ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນຈະຢຸດເຊົາ ເອົາອະໄວຍະວະ ຈາກນັກໂທດ ທີ່ຖືກປະຫານຊີວິດ ໄປທຳການຜ່າຕັດ ໃຫ້ຄົນອື່ນ


ນັກໂທດທີ່ຖືກຕັດສິນປະຫານຊີວິດ ຄົນໜຶ່ງ ຖືກໃສ່ລົດບັນທຸກ ໄປຍັງບ່ອນປະຫານຊີວິດ ທີ່ເມືອງ Zhuzhou, ແຂວງ Hunan .
ນັກໂທດທີ່ຖືກຕັດສິນປະຫານຊີວິດ ຄົນໜຶ່ງ ຖືກໃສ່ລົດບັນທຸກ ໄປຍັງບ່ອນປະຫານຊີວິດ ທີ່ເມືອງ Zhuzhou, ແຂວງ Hunan .

ຈີນ ຊຶ່ງ​ໃຊ້​ໂທດ​ປະຫານ​ຊີວິດ​ຫຼາຍ​ກວ່າ​ປະ​ເທດ​ອື່ນ​ໃດ​ ກ່າວ​
ວ່າ ຕົນ​ຈະ​ຢຸດ​ໃນ​ເວລາ​ໄວໆ​ນີ້ ​ໃນ​ການ​ນຳເອົາອະໄວຍະຂອງ
ພວກ​ນັກ​ໂທດ​ທີ່​ຖືກ​ປະຫານ​ຊີວິດ​ ໄປ​ໃຊ້​ກັບ​ຄົນ​ອື່ນໆ​ນັ້ນ.

ສື່​ມວນ​ຊົນ​ທາງ​ການ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ພະຫັດ​ມື້​ນີ້ ວ່າ
​ການ​ນຳໃຊ້ອະ​ໄວ​ຍະ​ວະ ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງດັ່ງກ່າວ​ຈະ​
ຢຸດ​ລົງ “ຢ່າງຮອບດ້ານ” ​ເລີ້​ມ​ແຕ່​ເດືອນ​ໜ້າ​ນີ້​ເປັນ​ຕົ້ນໄປ.

ຈີນ​ມີ​ອັດຕາ​ບໍລິຈາກ​ອະ​ໄວ​ຍະ​ວະ​ຕ່ຳທີ່ສຸດ​ຂອງ​ໂລກ ​ແລະ​
ໄດ້​ໃຊ້​ອະ​ໄວ​ຍະ​ວະ​ຈາກ​ພວກ​ນັກ​ໂທດ​ທີ່​ຖືກ​ປະຫານ​ຊີວິດ​
ນັ້ນ​ ມາ​ທົດ​ແທນ​ການ​ຂາດ ພວກ​ອະ​ໄວ​ຍະ​ວະ​ ມາ​ຕັ້ງ​ແຕ່​ດົນ​ນານແລ້ວ.

​ໂຄງການ​ຊອກ​ຫາ​ເກັບ​ອະ​ໄວ​ຍະ​ວະ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ທາງ​ຫຼັກ​ຈັນຍາ​ຢ່າງ​ຮ້າຍ​ແຮງ ​ແລະ​ໄດ້​ເປັນ​ຈຸດ​ເພັ່ງເລັງ​ຂອງ​ການ​ປະ ນາມ​ຂອງ​ນາໆ​ຊາດ​ຢ່າງ​ແຜ່​ຫຼາຍ.

ພວກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ບາງ​ກຸ່ມກ່າວ​ວ່າ ການ​ນຳໃຊ້ອະ​ໄວ​ຍະ​ວະ ແມ່ນໄດ້​ດຳ​ເນີນ​ໄປ​ໂດຍ​ບໍ່​ໄດ້​ຮັບ​ການ​ຍິນ​ຍອມ​ຈາກ​ພວກ​ນັກ​ໂທດ ຫຼື​ຈາກ​ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ສ່ວນ​ບຸກຄົນ​ອື່ນໆ ກ່າວ​ວ່າ ການ​ປະ ຫານ​ຊີວິດ​ບາງ​ຄັ້ງ ​ແມ່ນ​ດຳ​ເນີນ​ໄປ​ເພື່ອ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການອະ​ໄວ​ຍະ​ຍະ​ໂດຍ​ສະ​ເພາະ​ເຈາະ​ຈົງ.

ຈີນ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ເຫຼົ່າ​ນີ້​ ​ແລະ​ໃນ​ເວລາ​ດຽວ​ກັນກໍ​ໄດ້​ໃຫ້ ຄຳ​ໝັ້ນ​ສັນຍາ​ມາ​ເປັນ​ເວລາ​ຫຼາຍ​ປີແລ້ວທີ່​ຈະ​ຢຸດເຊົາ​ການປະຕິບັດ​ການ​ດັ່ງກ່າວ.

XS
SM
MD
LG