ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນໄດ້ປຽບດ້ານການຄ້າ ໜ້ອຍລົງ


ແຜນທີ່ຈີນແລະທີເບດ.
ແຜນທີ່ຈີນແລະທີເບດ.


















ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ການ​ໄດ້​ປຽບ​ທາງ​ດ້ານ​ການ​ຄ້າ​ຂອງ​ຈີນ​ໄດ້​ລົດ​ລົງ​ຢ່າງ​ຫລວງ
ຫລາຍ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ຫລັງ​ຈາກ​ມີການນໍາ​ເຂົ້າ​ສິນຄ້າ ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.

ອົງການ​ພາສີ​ຂອງ​ຈີນ ລາຍ​ງານ​ໃຫ້ຮູ້​ໃນ​ວັນ​ເສົາວານ​ນີ້​ວ່າ ການ​ສົ່ງ​ອອກ​ສິນຄ້າ​ໄດ້​ເພີ່ມ
ຂຶ້ນ 24.5 ​ເປີ​ເຊັນ​ໃນ​ປີ​ທີ່​ສິ້ນ​ສຸດ​ລົງ​ໃນ​ເດືອນ​ສິງຫາຜ່ານ​ມາ ເປັນ​ຈໍານວນ 173 ຕື້​ໂດ​ລາ.

ເຖິງ​ຢ່າງ​ໃດ​ກໍ​ດີ ການ​ສົ່ງ​ເຂົ້າ​ສິນຄ້າ​ໄດ້​ເພີ່ມ​ຂຶ້ນ​ຈາກ 30.2 ​ເປີ​ເຊັນ​ເປັນ​ມູນ​ຄ່າ 155.5 ຕື້
ໂດ​ລາ​ໃນ​ເດືອນ​ສິງຫາ​ຜ່ານ​ມາ ຊຶ່ງ​ທໍາລາຍ​ສະຖິຕິສູງ​ສຸດປະ​ຈໍາ​ເດືອນ ຄື 152.2 ຕື້​ໂດ​ລາ
ໃນ​ເດືອນ​ມີນາ​ກ່ອນໜ້ານັ້ນ.

ລາຍ​ງານ​ເວົ້າ​ວ່າ ຍ້ອນ​ເຫດຜົນ​ເຫດ​ດັ່ງກ່າວ​ນີ້ ການ​ໄດ້​ປຽບ​ດ້ານ​ການ​ຄ້າ​ຂອງ​ຈີນ​ ໄດ້
ລົດ​ລົງ​ມາ​ເປັນ​ຈໍານວນ 17.8 ຕື້​ໂດ​ລາ​ຈາກ​ຈໍານວນສູງ ​ສຸດ 31.5 ຕື້​ໂດ​ລາ​ໃນ​ແຕ່ລະ
ເດືອນ ມາ​ຮອດ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້.

ການ​ໄດ້​ປຽບ​ດ້ານ​ການ​ຄ້າ​ຂອງ​ຈີນ​ເປັນ​ບັນຫາ​ໂຕ້​ແຍ້​ງກັນເລື້ອຍ​ມາສໍາລັບ​ພວກ​ປະ​ເທດ​
ພາຄີ​ການ​ຄ້າ​ຂອງ​ຈີນ ຄື ສະຫະລັດ​ແລະພວກ​ປະ​ເທດ​ໃນ​ຢູ​ໂຣບ ທີ່​ກໍາລັງ​ຊອກ​ຫາ​ທາງ
ເຂົ້າ​ຫາ​ຕະຫຼາດ​ຈີນໃຫ້​ໄດ້​ຫລາຍ​ຂຶ້ນ ຊຶ່ງເວລາ​ນີ້ ຈີນ​ແມ່ນ​ເປັນເສດຖະກິດ​ທີ່ໃຫຍ່​ອັນ​
ດັບ​ສອງ​ຂອງ​ໂລກ​ນັ້ນ.

XS
SM
MD
LG