ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈີນຈະລຶບລ້າງ ສູນອອກແຮງງານ ແລະຜ່ອນຜັນ ການມີລູກ ໄດ້ຄົນດຽວ (ວີດີໂອ)


ທະຫານຈີນຄົນນຶ່ງຢືນຍາມຢູ່ຕໍ້ໜ໊າຮູບ ມື້ລາງຜູ້ນໍາ ເມົາເຈີຕຸງ ທີ່ ຈະຕຸລັດ Tianamen ປະເທດຈີນ
ທະຫານຈີນຄົນນຶ່ງຢືນຍາມຢູ່ຕໍ້ໜ໊າຮູບ ມື້ລາງຜູ້ນໍາ ເມົາເຈີຕຸງ ທີ່ ຈະຕຸລັດ Tianamen ປະເທດຈີນ
ຈີນ ກ່າວ​ວ່າ ການ​ພັດທະນາ​ເສດຖະກິດ ​ແບບ “​ເປັນ​ເຈົ້າ​ຂອງ
ປະສົມ​ກັນ” ນັ້ນແມ່ນ​ພາກສ່ວນສຳຄັນ ​ໃນ​ການ​ປະຕິ​ຮູບທາງ
ດ້ານ​ການ​ເງິນ​ແລະ​ສັງ​ຄົມ​ໃນ​ຂອບ ​ເຂດ​ທີ່​ກວ້າງຂວາງ ທີ່​ໄດ້​ມີ​
ການປະກາດໃຫ້​ຊາບ ໃນ​ວັນ​ສຸກ​ວານ​ນີ້.

ລາຍ​ລະອຽດ​ກ່ຽວ​ກັບຂໍ້​ສະ​ເໜີ​ປະຕິ​ຮູບ​ 60 ຂໍ້ ​ທີ່​ໄດ້ຮັບ​ການ​ສະ
ໜັບສະໜຸນ​ໃນ​ອາທິດ​ນີ້ ​ໂດຍບັນດາ​ຜູ້​ນໍາ​ພັກຄອມ​ມິ​ວນິສ ສະ​
ແດງ​ໃຫ້​ເຫັນ​ວ່າ ການ​ລົງທຶນຂອງເອກ​ກະ​ຊົນ ​ໃນ​ບໍ່​ຊ້ານີ້ ​ຈະ​ອະ
ນຸຍາດ​ໃຫ້ມີ​ຂຶ້ນຢູ່​ໂຄງການ​ຕ່າງໆ ທີ່​ຄອບ​ງຳ ​ໂດຍບໍລິສັດ​ໃນ​ຮູບ​
ລັດ​ວິ​ສາ​ຫະກິດ​ນັ້ນ. ບົດສະຫລຸບ​ກ່ຽວ​ກັບການ​ຕັດສິນ​ໃຈຂອງ
​ຄະນະ​ກຳມະການສູນ​ກາງພັກ ​ແມ່ນຮວມ​ທັງ ຮຽກຮ້ອງ​ໃຫ້​ມີ​ການປະ​ຕິ​ຮູບ​ໄປ​ສູ່ເສດຖະ
ກິດຕະຫລາດ ​ໂ​ດຍຈະ​ໃຫ້​ມີ​ການ​ບັນລຸ​ໄດ້ ສ່ວນນຶ່ງກໍ​ແມ່ນ​ໂດຍ​ການ​ທັບ ມ້າງການ​ຜູກ
ຂາດ​ຕ່າງໆ ​ແລະ​ນຳສະ​ເໜີ ໃຫ້ມີການ​ແຂ່ງຂັນ​ກັນ.

ນອກ​ນັ້ນບັນດາ​ຜູ້​ລົງ​ທຶນເອກ​ກະ​ຊົນ​ຢູ່​ໃນ​ຈີນຍັງ​ຈະໄດ້​ຮັບອະນຸຍາດ​ໃຫ້​ຕັ້ງທະນາຄານ
ຂະໜາດນ້ອຍ​ແລະ​ຂະໜາດ​ກາງ​ໄດ້ ​ແລະບັນດາ​ບໍລິສັດລັດ​ວິ​ສາ​ຫະກິດຈະ ຕ້ອງຈ່າຍ
​ເງິນ​ປັນ​ຜົນ​ຫຼື​ກໍາໄລຂອງ​ເຂົາ​ເຈົ້າໃຫ້​ສູງ​ຂຶ້ນ​ແກ່​ລັດຖະບານ ພາຍ​ໃນ​ ​ທ້າຍທົດ​ສະ​ວັດນີ້.
​ເພຶ່ອ​ເປັນ​ການ​ຊຸກ​ຍູ້​ໃຫ້ຕະຫລາ​ດ​ເສລີ ມີ​ບົດບາດ​ເພີ້​ມຂຶ້ນ ຢູ່​ໃນ​ເສດຖະກິດທີ່ລັດເປັນ
​ຜູ້​ຄວບ​ຄຸມຂອງຈີນນັ້ນ ​ແມ່ນ​ນຶ່ງ​ຂອງ​ເນື້ອ​ໄນທີ່​ສໍາຄັນຂອງການ​ປະຊຸມ​ເປັນ ​ເວລາ 4 ມື້
ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ ທີ່​ກຸງ​ປັກ​ກິ່ງ ​ໃນ​ອາທິດ​ນີ້.

ການ​ປະຕິ​ຮູ​ບສັງຄົມ ທີ່​ຈີນ​ໄດ້​ປະກາດໃນວັນ​ສຸກ​ວານ​ນີ້ ​ໄດ້​ພາດ​ຫົວ​ຂໍ້​ຂ່າວຢູ່​ໃນ​ທົ່ວ​ໂລກ. ລັດຖະບານຈະຜ່ອນຜັນ ​ນະ​ໂຍບາຍທີ່ “​ມີ​ລູກໄດ້ຄົນ​ດຽວ” ຊຶ່ງໄດ້ມີ ການປະຕິບັດ​ມາ​ຫຼາຍ​
ທົດ​ສະ​ວັດ​ແລ້ວນັ້ນ ​ແລະ​ຍັງ​ຈະ​ລົບ​ລ້າງ “ການ​ສຳ​ມະ​ນາດ້ວຍ​ການ​ອອກ​ແຮງງານໜັກ” ​ຢູ່
ໃນ​ສູນຕ່າງໆ ​ທີ່​ຕໍາຫລວດ​ໄດ້​ໃຊ້ມາ​ເປັນ​ເວລາ​ຫລາຍໆ​ປີ ເພື່ອ​ຄຸມ​ຂັງປະຊາຊົນ​ຫລາຍ​
ຮ້ອຍພັນ​ຄົນ ​ໂດຍປາດ​ສະ​ຈາກ​ການ​ດໍາ​ເນີນ​ຄະດີນັ້ນ.

China
please wait
Embed

No media source currently available

0:00 0:01:38 0:00
XS
SM
MD
LG