄປ​ຍັງ​ຈີນ​ນັ້ນ.

ພວກ​ສາຍ​ລັບ​ຂອງ​ສະຫະລັດ​ໄດ້​ຈັບ​ກຸມ​ນາຍ Qiang Hu ​ໃນ​ໂຮງ ແຮມ​ແຫ່ງ​ນຶ່ງ​ໃນຣັດ Massachusetts ​ໃນ​ພາກ​ຕາ​ເວັນອອກ​ສຽງ​ເໜືອຂອງ​ສະຫະລັດ.

ນາຍ Qiang Hu ຖືກ​ສົງ​ໄສ​ວ່າ ລັກລອບ​ສົ່ງເຄື່ອງ​ເຊັນ​ເຊີວັດ​ແທກ ຄວາມ​ກົດ​ດັນ​ຫຼາຍ​ພັນ​ອັນ​ໄປ​ຍັງ​ຈີນ​ ຈາກ​ບໍລິສັດຜະລິດ​ອຸບປະກອນ MKS Instruments ໃນ​ລັດ Massachusetts.

​ເຄື່ອງ​ເຊັນ​ເຊີທີ່​ວ່າ​ນີ້​ໃຊ້​ສໍາລັບ​ກັ່ນ​ທາດ​ຢູ​ເຣນຽມ ​ແລະ​ອາດສາມາດ​ໃຊ້ໃນການຜະລິດ​ລະ​ເບີດ​ນີວ​ເຄລຍ​ໄດ້.

ກະຊວງ​ຍຸຕິ​ທໍາ​ສະຫະລັດ​ກ່າວ​ວ່າ ນາຍ Qiang ​ເປັນ​ຕົວ​ແທນ​ຂາຍ ເຄື່ອງ​ໃຫ້​ບໍລິສັດ MKS ປະ​ຈໍາ​ຫ້ອງການ​ທີ່​ນະຄອນ Shanghai ນັ້ນ.

XS
SM
MD
LG