ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈີນ ເພີ້ມຄວາມກົດດັນ ຕໍ່ໄຕ້ຫວັນ ຢ່າງຊ້າໆ


ທຸງຊາດຈີນ ແລະໄຕ້ຫວັນ ປີວສະບັດຢູ່ຄຽງຂ້າງກັນ ລະຫວ່າງ ການຮຽກຮ້ອງ ໃຫ້ທ້ອນໂຮມກັນຢ່າງສັນຕິ.
ທຸງຊາດຈີນ ແລະໄຕ້ຫວັນ ປີວສະບັດຢູ່ຄຽງຂ້າງກັນ ລະຫວ່າງ ການຮຽກຮ້ອງ ໃຫ້ທ້ອນໂຮມກັນຢ່າງສັນຕິ.

ບັນດາ​ນັກ​ວິ​ເຄາະ​ກ່າວ​ວ່າ ຈີນ​ກຳລັງ​ເພີ່ມ​ການ​ບີ​ບຮັດ ​ຢ່າງ​ຊ້າໆ ​ຕໍ່ໃຕ້​ຫວັນ ​ທີ່​ປົກ
ຄອງ​ຕົນ​ເອງ ​ເພື່ອ​ທັບ​ມ້າງ​ສະພາບ​ການ​ບໍ່​ໄປ​ບໍ່​ມາ​ທາງ​ການ​ເມືອງ ທີ່ດຳ​ເນີນມາ​ໄດ້
​ເກືອບ​ນຶ່ງ​ປີ​ແລ້ວ​ນັນ ​ແຕ່ກໍ​ຫລີກ​ລ່ຽງການ​ເອົາ​ມາດ​ຕະການ​ທີ່​ເຄັ່ງ​ຄັດ​ໃດໆທີ່​ບໍ່​ສາ
ມາດ​ຕ່າວ​ປີ້ນ​ໄດ້ ​ຖ້າ​ຫາກ​ຄວາມ​ສຳພັນ​ດີ​ຂຶ້ນ.

​ເຈົ້າໜ້າ​ທີ່​ຈີນ​ຄົນ​ນຶ່ງ​ ກ່າວ​ຢູ່​ໃນ​ກອງ​ປະຊຸມສະພາ​ປະຈຳ​ປີ​ ທີ່ນະຄອນຫລວງ​ປັກ​ກິ່ງ​
ໃນເດືອນ​ນີ້​ວ່າ ລັດຖະບານ​ຈະ​ດັດ​ແປງ​ພາ​ສາຂອງທາງ​ການ ທີ່​ພົວພັນ​ກັບ​ການ​ອ້າງ
​ເອົາ​ອະທິປະ​ໄຕເໜືອ​ເກາະໄຕ້​ຫວັນ ທີ່​ໄດ້​ປົກຄອງ​ຕົນ​ເອງ​ມາເປັນ​ເວ ລາ 70 ປີ​ແລ້ວ
ນັ້ນ. ຍັງບໍ່​ເປັນ​ທີ່​ຈະແຈ້ງ​ເທື່ອວ່າ ການ​ປ່ຽນ​ແປງ​ຄຳ​ເວົ້ານີ້ ​ຈະ​ກວມ​ເອົາ​ເລື່ອງຫຍັງ​ແດ່.

​ແຕ່​ບັນດາ​ຜູ້​ຊ່ຽວຊານ​ຢູ່​ທີ່​ນະຄອນໄທ​ເປ​ເຊື່ອ​ວ່າ ບໍ່​ມີ​ການ​ປ່ຽນ​ແປງ ຫລື​ການ​ເຄື່ອນ
​ໄຫວ​ໃດໆ ​ທີ່​ຈະສ້າງ​ຄວາມ​ສັ່ນ​ສະ​ເທືອ​ນ ​ໃຫ້​ແກ່ໄຕ້​ຫວັນ​ຫຼາຍ​ເກີນ​ໄປ ກ່ອນ​ທີ່​ກອງ​
ປະ​ຊຸມ​ທ້າຍ​ປີ​ຂອງສະພາພັກ​ຄອມ​ມິ​ວນິສ​ເສັດ​ສິ້ນ ຊຶ່ງ​ອາ​ດສາມາດ​ຕັດສິນໃຈ​ປ່ຽນ
ແປງ​ຄະນະ​ຜູ້ນຳ​ອາວຸ​ໂສ​ຈີນພ້ອມ​ດ້ວຍຄຳສັ່ງ​ໃໝ່ກ່ຽວ​ກັບຄວາ​ມ ສຳພັນກັບ​ລັດ​
ຖະບານອື່ນໆ.

ປະທ່ານປະເທດຈີນ ທ່ານ Xi Jinping (ກາງ) ຟັງລະຫວ່າງເປີດກອງປະຊຸມປຶກສາການເມືອງ.
ປະທ່ານປະເທດຈີນ ທ່ານ Xi Jinping (ກາງ) ຟັງລະຫວ່າງເປີດກອງປະຊຸມປຶກສາການເມືອງ.

ທ່ານ Alexander Huang ອາຈານ​ສອນ​ວິຊາຍຸດ​ທະ​ສາດສຶກສາ ທີ່​ມະຫາ ວິທະ
ຍາ​ໄລ Tamkang ​ໃນ​ໄຕ້​ຫວັນ​ກ່າວ​ວ່າ “ປະທານ​ປ​ະ​ເທດ Xi Jinping ທ່ານ​ເອງ
ຫລື​ສູນ​ກາງ​ພັກ​ບໍ່​ຕ້ອງການ​ຢາກ​ໃຫ້ໄຕ້​ຫວັນ​ກາຍ​ມາ​ເປັນບັນຫາ​ທີ່​ຝົດ ​ເດືອດ ​ກ່ອນ
​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ຄັ້ງ​ທີ 19. ​ເຂົາ​ເຈົ້າ​ຈະ​ບໍ່​ເຮັດເພື່ອ​ໃຫ້​ມີການ​ປ່ຽນ​ແປງ
ຢ່າງໃຫຍ່ ຖ້າ​ຫາກ​ບໍ່​ມີ​ບັນຫາ​ທີ່​ສະ​ເພາະ​ເຈາະຈົງເພື່ອ​ຈະ​ຮັບ​ມື.”ໃຕ້​ຫວັນ​ໄດ້​ສະ​ແດງ​
ໃຫ້​ເຫັນ​ວ່າ ​ຕົນ​ອາດ​ເຮັດ​ການ​ເປີດ​ການ​ຕິດ​ຕໍ່​ກັບ​ຈີນ​ພາຍ​ໃນ​ປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG