ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການນິລະໂທດກຳສາກົນ ກ່າວວ່າ ມີການຖືວ່າຈີນ ເປັນຜູ້ນຳໜ້າໃນການລົງໂທດປະຫານຊີວິດ ປີ 2016


ບົດລາຍງານຫຼາຍສະບັບ ກ່ຽວກັບການລົງໂທດປະຫານຊີວິດ ທີ່ນຳມາສະແດງໂດຍອົງການນິລະໂທດກຳສາກົນ ຫຼື Amnesty International ຂອງກອງປະຊຸມທີ່ຮົງກົງ, 10 ເມສາ, 2017.
ບົດລາຍງານຫຼາຍສະບັບ ກ່ຽວກັບການລົງໂທດປະຫານຊີວິດ ທີ່ນຳມາສະແດງໂດຍອົງການນິລະໂທດກຳສາກົນ ຫຼື Amnesty International ຂອງກອງປະຊຸມທີ່ຮົງກົງ, 10 ເມສາ, 2017.

ອົງການນິລະໂທດກຳສາກົນ ເພື່ອສິດທິມະນຸດ ກ່າວວ່າ ຈີນ ຍັງເປັນຜູ້ນຳໜ້າຂອງການ
ສັງຫານຜູ້ຄົນ ຢູ່ໃນໂລກ ໃນຂະນະທີ່ ການສັງຫານຂອງປະເທດອື່ນໆນັ້ນ ໄດ້ຫຼຸດຕ່ຳລົງ
ຫຼາຍກວ່າ ນຶ່ງສ່ວນສາມ ໃນປີ 2016.

ອົງການນິລະໂທດກຳສາກົນ ທີ່ຕໍ່ຕ້ານ ການລົງໂທດປະຫານຊີວິດ ໃນທຸກໆກໍລະນີ ທີ່ໄດ້ລົງບັນຊີໄວ້ ວ່າ ຈີນ Belarus ແລະຫວຽດນາມ ໃນຂະນະທີ່ ລັດຖະບານ ທີ່ປົກປິດຂໍ້ມູນການສັງຫານນີ້ ໂດຍກ່າວວ່າ ຈຳນວນການສັງຫານ ເປັນຄວາມລັບ
ຂອງລັດຖະບານ. ແຕ່ວ່ານັກວິໄຈຂອງອົງການນິລະໂທດກຳສາກົນ ທ່ານ William
Nee ໄດ້ບອກກັບ VOA ວ່າ ຕົນ ໄດ້ໃຊ້ສື່ມວນຊົນເປັນການລາຍງານ ຂໍ້ມູນຂອງ
ລັດຖະບານ ແລະການສົນທະນາ ກັບຜູ້ຄົນໃນຈີນ ລວມທັງການກວດກາຂອງ
ສະຖານະການຕ່າງໆນຳ.

“ມັນມີບັນດາອາຈານມືອາຊີບທີ່ເຊື່ອຖືໄດ້ ໃນລະບົບຂອງຈີນ ທີ່ກ່າວວ່າໃນຮອບ
100 ປີໃນອັນທີ່ ຈີນ ໄດ້ພະຍາຍາມ ທີ່ຈະປະຕິຮູບໃນລະບົບລົງໂທດປະຫານຊີວິດ
ຂອງຕົນ ຈາກຈຳນວນນັບໝື່ນ ໝາຍເຖິງຫຼາຍກວ່າ 10 ພັນເຖິງປະຈຸບັນນີ້ ມີຈຳນວນ
ນັບເປັນພັນໆ ຊຶ່ງນັ້ນ ພວກເຮົາຄິດວ່າ ມັນຢູ່ໃນລະດັບທີ່ຖືກຕ້ອງແລ້ວ,”
ນັ້ນແມ່ນ
ຄຳເວົ້າທີ່ທ່ານ Nee ໄດ້ກ່າວໄວ້.

ທ່ານຍັງໄດ້ກ່າວອີກຕື່ມວ່າ ອົງການນິລະໂທດກຳສາກົນ ໄດ້ຮຽກຮ້ອງໃຫ້ຈີນ
“ທຳການປັດກວາດຕົນເອງ” ແລະສະແດງໃຫ້ໂລກໄດ້ເຫັນວ່າ ມີຜູ້ຄົນເທົ່າໃດຖືກ
ລົງໂທດປະຫານຊີວິດ ແລະຜູ້ຄົນ ທີ່ຢູ່ໃນບັນຊີລໍຄອຍການປະຫານຊີວິດຢູ່ໃນ
ແຕ່ລະປີ.

ຂໍ້ມູນເກັບກຳຂອງອົງການນິລະໂທດກຳສາກົນ ໃນປີ 2016 ຮວມມີ ການປະຫານຊີວິດ
ຈາກ 23 ປະເທດ ນອກເໜືອໄປຈາກຈີນ.

ອີຣ່ານ ໄດ້ຖືກຈັດຢູ່ໃນອັນດັບ ທີ 2 ຂອງບັນຊີ ດ້ວຍຢ່າງນ້ອຍ ການປະຫານຊີວິດ
ມີ 567 ກໍລະນີ ໃນປີ 2016. Saudi Arabia ແມ່ນເປັນທີ 3 ໂດຍມີ 154 ກໍລະນີ
ຕິດຕາມມາດ້ວຍ ອີຣັກ ດ້ວຍມີ 88 ກໍລະນີ ແລະປາກິສຖານ ທີ່ມີ 87 ກໍລະນີ.

ໃນຂະນະທີ່ຈຳນວນຂອງການປະຫານຊີວິດ ທັງໝົດໃນໂລກ ໄດ້ຫຼຸດຕ່ຳລົງເຖິງ 1 ພັນ
032 ກໍລະນີ ທີ່ອົງການນິລະໂທດກຳສາກົນ ໄດ້ກ່າວໄປວ່າ ມັນຍັງເປັນຈຳນວນສະເລ່ຍ
ສູງກວ່າ ໃນຮອບ 10 ປີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG