ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ທັບມ້າງ ຂະບວນການ ຄ້າແມ່ຍິງ ແລະເດັກ ຈໍານວນນຶ່ງ


ເດັກນ້ອຍທີ່ຖືກລັກພາຕົວ ໄດ້ຖືກຕໍາຫລວດຊ່ວຍຊີວິດໄວ້ ນັ່ງຢູ່ໃນ ຫ້ອງການຮັກສາຄວາມປອດໄພຂອງປວງຊົນ ໃນນະຄອນຄຸນໝິງ ແຂວງຢູນານ ໃນເຂດພາກຕາເວັນຕົກສຽງໃຕ້ ຂອງຈີນ.
ເດັກນ້ອຍທີ່ຖືກລັກພາຕົວ ໄດ້ຖືກຕໍາຫລວດຊ່ວຍຊີວິດໄວ້ ນັ່ງຢູ່ໃນ ຫ້ອງການຮັກສາຄວາມປອດໄພຂອງປວງຊົນ ໃນນະຄອນຄຸນໝິງ ແຂວງຢູນານ ໃນເຂດພາກຕາເວັນຕົກສຽງໃຕ້ ຂອງຈີນ.
ພວກເຈົ້າໜ້າທີ່ຈີນກ່າວວ່າ ພວກເຂົາເຈົ້າໄດ້ຊ່ວຍຊີວິດຂອງ
ເດັກນ້ອຍ 89 ຄົນໄວ້ໄດ້ ແລະຈັບກຸມຜູ້ຕ້ອງສົງໄສອີກ 355
ຄົນ ຢູ່ໃນການທັບມ້າງຂະບວນການຄ້າມະນຸດຈໍານວນນຶ່ງ.

ສື່ມວນຊົນຂອງລັດກ່າວວ່າ ການດໍາເນີນການດັ່ງກ່າວ ໄດ້ມີຂຶ້ນ
ໃນວັນທີ 18 ທັນວາທີ່ ຜ່ານມາ ໃນ 18 ແຂວງ ລວມທັງແຂວງ
ກວາງດົງ ແລະຊີສວນ. ພວກເດັກນ້ອຍເຫຼົ່ານີ້ ກໍາລັງຢູ່ໃນການ
ດູແລຂອງລັດຖະບານ ໃນຂະນະທີ່ພວກເຈົ້າໜ້າທີ່ພະຍາຍາມ
ຊອກຫາ ພໍ່ແມ່ຂອງພວກເຂົາຢູ່.

ຈີນມີຕະຫລາດມືດທີ່ງອກງາມໃນການຂາຍແມ່ຍິງ ແລະເດັກ
ນ້ອຍ. ພວກນັກວິເຄາະເວົ້າວ່າ ນະໂຍບາຍລູກນຶ່ງຄົນຕໍ່ຄອບ
ຄົວ ໄດ້ຊ່ວຍໃຫ້ເກີດມີຄວາມຕ້ອງການ ຈາກຕະຫລາດ ທີ່ ສວຍໃຊ້ໂດຍຂະບວນການຄ້າມະນຸດ, ຊຶ່ງສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບຜູ້ຊື້ທີ່ຍິນດີ ຈ່າຍຄ່າຈ້າງອັນສູງສໍາລັບເດັກທາຣົກຊາຍ ຕະຫລອດທັງເດັກຍິງ ແລະຜູ້ຍິງທີ່ມຸ້ງຫວັງໄວ້ ໃຫ້ເປັນເຈົ້າສາວໃນອະນາຄົດນັ້ນ.

ລັດຖະບານຈີນ ໄດ້ເອົາບາດກ້າວຕ່າງໆໃນການປາບປາມບັນຫາດັ່ງກ່າວ ລວມທັງການ ເຮັດໃຫ້ກົດລະບຽບໃນການຮັບເອົາລູກບຸນທໍາທີ່ບໍ່ເຄັ່ງຄັດນັ້ນ ໃຫ້ຮັດກຸມຂຶ້ນກວ່າເກົ່າ ແລະເລີ້ມທັບມ້າງຂະບວນການຄ້າເດັກນ້ອຍ.

ຕົວເລກທີ່ພິມອອກເຜີຍແຜ່ໂດຍອົງການຂ່າວຊິນຫົວ ສະແດງໃຫ້ເຫັນວ່າ ໃນປີ 2011 ຜ່ານມານີ້ ພວກເຈົ້າໜ້າທີ່ໄດ້ທັບມ້າງຂະບວນການຄ້າມະນຸດຫລາຍກວ່າ 3 ພັນກຸ່ມ, ໄດ້ ຊ່ວຍຊີວິດຂອງເດັກນ້ອຍໄວ້ 8,660 ຄົນ ແລະຜູ້ຍິງຫາຍກວ່າ 15 ພັນຄົນ.
XS
SM
MD
LG