ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ກ່າວວ່າ ຈີນ ພະຍາຍາມ ເຈາະຂໍ້ມູນ ກອງປະຊຸມ ສຫລ ໄຕ້ຫວັນ


ຜູ້ຊາຍຄົນນຶ່ງ ພວມເຄາະແປ້ນອັກສອນ ຄອມພິວເຕີ້
ຜູ້ຊາຍຄົນນຶ່ງ ພວມເຄາະແປ້ນອັກສອນ ຄອມພິວເຕີ້

ພວກ​ນັກ​ຊ່ຽວຊານ​ດ້ານ​ຄວາມ​ປອດ​ໄພ ກ່ຽວ​ກັບ​ຕາໜ່າງຄອມ​ພິວ​ເຕີ້ ກ່າວ​ວ່າ ​ເມື່ອ​ບໍ່​ມາ ນີ້ ພວກ​ເຈາະ​ຂໍ້​ມູນ​ຫຼື​ແຮັກເກີ້ຈີນເລີ້ມ​ທຳ​ການ​ໂຈ​ມຕີ​ທາງ​ຄອມ​ພິວ​ເຕີ້ທີ່​ແນ​ເປົ້າໝາຍ​ໃສ່​ພວກ​ທີ່ໄປ​ຮ່ວມ​ກອງ​ປະຊຸມ​ ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ​ລະຫວ່າງ ​ສະຫະລັດ​ກັບໄຕ້​ຫວັນ.

​ເຈົ້າໜ້າ​ທີ່​ກ່າວວ່າ ການ​ພະຍາຍ​າມ​ໂຈມ​ຕີ​ດັ່ງກ່າວ ແມ່ນ​ມີ​ຂຶ້ນ​ໃນຕົ້ນ​ເດືອນ​ນີ້ທີ່​ກອງ​ປະ ຊຸມ ຊຶ່ງ​ຈັດ​ຂຶ້ນທີ່​ເມືອງ Williamsburg ລັດ​ເວີ​ຈີ​ເນຍ ທີ່​ໄປ​ຮ່ວມ​ໂດຍ​ ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ຜູ້ຕາງໜ້າ​ຂອງ​ອຸດສາຫະກຳ​ທາງ​ທະຫານ ພວກ​ນັກ​ຊ່ຽວຊານແລະ​ນັກ ປາດ​ດ້ານ​ຄວາມ​ປອດ​ໄພ.

ທ່ານ Steven Adair ຜູ້​ກໍ່ຕັ້ງ Volexity ຊຶ່ງ​ເປັນ​ບໍລິສັດ​ຕາໜ່າງຄວາມ​ປອດໄພ ​ໃນ​ເຂດ​ນະຄອນຫຼວງວໍ​ຊິງ​ຕັນ ກ່າວ​ວ່າ ການ​ພະຍາຍາມ​ໂຈມ​ຕີ​ເ​ຈາະຂໍ້​ມູນ​ນີ້ ​ແມ່ນ​ອີງ​ຕາມ​ການ​ໃຊ້​ອີ​ແມ​ລ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ຂອງ​ຈີນໂດຍ​ຂໍ​ໃຫ້​ຜູ້​ຮັບ​ເປີດ​ເຜີຍ ຂໍ້​ມູນ​ຂອງ​ຕົນ​ໃຫ້​ຊາບ. ອີ​ແມ​ລ​ນີ້ບັນຈຸ​ຊອບແວ​ທີ່ມີ​ຈຸດປະສົງ​ຮ້າຍ​ທີ່​ອາດ​ຈະ​ອະນຸຍາດ​ໃຫ້​ພວກ​ແຮັກ​ເກີ້​ເຂົ້າ​ໄປ​ໃນ​ທຸກ​ລະບົບ ​ທີ່​ເຊື່ອມ​ຕໍ່​ກັບ​ຕາໜ່າງຄອມ​ພິວ​ເຕີ້​ໄດ້.

ຍານາງ Lotta Danielson ຮອງ​ປະທາ​ນສະມາຄົມ​ທຸລະ​ກິດ​ສະຫະລັດໄຕ້​ຫວັນຊຶ່ງ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ​ໃນ​ຄັ້ງນີ້ ກ່າວ​ຕໍ່​ວີ​ໂອ​ເອວ່າ ສະມາຄົມ ໄດ້​ຕົກ​ເປັ​ນ​ເປົ້າ​ໃນ​ການ​ໂຈມ​ຕີ​ ມາ​ຫລາຍ​ປີ​ແລ້ວ​ ແລະ​ໄດ້​ເຝົ້າລະວັງ​ກ່ຽວ​ກັບການ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ມາ​ຕະຫຼອດ. ຍານາງ​ກ່າວ​ວ່າ ລາວ​ໄດ້​ແຈ້ງ​ໃນ​ທັນທີໃຫ້​ທຸກໆຄົນທີ່​ເຂົ້າຮ່ວມ​ປະຊຸມ​ຊາບ​ເວລາ​ນາງ​ພົບ​ເຫັນ​ອີ​ແມ​ລທີ່​ໜ້າ​ສົງ​ໄສ.

ຍານາງ Danielson ກ່າວ​ວ່າ ​ໄດ້​ສົ່ງ​ອີ​ແມ​ລນີ້​ໄປ​ໃຫ້​ພວກ​ນັກ​ຊ່ຽວຊານ​ດ້ານ​ຄວາມ​ປອດ ໄພ​ແລ້ວ ຊຶ່ງ​ຍານາງ​ເວົ້າວ່າ “​ເວລາ​ຂ້ອຍ​ໄດ້​ຮັບ​ອີ​ແມ​ລນີ້ ຊຶ່ງ​ມັນ ​ໄດ້​ແນ​ໃສ່​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງ​ໄຕ້​ຫວັນ ພວກ​ຜູ້​ຮັບ​ບາງ​ຄົນ​ແມ່ນ​ໄປ​ຮ່ວມ​ກອງ​ປະຊຸມ ບາງ​ຄົນ​ບໍ່​ໄດ້​ໄປ​ຮ່ວມ ຂ້ອຍຈຶ່ງ​ມີ​ຄວາມ​ສົງ​ໄສ​ໃນ​ທັນທີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG