ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຕຽມ​ນໍາ​​ເອົາ ຍານຄົ້ນ​ຄວ້າ ລົງສູ່​ໜ້າ​ພະຈັນ ເປັນຄັ້ງ​ທໍາ​ອິດ​


ຈະຫລວດ Long March ທະຍານຂຶ້ນສູ່ທ້ອງຟ້າ ຈາກສູນ​ກາງສົ່ງ​ດາວ​ທຽມ Xichang ທີ່​ ແຂວງ Sichuan ເພື່ອນໍາເອົາຍານ Chang’e-3 ໄປລົງ​​ໜ້າ​ເດືອນ, ວັນທີ 2 ທັນວາ 2013ໃ
ຈະຫລວດ Long March ທະຍານຂຶ້ນສູ່ທ້ອງຟ້າ ຈາກສູນ​ກາງສົ່ງ​ດາວ​ທຽມ Xichang ທີ່​ ແຂວງ Sichuan ເພື່ອນໍາເອົາຍານ Chang’e-3 ໄປລົງ​​ໜ້າ​ເດືອນ, ວັນທີ 2 ທັນວາ 2013ໃ
ບັນດາ​ນັກວິຊາການ​ດ້ານ​ເທັກ​ນິກຈີນ ກໍາລັງ​ຕຽມ​ນໍາເອົາຍານ
​ຄົ້ນ​ຄວ້າ ລົງ ​ສູ່​ໜ້າ​ພະຈັນ ອັນ​ເປັນຄວາມ​ພະຍາ​ຍາມາ​ຄັ້ງ​ທໍາ
​ອິດ​ຂອງຈີນ ທີ່ເອົາ​ຍານ​ລົງ​ສູ່​ໜ້າ​ເດືອນ.

ຍານສໍາ​ຫລວດຄົ້ນຄວ້າ​ພະຈັນ ທີ່​ເອີ້ນ​ວ່າ Chang’e-3 ທີ່ມີ​ຮວມ
​ທັງ ລົດ​ແລ່ນ​ສໍາ​ຫລວດ​ໜ້າດິນ​ຂອງ​ພະຈັນ ທີ່​ຊື່ “Jade Rabbit”
​ໄດ້​ຖືກສົ່ງຂື້ນ​ໄປ​ ໃນ​ຕົ້ນ​ເດືອນ​ນີ້​ ຈາກສູນ​ກາງສົ່ງ​ດາວ​ທຽມ
Xichang ທີ່​ ແຂວງ Sichuan ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ
​ຈີນ​. ການ​ລົງ​ສູ່​ໜ້າ​ເດືອນ ກໍານົດຈະ​ມີຂຶ້ນ​ໃນ​ເວລາ​ 13 ​ໂມງ​ກັບ
40 ນາທີ​ຕາມເວລາ ສາກົນ ​ໃນ​ວັນ​ເສົາ​ມື້​ນີ້ ຄື ອີກ​ປະມານ 40 ນາທີ​ຂ້າງ​ໜ້າ​ນີ້.

ຫລັງ​ຈາກ​ລົງ​ມາສູ່​ໜ້າ​ເດືອນ​ແລ້ວ ລົດ “Jade Rabbit” ກໍຈະແຍກ ອອກ​ມາ​ຈາກ​ຈະ​ຫລວດ ​ແລະອອກ​ແລ່ນ​ທໍາ​ການ​ສໍາ​ຫລວດ​ດ້ານ​ວິທະຍາສາດ ເທິງ​ພະຈັນ ເປັນ​ເວລາ​ສາມ​ເດືອນ.

ຖ້າຫາກ​ປະສົບ​ຜົນ​ສໍາ​ເລັດ ຈີນຈະ​ເປັນ​ປະ​ເທດ​ທີ​ສາມ ​ທີ່​ສາມາດ​ເອົາ​ຍານລົງ​ສູ່​ໜ້າ​ເດືອນ​ໄດ້ ຫລັງ​ຈາກສະຫະລັດ ​ແລະ​ອະດີີດ​ສະຫະພາບ ​ໂຊ​ຫວຽດ ຊຶ່ງຄັ້ງ​ສຸດ​ທ້າຍ ​ແມ່ນ​ໃນ​ປີ 1976.
XS
SM
MD
LG