ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ເປີດເຜີຍ ເຮືອບິນລົບ ຊະນິດໃໝ່ ທີ່ເຣດ້າຈັບບໍ່ໄດ້


ຈີນເປີດເຜີຍ ເຮືອບິນລົບຊະນິດໃໝ່ J-20 ທີ່ເຣດ້າຈັບບໍ່ໄດ້ ລະຫວ່າງການສະແດງເຮືອບິນ ທີ່ເມືອງ Zhuhai ແຂວງ Guangdong ວັນທີ 1 ພະຈິກ, 2016.
ຈີນເປີດເຜີຍ ເຮືອບິນລົບຊະນິດໃໝ່ J-20 ທີ່ເຣດ້າຈັບບໍ່ໄດ້ ລະຫວ່າງການສະແດງເຮືອບິນ ທີ່ເມືອງ Zhuhai ແຂວງ Guangdong ວັນທີ 1 ພະຈິກ, 2016.

ຈີນ​ໄດ້​ສະ​ແດງ​ເຮືອບິນ​ລົບ J-20 ທີ່ເຣ​ດາ​ຈັບ​ບໍ່​ໄດ້ ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ທີ່ ບ່ອນການສະ​ແດງ​ເຮືອບິນ ທີ່ເມືອງ Zhuhai ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

​ເຮືອ​ບິນ​ລົບ​ J-20 ສອງ​ລໍ​າ​ໄດ້​ປາກົດ​ໂຕ​ພຽງ​ລະຍະ​ສັ້ນໆ​ຢູ່​ໃນ​ພິທີ​ເປີດ​ໂດຍໄດ້ ສະ​ແດງ​ການເຄື່ອນ​ໄຫ​ວຕ່າງໆ ​ແລະ​ໄດ້​ສົ່ງ​ສຽງ​ຢ່າງ​ແຮງ ​ທີ່​ເຮັດໃຫ້​ສັນ​ຍານເຕືອນ​ໄພລົດ​ດັງ​ຂຶ້ນ ​ຢູ່​ບ່ອນ​ຈອດ​ລົດ​ໃກ້​ໆ​ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຮອຍ​ເຕີ​.

​ເຮືອບິນ​ລົບນີ້ ​ເປັນ​ເຮືອບິນ​ລົບ​ຮຸ້ນ​ທີສອງ​ທີ່ເຣດ້າຈັບ​ບໍ່​ໄດ້ຂອງຈີນ​. ​ເຮືອບິນ​ລົບJ-31 ​ໄດ້​ຖືກ​ເປີດ​ເຜີຍ​ຕໍ່​ສາທາລະນະ​ຢູ່​ການສະ​ແດງການບິນທີ່​ເມືອງ Zhuhai ​ເມື່ອ​ສອງ​ປີ​ກ່ອນ.

​ໃນ​ຂະນະ​ທີ່​ເຮືອບິນ​ລົບ J-31 ຄາດ​ວ່າ​ຈະ​ເປັນການກ້າວ​ເຂົ້າ​ສູ່​ຕະຫລາດ​ອາວຸດໂລກ​ຂອງ​ຈີນ ຊຶ່ງ​ເຮືອບິນ J-20 ຊຶ່ງ​ມີ​ຮູບ​ຮ່າງຄ້າຍ​ຄື​ກັບ ​ເຮືອບິນ​ລົບ F-22 Raptor ຂອງ​ສະຫະລັດ​ແມ່ນບໍ່​ມີ​ທ່າ​ທາງ​ວ່າ​ຈະ​ຖືກ​ສົ່ງ​ອອກ​ໄປ​ຂາຍ​ຕ່າງ ປະ​ເທດ.

​ເຈົ້າ​ໜ້າ​ທີ່​ອຸດສາຫະກຳ​ການ​ບິນ​ກ່າວ​ຕໍ່ອົງການ​ຂ່າວຣອຍ​ເຕີ​ວ່າ “ນີ້​ແມ່ນ​ເຮືອບິນ​ສຳລັບ ຈີນ ທີ່ J-31 ເບິ່ງ​ແລ້ວບໍ່​ແມ່ນ​. “ນີ້​ແມ່ນ​ການ​ພັດທະນາໃຫ້ເຂົາ​ເຈົ້າ​ເອງ.”

ສະມັດ​ຖະພາບ​ຂອງ​ເຮືອບິນ​ລົບ J-20 ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້. ການ​ປາກົດ​ໂຕເປັນລະຍະ​ສັ້ນໆ​ໃນ​ວັນ​ອັງຄານມື້ນີ້ ແມ່ນ​ພຽງ​ແຕ່ໄດ້​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ ​ເຫັນ​ແຕ່​ພຽງ​ເລັກ​ນ້ອຍ ກ່ຽວກັບ​ສະພາບທີ່​ເຣດາ​ສາມາດ​ຈັບ​ບໍ່​ໄດ້ຂອງ​ເຮືອບິນ ການສະ​ແດງຫລື​ພະລັງ​ສະມັດ​ຖະພາບ. ບັນດາ​ຜູ້​ເຂົ້າ​ຮ່​ວມການສະແດງ ຈະ​ບໍ່​ສາມາດ​ແນມ​ເຫັນ​ເຮືອບິນ​ລົບນີ້ ​ຢູ່​ພື້ນ​ດິນ​ທີ່​ເມືອງ Zhuhai.

​ເຈົ້າ​ໜ້າ​ທີ່​ກອງ​ທັບ​ອາກາດ​ຈີນທີ່​ບໍ່​ບອກ​ຊື່ ກ່າວ​ຕໍ່​ໜັງສືພິມ the South China Morning Post ​ວ່າ ​ເຮືອບິນນີ້​ບັນ​ຈຸ “ຄວາມ​ລັບສຸດ​ຍອດດ້ານ​ເທັກ​ໂນ​ໂລ​ຈີ ຂອງ​ຈີນຢູ່​ໃນ​ເຮືອບິນ​ທີ່​ເຣດາ​ຈັບ​ບໍ່​ໄດ້ ພ້ອມ​ທັງ​ຄວາມລັບ​ຂອງ​ກອງທັບ​.” ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາມ​ລັບ​ຈຳນວນ​ນຶ່ງ​ຈະ​ຖືກ​ເປີດ​ເຜິ​ຍຖ້າ​ຫາກ​ບັນດາ​ຜູ້​ຊ່ຽວຊານ​ເຂົ້າ​ໄປ​ເບິ່ງ​ຢູ່​ໃກ້ກັບ​ປີກ​ ​ແລະຮ່າງ​ເຮືອບິນ.

​ເຮືອບິນ​ລຳ​ອຶ່ນໆ​ທີ່​ມີ​ກຳນົດໄປປາກົດ​ໂຕ​ຢູ່​ບ່ອນ​ສະ​ແດງ ຮວມທັງ​ເຮືອບິນຂົນ​ສົ່ງ Y-20 ​ແລະ AG600 ທີ່ເປັນ​ຄືກັບ​ເຮືອ​ທີ່​ບິນ​ໄດ້ ​ໂດຍ​ພວກ​ຈັດ​ການສະ​ແດງ ກ່າວວ່າ​ ເປັນ​ເຮືອບິນ​ທີ່​ສະ​ເທີນ​ນ້ຳ​ສະ​ເທີນ​ບົກ ທີ່ໃຫຍ່​ທີ່​ສຸດ​ທີ່​ກຳລັງ​ສ້າງຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

China Stealth Jet
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG