ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​​ເລີ້ມ​ສ້າງ​ ​ກຳ​ປັ່ນ​ບັນ​ທຸກ​ເຮືອບິນ ລຳ​ທີ​ 2 ​ທີ່ອອກແບບ ພາຍໃນປະ​ເທດ​


ທະຫານເຮືອກຳລັງຖ່າຍຮູບ ໃນການບັງຄັບກຳ​ປັ່ນບັນທຸກເຮືອບິນ Liaoning, 30 ພະຈິກ, 2013.
ທະຫານເຮືອກຳລັງຖ່າຍຮູບ ໃນການບັງຄັບກຳ​ປັ່ນບັນທຸກເຮືອບິນ Liaoning, 30 ພະຈິກ, 2013.

ຈີນ ​ໄດ້​ປະກາດ​ໃນ​ວັນ​ພະຫັດ ​ມື້​ນີ້ວ່າ ຕົນ​ໄດ້ເລີ້ມ​ສ້າງ​ ​ກຳ​ປັ່ນ​ບັນ
​ທຸກ​ເຮືອບິນ ລຳ​ທີ​ສອງ​ຊຶ່ງ​ເປັນ​ຮ່ອງຮອຍອັນຫລ້າ​ສຸດ ກ່ຽວ​ກັບ
​ການ​ປັບປຸງ​ກອງທັບເຮືອຂອງ​ປັກ​ກິ່ງ​ໃຫ້​ທັນ​ສະ​ໄໝ ຢ່າງ​ວ່ອງ​ໄວ​ນັ້ນ.

​ອິງຕາມ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ ທ່ານ Yang Yujun
​ແລ້ວ ການ​ສ້າງ​ກຳ​ປັ່ນບັນທຸກ​ເຮືອບິນນີ້ ​ແມ່ນ​ “ອິງ​ຕາມ​ການ
​ອອກ​ແບບຈາກ​ພາຍ​ໃນ​ປະ​ເທດ​ໂດຍ​ທັງໝົດ”
​ຢູ່​ທີ່ ​ເມືອງ​ທ່າ
Dalian ​ໃນພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

​ກຳ​ປັ່ນບັນທຸກ​ເຮືອບິນ​ຂອງ​ຈີນອີກ​ພຽງລຳດຽວ ຊື່ວ່າ Liaoning
​ແມ່ນ​ໄດ້ຊື້​ຈາກ​ຢູ​ເຄຣນ ​ໃນ​ປີ 1998. ມັນ​ໄດ້​ຖືກສ້ອມ​ແປງຢ່າງ​ໃຫຍ່​ຫຼວງ​ໃນ​ຈີນ ກ່ອນ​ທີ່​ຈະ​ນຳ​ອອກ​ມາ​ປະຈຳ​ການ​ໃນ​ປີ 2012​.

ທ່ານ Yang ​ໄດ້​ກ່າວ​ວ່າ ​ປະສົບ​ການ ​ຈາກ​ການ​ສ້ອມ​ແປງກຳ​ປັ່ນ Liaoning ​ຂອງ​ຈີນໄດ້​ນຳໄປ​ສູ່​ການ​ປັບປຸງ​ແລະ​ດັດ​ແກ້​ໃນ​ຫຼາຍໆ​ດ້ານຂອງກຳ​ປັ່ນບັນທຸກ​ເຮືອບິນລຳ​ໃໝ່​ນີ້ ​ແລະ​ມັນ
ຈະມີ​ຂະໜາດ​ດຽວ​ກັນ ​ກັບກຳ​ປັນບັນທຸກເຮືອບິນ ລຳກ່ອນ.

ກຳ​ປັ່ນບັນທຸກ​ເຮືອບິນລຳ​ໃໝ່ ທີ່ມີ​ຂະໜາດ 500 ພັນ​ໂຕນ ຈະ​ໃຊ້ລະບົບຈັກ​ແບບ​ດັງ​ເດີມ ​ແທນ​ທີ່​ຈະ​ໃຊ້​ລະບົບຈັກ​ນິວ​ເຄລຍ ອິງ​ຕາມ​ທ່ານ Yang. ມັນ​ຈະ​ສາມາດ​ລຳລຽງ ​ເຮືອບິນ​ລົບອາຍ​ພົ່ນ J-15 ​ແລະເຮືອບິນອື່ນໆ ທີ່ຈະບິນຂຶ້ນແບບໂດດ​ແລ່ນ Ski.

ທ່ານ Yang ໄດ້ກ່າວວ່າ ການ​ເຂົ້າປະຈຳການຂອງກຳປັ່ນບັນທຸກ​ເຮືອບິນລຳໃໝ່ ທີ່ຍັງບໍ່ທັນ
ໄດ້ຕັ້ງຊື່ນີ້ ​ແມ່ນ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ ​ແລະມັນຂຶ້ນຢູ່ກັບຄວາມ​ກ້າວໜ້​າ​ໃນຂັ້ນຕອນຂອງ
ການອອກແບບຕ່າງໆ. ທ່ານບໍ່ໄດ້ອອກຄວາມຄິດເຫັນໃດໆ ກ່ຽວກັບວ່າ ຈີນມີ​ແຜນການ
ຈະສ້າງກຳປັ່ນບັນທຸກ​ເຮືອບິນລຳໃໝ່ຕື່ມ​ອີກ​ຫຼືບໍ່.

ການປະກາດດັ່ງກ່າວ ມີຂຶ້ນຫລັງ​ຈາກ​ໄດ້​ມີ​ຂ່າວລື​ ແລະລາຍ​ງານຂ່າວຕ່າງໆ ມາເປັນເວລາ
ຫຼາຍໆເດືອນແລ້ວວ່າ ຈີນໄດ້ວາງແຜນ ທີ່ຈະສ້າງກຳ​ປັ່ນບັນທຸກ​ເຮືອບິນລຳທຳອິດຂອງຕົນ ທີ່ອອກແບບພາຍໃນປະ​ເທດ​ໂດຍທັງໝົດ ເຖິງແມ່ນວ່າ ​ໄດ້ມີການສະ​ແດງ​ຄວາມ​ວິຕົກ​ກັງວົນ
ຈາກບັນດາປະເທດເພື່ອນບ້ານກໍຕາມ.

XS
SM
MD
LG