ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈະລົງໂທດ ເຈົ້າໜ້າທີ່ພັກ ທີ່ສະໜັບສະໜຸນ ອົງດາໄລ ລາມະ


ອົງດາໄລ ລາມະ ສະແດງທ່າທາງ ກ່ອນຈະກ່າວໃຫ້ໂອວາດ ແກ່ບັນດານັກສຶກສາ ຢູ່ທີມະຫາວິທະຍາໄລ Mumbai ໃນປະເທດອິນເດຍ.
ອົງດາໄລ ລາມະ ສະແດງທ່າທາງ ກ່ອນຈະກ່າວໃຫ້ໂອວາດ ແກ່ບັນດານັກສຶກສາ ຢູ່ທີມະຫາວິທະຍາໄລ Mumbai ໃນປະເທດອິນເດຍ.

ຈີນ ຂົ່ມຂູ່ວ່າ​ ຈະ​ລົງ​ໂທດ​ ບັນດາສະມາຊິກ​ພັກ​ຄອມມິວນິດ ທີ່​ຈົ່ງ
​ຮັກ​ພັກດີ ຕໍ່ອົງດາໄລ ລາມະ ຜູ້​ນຳ​ທາງດ້ານຈິດໃຈ ທີ່ລີ້ໄພຢູ່ໃນ
ຕ່າງປະເທດ ຂອງ​ທີເບ​ດ ​ທີ່​ປັກ​ກິ່ງ​ເຫັນ​ວ່າ ​ເປັນຜູ້ແບ່ງແຍກດິນ
ແດນ ທີ່ເປັນ​ໄພ​ອັນຕະລາຍ​ນັ້ນ.

ທ່ານ Ye Dongsong ຜູ້ຄຸ້ມຄອງ​ລະບຽບ​ວິໄນ​ພາຍ​ໃນຂອງ​ພັກ
​ໄດ້​ເຕືອນ​ບັນດາເຈົ້າໜ້າ​ທີ່ທີ​ເບ​ດ ​ໃຫ້​ເພັ່ງ​ເລັ່ງ​ໃສ່ “ຕໍ່ຕ້ານ​ພວກ
​ແບ່ງ​ແຍກ​ດິນ​ແດນ ​ແລະ ຮັກສາສະຖຽນ​ລະ​ພາບ​ທາງ​
ສັງຄົມ.”

ການໃຫ້ຄວາມ​ເຫັນດັ່ງກ່າວ​ຂອງທ່ານ Ye ​ໄດ້​ຖືກ​ພິມເຜີຍ​ແຜ່ ​
ໃນ ໜັງສືພິມ Global Times ທີ່​ໄດ້ອ້າງ​ຄຳ​ເວົ້າຂອງ​ບັນດານັກວິ​ເຄາະ​ ທີ່​ກ່າວວ່າ “​ມີ
ເຈົ້າໜ້າ​ທີ່​ບາງຄົນ​ ໃນ​ທີ​ເບ​ດ ຍັງ​ຄົງ​ເຫັນອົກ​ເຫັນ​ໃຈອົງ ດາໄລ ລາມະ”
ຍ້ອນ​
ການ​ເຊື່ອ​ຖື​ທາງ​ສາສະໜາ ຂອງ​ພວກ​ເຂົາ​ເຈົ້າ.

ບົດຂຽນ​ດັ່ງ​ກ່າວ ​ບໍ່ໄດ້​ລະບຸວ່າ ​ມີຈຳນວນສະມາຊິກ​ພັກ​ຄອມ​ມິ​ວນິດ ໜ້ອຍຫຼາຍປານ​ໃດ
ຍັງມີ​ຄວາມເຫັນ​ອົກ​ເຫັນ​ໃຈ ​ແລະ ມີ​ສ່ວນ​ກ່ຽວຂ້ອງ​ ກັບ​ຜູ້​ນຳ​ທາງ​ດ້ານຈິດໃຈຂອງ​ທີເບດນັ້ນ.

ປັກ​ກິ່ງ ມອງ​ເບິ່ງ​ ອົງດາໄລ ລາມະ ຜູ້​ທີ່​ໄດ້​ຮັບ​ລາງວັນ Nobel ຂະ ແໜງສັນຕິພາບ ນັ້ນ
ວ່າ​ເປັນ “ຜູ້​ກໍ່​ການ​ຮ້າຍ” ທີ່​ຊຸກຍູ້​ໃຫ້​ເກີດຄວາມ​ຮຸນ​ແຮງ ​ແລະຕ້ອງການ​ແບ່ງ​ແຍກ​
ປະເທດ​ຈີນ.

ອົງດາໄລ ລາມະ ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ຕ່າງໆ ​ແລະ ກ່າວ​ວ່າ ພະ​ອົງ​ພຽງ​ແຕ່​ສະໜັບສະໜຸນ
ຢາກໃຫ້​ມີ​ການ​ປົກຄອງ​ດ້ວຍ​ຕົນ​ເອງຫຼາຍຂຶ້ນ ​ແລະ ​ເຄົາລົບສິດທິໃນການນັບຖືສາສະໜາ
​ຂອງ​ຊາວທີ​ເບ​ດ.

ຊາວທີ​ເບ​ດຫຼາຍກວ່າ 130 ຄົນ ​ໄດ້​ເຜົາ​ຕົວ​ເອງຕາຍ ນັບຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ.
ຊາວ​ທີ​ເບ​ດ ​ໄດ້​ປະ​ທ້ວງຕໍ່ການປົກຄອງ​ຂອງຈີນ ​ແລະ ອັນ​ທີ່​ພວກ​ເຂົາ​ເຈົ້າ ມອງ​ເຫັນ​ວ່າ
​ເປັນ​ການ​ກົດ​ຂີ່​ຕໍ່ສາສະໜາ ​ແລະ ວັດທະນະທຳ​ເຂົາ​ເຈົ້າ ໂດຍລັດຖະບານ.

ຈີນ​ປະຕິ​ເສດ ຕໍ່ຂໍ້​ກ່າວ​ຫາດັ່ງກ່າວ​ ແລະເວົ້າ​ວ່າ ພວກ​ປະ​ທ້ວງ​ທີ່​ຂ້າ​ຕົວ​ຕາຍ​ນັ້ນ ​ເປັນ
ການກະທຳ​ຂອງ​ການ​ກໍ່​ການ​ຮ້າຍ.

XS
SM
MD
LG