ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເພີ້ມການກວດກາຂ່າວ ກ່ຽວກັບເຫດລະເບີດ ຢູ່ແຂວງ Guangxi


ຫ້ອງນຶ່ງທີ່ໄດ້ຮັບຄວາມເສຍຫາຍ ຢູ່ຕຶກອາຄານທີ່ເຫັນ ຫລັງຈາກສະຖານທີ່ຫຼາຍໆບ່ອນ ຖືກໂຈມຕີດ້ວຍລະເບີດຫໍ່ ທີ່ເມືອງ Liuzhou ແຂວງ Guangxi ທາງພາກຕາເວັນຕົກ ສຽງໃຕ້ຂອງຈີນ. (30 ກັນຍາ 2015)
ຫ້ອງນຶ່ງທີ່ໄດ້ຮັບຄວາມເສຍຫາຍ ຢູ່ຕຶກອາຄານທີ່ເຫັນ ຫລັງຈາກສະຖານທີ່ຫຼາຍໆບ່ອນ ຖືກໂຈມຕີດ້ວຍລະເບີດຫໍ່ ທີ່ເມືອງ Liuzhou ແຂວງ Guangxi ທາງພາກຕາເວັນຕົກ ສຽງໃຕ້ຂອງຈີນ. (30 ກັນຍາ 2015)

ເຈົ້າໜ້າທີ່ຈີນ ໄດ້ທຳການກວດກາຄວບຄຸມ ການລາຍງານຂອງ
ສື່ມວນຊົນພາຍໃນປະເທດ ກ່ຽວກັບເຫດລະເບີດ ທີ່ຮ້າຍແຮງ ຢູ່
ແຂວງ Guangxi ໃນອາທິດນີ້ທີ່ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນແລະ
ບາດເຈັບອີກ 50 ກວ່າຄົນ ນຶ່ງມື້ກ່ອນວັນຊາດຂອງຈີນ.

ແຈ້ງການຂອງພະແນກໂຄສະນາສູນກາງ ທີ່ອອກໃນວັນພະຫັດ
ວານນີ້ ແມ່ນໄດ້ຈຳກັດການລາຍງານຂ່າວ ຂອງສື່ມວນຊົນພາຍ ໃນປະເທດທັງໝົດຂອງຈີນຮວມທັງສື່ສັງຄົມໃນການສົ່ງນັກຂ່າວ
ໄປເມືອງ Liuzhou ຫລືພິມເຜີຍແຜ່ລາຍງານພິເສດໃນຂະນະທີ່
ແຈ້ງການອີກສະບັບນຶ່ງຂອງອົງການຄຸ້ມຄອງອິນເຕີແນັດໄດ້ຫ້າມ
ການນຳໃຊ້ຮູບພາຍທີ່ຖາຍໃນໄລຍະໃກ້ຂອງບ່ອນທີ່ເກີດເຫດ.

ການພິມເຜີຍແຜ່ເພີ້ມຕື່ມ ແມ່ນໄດ້ຮັບອະນຸຍາດແຕ່ແຫຼ່ງຂ່າວຂອງທາງການເທົ່ານັ້ນ ເຊັ່ນ ອົງການຂ່າວຊິນຫົວ ຖ້າຜູ້ໃດລ່ວງລະເມີດ ໃຫ້ແກ້ໄຂໃນທັນທີ ແລະລຶບຖິ້ມ ການພິມເຜີຍ ແຜ່ຂອງເຂົາເຈົ້າ ອ່ານເບິ່ງຄຳສັ່ງ ທີ່ອ້າງອີງໂດຍໜັງສືພິມ Digital Times ຂອງທາງການ ອົງການຂ່າວທີ່ເປັນອິດສະຫຼະ ທີ່ລາຍງານກ່ຽວກັບນະໂຍບາຍການກວດກາຂ່າວນັ້ນ.

ຄຳສຳຄັນຕ່າງໆໃນການຄົ້ນຫາ ກ່ຽວກັບເຫດລະເບີດດັ່ງກ່າວ ຫລືຜູ້ຕ້ອງສົງໄສຂອງລາຍ ງານຂ່າວ ແລະສື່ສັງຄົມ ເຊັ່ນ Weibo ແມ່ນໄດ້ມີການກວດສອບ ຢ່າງເຄັ່ງຄັດ ເປັນພິເສດ ທັງໆທີ່ຕຳຫລວດໄດ້ລົງຄວາມເຫັນວ່າ ເຫດລະເບີດດັ່ງກ່າວນີ້ມີລັກສະນະໃນທາງອາຍາ.

ພວກຕຳ”ໜິຕິຕຽນກ່າວວ່າ ມັນເປັນການກະທຳຕາມປົກກະຕິສຳລັບພວກເຈົ້າໜ້າທີ່ຈີນທີ່ ຈະຫລຸດຜ່ອນ ຫລືເຜີຍແຜ່ຂ່າວທີ່ບໍ່ດີ ຫລືຄວາມເປັນໄປໄດ້ ກັບພວກທີ່ປ່ອຍຂ່າວລື ໂດຍ ສະເພາະ ເວລາເຫດລະເບີດເກີດຂຶ້ນ ຢູ່ຕາມບ່ອນທີ່ສຳຄັນໆ ກ່ອນໜ້າການສະເຫລີມສະ ຫລອງວັນຊາດຂອງຈີນ.

XS
SM
MD
LG