ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຈີນ 10 ພັນຄົນ ກໍ່ການຈະລາຈົນ ປະທ້ວງຕຳຫຼວດ


ພວກດັບເພີງ ພະຍາຍາມມອດໄຟທີ່ໄໝ້ລົດຕໍາຫລວດ ຢູ່ໃນເມືອງ Luzhou ແຂວງ ຊີສວນ ໃນວັນທີ 17 ຕຸລາ, 2012.
ພວກດັບເພີງ ພະຍາຍາມມອດໄຟທີ່ໄໝ້ລົດຕໍາຫລວດ ຢູ່ໃນເມືອງ Luzhou ແຂວງ ຊີສວນ ໃນວັນທີ 17 ຕຸລາ, 2012.
ຊາວຈີນຫລາຍເຖິງ 10 ພັນຄົນ ພາກັນກໍ່ການຈະລາຈົນຂຶ້ນ
ຢູ່ແຂວງຊີສວນ ທາງພາກ ຕາເວັນຕົກສຽງໃຕ້ຂອງຈີນໃນວັນ
ພຸດວານນີ້ ລຸນຫລັງທີ່ປະຊາຊົນເວົ້າກັນວ່າ ຄົນຂັບລົດ ຜູ້ນຶ່ງ
ຖືກຕໍາຫລວດທຸບຕີຈົນຕາຍ ໃນຂະນະທີ່ຖືກບອກໃຫ້ຈອດລົດ
ຕາມປົກກະຕິ.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າ ຄວາມສະຫງົບ
ໄດ້ກັບຄືນມາສູ່ເມືອງ Lu-zhou ອີກໃນຕອນເຊົ້າຂອງວັນພະ
ຫັດມື້ນີ້. ເຖິງແມ່ນບໍ່ມີລາຍງານວ່າ ມີຄົນໄດ້ຮັບບາດ ເຈັບ ຫຼື
ລົ້ມຕາຍກໍດີ ແຕ່ອົງການຂ່າວຊິນຫົວ ກໍເວົ້າວ່າ ລົດຕໍາຫລວດ
7 ຄັນຖືກເຜົາ ໃນ ຊ່ວງທີ່ມີການກໍ່ຄວາມວຸ້ນວາຍນັ້ນ.

ລາຍງານຂ່າວທາງອິນເຕີແນັດແຈ້ງວ່າ ຕໍາຫລວດໃຊ້ລະເບີດ
ນໍ້າຕາຂັບໄລ່ພວກປະທ້ວງທີ່ແກວ່ງກ້ອນຫີນ ແລະແກ້ວໃສ່ຕໍາຫລວດນັ້ນ ໃຫ້ສະຫລາຍຕົວໄປ.

ອົງການຂ່າວທາງການຈີນ ໄດ້ປະຕິເສດຢ່າງໄວວາ ຕໍ່ລາຍງານທີ່ເວົ້າວ່າ ຊາຍຜູ້ນຶ່ງ ຊື່ວ່າ Gan Junyuan ທີ່ອາໄສຢູ່ໃນເມືອງ Luzhou ນັ້ນຖືກຕໍາຫລວດຕີ. ໜັງສືພິມ Global Times ທີ່ຄວບຄຸມໂດຍພັກຄອມມີວນິສຈີນ ໄດ້ອ້າງຄໍາເວົ້າ ຂອງພວກເຈົ້າໜ້າທີ່ ທີ່ກ່າວ ວ່າ ຜູ້ກ່ຽວເສຍຊີວິດຍ້ອນ “ພະຍາດຮ້າຍແຮງ” ລຸນຫລັງທີ່ໄດ້ຖືກບອກໃຫ້ຍ້າຍລົດຂອງ ລາວອອກຈາກບ່ອນຫ້າມຈອດ. ອົງການຂ່າວຊິນຫົວເວົ້າວ່າ ທ້າວ Gan “ຮູ້ສຶກບໍ່ສະບາຍ ຂຶ້ນໃນທັນທີທັນໃດ” ແລະໄດ້ເສຍຊີວິດໃນຂະນະທີ່ມີການຕໍ່ສູ້ກັບຕໍາຫລວດ. ຊິນຫົວເວົ້າ ອີກວ່າ ທ່ານໝໍຫລາຍຄົນທີ່ຖືກເອີ້ນມາໃນສະຖານທີ່ເກີດເຫດນັ້ນບໍ່ສາມາດຊ່ວຍຊີວິດຂອງ ຜູ້ກ່ຽວໄດ້.

ມີການນໍາເອົາຮູບ ແລະວີດິໂອ ອອກເຜີຍແຜ່ໃຫ້ແກ່ວົງການສື່ມວນຊົນທາງອິນເຕີແນັດ ຂອງຈີນຊຶ່ງບໍ່ສາມາດໄດ້ຮັບການຢືນຢັນຈາກແຫຼ່ງຂ່າວທີ່ເປັນອິດສະຫຼະນັ້ນ ສະແດງໃຫ້ ເຫັນວ່າ ມີສົບຜູ້ນຶ່ງນອນຢ່າງບໍ່ເໜັງບໍ່ຕີງຢູ່ຂ້າງລົດບັນທຸກ ໃນຂະນະທີ່ຕໍາຫລວດກໍາລັງ ໄລ່ພວກປະທ້ວງໃຫ້ຖອຍອອກໄປຢູ່ນັ້ນ.

ອໍານາດການປົກຄອງທ້ອງຖິ່ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະທໍາການສືບສວນສອບສວນ ກ່ຽວກັບເຫດການດັ່ງກ່າວນີ້.
XS
SM
MD
LG