ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຄ້າຕ່າງປະເທດ ຂອງຈີນ ຫລຸດລົງ ໃນເດືອນແລ້ວນີ້ (ວີດິໂອ)


ຕູ້ຄອນເທັນເນີສົ່ງເຄື່ອງໄປ ແລະມາຈາກຕ່າງປະເທດ ຢູ່ທ່າເຮືອ Ningbo, ແຂວງ Zhejiang, ວັນທີ 9 ກໍລະກົດ, 2013.
ຕູ້ຄອນເທັນເນີສົ່ງເຄື່ອງໄປ ແລະມາຈາກຕ່າງປະເທດ ຢູ່ທ່າເຮືອ Ningbo, ແຂວງ Zhejiang, ວັນທີ 9 ກໍລະກົດ, 2013.
ຈີນໄດ້ເປີດເຜີຍຂໍ້ມູນດ້ານການຄ້າທີ່ບໍ່ຄ່ອຍດີສໍາລັບເດືອນມິຖຸ
ນາ ຊຶ່ງເປັນຮ່ອງຮອຍ​ເພີ້ມຕື່ມ​ທີ່ສະແດງໃຫ້ເຫັນເຖິງຄວາມ
ອ່ອນແອຂອງປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງ
ໂລກນັ້ນ.

ທ່ານ Zheng Yuesheng ໂຄສົກຂອງພາສີໃຫ້ລາຍລະອຽດ
ຕໍ່ຜູ້ລາຍງານຂ່າວ ໃນ ວັນພຸດມື້ນີ້ວ່າ:

ໃນເດືອນມິຖຸນາທີ່ຜ່ານມາ ສິນຄ້າຂາເຂົ້າ ແລະຂາອອກ
ຂອງຈີນລວມທັງໝົດມີ​ມູນ​ຄ່າ 2 ພັນຕື້ຢວນ ຊຶ່ງເປັນການ
ຫລຸດລົງປີລະ 2 ເປີເຊັນ. ສິນຄ້າຂາອອກຫລຸດລົງ 3.1 ເປີເຊັນ ຕົກ​ເປັນມູນ​ຄ່າ
1 ພັນ 90 ຕື້ຢວນ. ສິນຄ້າຂາເຂົ້າຫລຸດ ລົງ 0.7 ເປີເຊັນ ຕົກ​ເປັນ​ມູນ​ຄ່າ 910 ຕື້ຢວນ.”


ທ່ານ Zheng ເວົ້າວ່າ ການຄ້າຕ່າງປະເທດຂອງຈີນກໍາລັງປະເຊີນກັບ “ຄວາ​ມຫຍຸ້ງຍາກ
ຢ່າງໃຫຍ່”. ທ່ານໃຫ້ຄໍາເຫັນວ່າ ອາດ​ຈະ​ເປັນ​ຍ້ອນຄວາມຕ້ອງການສິນຄ້າຂອງຈີນ ຢູ່
ຕະຫລາດຕ່າງປະເທດທີ່​ຫລຸດ​ໜ້ອຍ​ລົງ, ຄ່າແຮງານທີ່​ສູງ​ຂຶ້ນ, ແລະເງິນຢວນທີ່​ແຂງ​ຄ່າ​ຂຶ້ນ.

ການຂະຫຍາຍໂຕທີ່ຊ້າ​ລົງຂອງບາງ​ສ່ວນເສດຖະກິດຈີນ ແມ່ນສິ່ງທີ່ຄາດກັນໄວ້​ແລ້ວສຳ
ລັບເດືອນ
ມິຖຸນາ ເພາະວ່າລັດຖະບານໄດ້ປາບປາມ ການປອມແປງຂໍ້​ມູນຂອງພວກສົ່ງອອກສິນຄ້າ
ຊຶ່ງໄດ້ພາໃຫ້ຕົວເລກທາງການຄ້າບໍ່ຖືກຕ້ອງ ໃນຕົ້ນປີນີ້.

ລັດຖະບານຈີນຄາດຫວັງວ່າ ການຂະຍາຍໂຕຂອງເສດຖະກິດຈະຊັກຊ້າລົງ ​ໃນ​ຂະນະທີ່
ລັດຖະບານພະຍາຍາມຈະ​ຫັນເສດຖະກິດຂອງຕົນ ​ໄປ​ຈາກ​ການກາງຕໍ່ອາໄສແຕ່ການ ສົ່ງ
ອອກມາສູ່ການບໍລິໂພກຢູ່ພາຍໃນປະເທດ. ແຕ່ວ່າພວກນັກວິເຄາະບາງຄົນ ເວົ້າວ່າຕົວ
ເລກຫລ້າສຸດ ອາດເຮັດໃຫ້ປະເທດດັ່ງກ່າວ ຕ່າວປີ້ນຊົ່ວຄາວ ສະພາບການອັນນີ້ ແລະ
ກະຕຸ້ນໃຫ້ມີການຂະຫຍາຍໂຕຂອງເສດຖະກິດ.

ເບິ່ງວີດິໂອ ໂຄສົກພາສີຈີນ ຖະແຫລງ:

ການຄ້າ ຂອງຈີນ ກໍາລັງ ປະເຊີນ ກັບບັນຫາ
please wait

No media source currently available

0:00 0:01:07 0:00
XS
SM
MD
LG