ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດເຄື່ອນໄຫວທາງ ການທູດ ກ່ຽວກັບບັນຫາ ໃນແຫລມເກົາຫລີ


ທ່ານ James Steinberg ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ
ທ່ານ James Steinberg ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ

ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະຫະລັດ​ຄະນະ​ນຶ່ງ​ ຈະ​ເດີນ​ທາງໄປ​ຈີນ​ໃນ​ສັບປະດາ​ໜ້າ ​ເພື່ອຊຸກຍູ້​ຂໍ້​ໂຕ້​ແຍ້​ງຂອງ​ຕົນ​ ທີ່ວ່າ​ກຸງ​ປັກ​ກິ​ງຈະ​ຕ້ອງ​ດໍາ​ເນີນ​ການ​ຫລາຍ​ຂຶ້ນ​ເພື່ອ​ຂັດຂວາງເກົາຫລີ​ເໜືອ​ ບໍ່ ​ໃຫ້​ທໍາ​ການ​ຮຸກ​ຮານ​ຫລື​ບຸກລຸກ​ຕື່ມ​ອີກ.

ລາຍ​ງານ​ສື່​ມວນຊົນ​ສະຫະລັດ​ກ່າວ​ວ່າ ໃນ​ເວລາ​ດຽວ​ກັນ ທ່ານ Bill Richardson ຜູ້​ວ່າ ການ​ລັດ​ແລະ​ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະຫະ​ປະຊາ​ຊາດຈະ​ເດີນທາງ ໄປ​ຍັງ​ກຸງ​ພຽງ​ຢາງ ​ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ເປັນ​ທາງ​ສ່ວນ​ຕົວ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ.

ຄະນະ​ຜູ້​ແທນ​ໄປ​ຍັງ​ຈີນ​ ​ແມ່ນຈະ​ນໍາພາ​ໂດຍ​ທ່ານ James Steinburg ​ເຈົ້າ​ໜ້າ​ທີ່​ສູງສຸດ​ອັນ​ດັບ​ສອງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ. ​ໃນ​ການຖະ​ແຫລ​ງ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Steinburg ​ເວົ້າ​ວ່າ ​ໄພອັນຕະລາຍທີ່​ແຫລມ​ເກົາຫລີນັ້ນແມ່ນ ​ສືບ​ເນື່ອງ​ມາ​ຈາກ​ການທີ່ວ່າ ບໍ່​ມີສິ່ງຍັບ​ຍັ້ງ​ທີ່​ມີ​ປະສິດທິພາບ​ໃດໆ​ຕໍ່​ເກົາຫລີ​ເໜືອ​. ​ທ່ານ​ເວົ້າ​ຕໍ່​ໄປວ່າ ຈີນ​ສາມາດ​ຫລິ້ນ​ບົດບາດ​ທີ່ສໍາຄັນ​ໄດ້ ​ໂດຍເຮັດ​ໃຫ້ກຸງ​ພຽງຢາງ​ຮູ້ຢ່າງ​ຈະ​ແຈ້ງວ່າ ມີ​ຜົນ​ຮັບ​ທີ່​ຈະ​ຕິດຕາມ ມາພາຍຫລັງ​ ສໍາລັບ​ພຶດຕິ​ກໍາ​ຂອງເກົາຫລີ​ເໜືອນັ້ນ.

ຄະນະ​ຜູ້​ແທນ​ຂອງ​ທ່ານ Steinburg ຈະ​ເດີນທາງ​ໄປ​ຮອດ​ກຸງ​ປັກ​ກິ​ງ​ໃນ​ວັນ​ອັງຄານ​ໜ້າ ​ແລະ​ຈະພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ 3 ມື້.

XS
SM
MD
LG