ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ່ມີຄວາມກ້າວໜ້າ ທີ່ສຳຄັນ ໃນການເຈລະຈາ ລະຫວ່າງ ສະຫະລັດ ກັບເກົາຫຼີເໜືອ


Ông Yuichiro Miura tập luyện tại Tokyo cho chuyến leo núi Everest vào năm 2013. (Miura Dolphins)
Ông Yuichiro Miura tập luyện tại Tokyo cho chuyến leo núi Everest vào năm 2013. (Miura Dolphins)

ທູດ​ພິ​ເສດ​ຂອງ​ສະຫະລັດກ່າວ​ໃນ​ວັນສຸກ​ມື້ນີ້ວ່າທ່ານ​ໄດ້​ປະສົບ​ຄວາມ​ກ້າວໜ້າ​ພຽງ​ເລັກ​ນ້ອຍ
ໃນ​ການ​ເຈລະຈາ​ກັບ​ເກົາຫຼີ​ເໜືອ ​ເພື່ອ​ເລີ່​ມການ​ປົດ​ອາວຸດ​ນິວເຄຼຍແຕ່ບໍ່ແມ່ນ​ຄວາມ​ກ້າວໜ້າ​
ແບບ​ໃຫຍ່​ຫຼວງ​.

ທ່ານ Glyn Davies ທູດ​ພິ​ເສດ​ຂອງ​ສະຫະລັດຮັບຜິດຊອບ​ກ່ຽວ​ກັບ​ນະ​ໂຍບາຍ​ເກົາຫຼີ​ເໜືອ
ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ການ​ເຈລະຈາ​ເປັນ​ເວລາ ​2 ມື້ທີ່​ນະຄອນ​ຫຼວງປັກ​ກິ່ງໄດ້​ກວມ​ລວມ
ທັງເລື່ອງ​ຫ້າມ​ແຜ່ຜາຍ​ອາວຸດ​ນິວ​ເຄລຍ ການຊ່ອຍ​ເຫຼືອທາງ​ດ້ານ​ມະນຸດສະທຳ​ ແລະ​ບັນຫາ​
ອື່ນໆ​ທີ່​ເປັນ​ແກນ​ກາງຂອງ​ຄວາມເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດ. ​ແຕ່​ແນວ​ໃດ​ກໍ​ຕາມທ່ານ​ເວົ້າວ່າວໍ​ຊິ​ງ
ຕັນ​ແລະປະ​ເທດພັນທະ​ມິດຊຶ່ງ​ມີ​ຍີ່ປຸ່ນ​ແລະ​ເກົາຫຼີ​ໃຕ້ຈຳ​ເປັນ​ຈະ​ຕ້ອງ​ໄດ້​ຊັ່ງຊາ​ຕີ​ລາຄາເບິ່ງ​ອີກ
ໃນສິ່ງ​ທີ່​ ຄະນະ​ເຈລະຈາ​ຂອງ​ເກົາຫຼີ​ເໜືອ ​ໄດ້ແຈ້ງ​ໃຫ້​ທ່ານ​ຊາບໄປນັ້ນ.

ນີ້​ແມ່ນ​ການ​ພົບ​ປະ​ຮອບ​ທີ 3 ລະຫວ່າງ​ສະຫະລັດ​ກັບ​ເກົາຫຼີ​ເໜືອ ນັບ​ແຕ່​ເດືອນກໍລະກົດ​ປີ​
ກາຍ​ນີ້​ເປັນຕົ້ນມາ ​ແຕ່​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ຜູ້ນຳ​ຄົນ​ໃ​ໝ່ຂອງ​ເກົາຫຼີ​ເໜືອ ທ່ານ​ກິມຈົງ​ອຸນ​
ເຂົ້າຮັບ​ຕຳ​ແໜ່​ງແທນ​ມື້ລາງ​ບິດາ​ຂອງ​ທ່ານ​ໃນ​ທ້າຍ​ປີ​ກາຍນີ້.

ທ່ານ Davies ກ່າວ​ໃນຕົ້ນອາທິດ​ນີ້ວ່າທ່ານ​ມີີກຳລັງ​ໃຈ​ກ່ຽວ​ກັ​ບການ​ທີ່​ພຽງ​ຢາງ​ເຕັມ​ໃຈ​ຈະ
ເປີດ​ການ​ສົນທະນາ​ຫາລື​ກັນ​ຄືນ​ໃໝ່ ​ແລະ​ມີ​ຄວາມ​ກະຕືລືລົ້ນຢາກ​ເຫັນ​ວ່າ ການ​ປ່ຽນ​ແປງ​ຜູ້
ນຳ​ຂອງ​ເກົາຫຼີ​ເໜືອ ມີ​ຜົນ​ແນວ​ໃດ​ຕໍ່​ທ່າ​ທີ​ຂອງປະ​ເທດ​ດັ່ງກ່າວ.

XS
SM
MD
LG