ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍທິເບດ 2 ຄົນ ເສຍຊີວິດ ຍ້ອນເອົາໄຟ ຈູດເຜົາຕົນເອງ


ທ້າວ Rinchen ອາຍຸ 17 ປີ ເສຍຊີວິດໄປ ລຸນຫລັງທີ່ໄດ້ເອົາໄຟຈູດເຜົາຕົນເອງ ຢູ່ໃນເຂດທິ ເບດຂອງຈີນ ໃນວັນອັງຄານ 19 ກຸມພາ 2013
ທ້າວ Rinchen ອາຍຸ 17 ປີ ເສຍຊີວິດໄປ ລຸນຫລັງທີ່ໄດ້ເອົາໄຟຈູດເຜົາຕົນເອງ ຢູ່ໃນເຂດທິ ເບດຂອງຈີນ ໃນວັນອັງຄານ 19 ກຸມພາ 2013
ກຸ່ມປົກປ້ອງສິດທິມະນຸດຂອງຊາວທິເບດກຸ່ມນຶ່ງເວົ້າວ່າ ຊາຍ
ໜຸ່ມສອງຄົນໄດ້ເສຍຊີວິດໄປ ລຸນຫລັງທີ່ໄດ້ເອົາໄຟຈູດເຜົາ
ຕົນເອງ ຢູ່ໃນເຂດທິ ເບດຂອງຈີນ ຊຶ່ງເປັນຄັ້ງຫລ້າສຸດ ຂອງ ການເຜົາຕົນເອງທີ່ມີມາຢ່າງຕໍ່ ເນື່ອງ ເພື່ອປະທ້ວງການປົກ
ຄອງຂອງຈີນນັ້ນ.

ອົງການທິເບດເສລີ ທີ່ຕັ້ງຢູ່ອັງກິດ ກ່າວຢູ່ໃນຖະແຫລງການ
ສະບັບນຶ່ງ ວ່າ ການເອົາໄຟຈູດເຜົາຕົນເອງສອງຄັ້ງ ໄດ້ເກີດ
ຂຶ້ນໃນຕອນບ່າຍວັນອັງຄານຜ່ານມາ ຢູ່ໃນເຂດ Ngaba
ຫລື Aba ຂອງຈີນ. ເດັກຊາຍ ອາຍຸ 17 ປີ ທີ່ຊື່ວ່າທ້າວ
Rinchen ແລະທ້າວ Sonam Dhargye ອາຍຸ 18 ປີ ໄດ້
ເສຍຊີວິດໄປ ຢູ່ໃນທີ່ເກີດເຫດນັ້ນເລີຍ.

ຜູ້ອໍານວຍການອົງການທິເບດເສລີ ທ່ານນາງ Stephanie Brigden ເວົ້າວ່າ ການ ເອົາໄຟຈູດເຜົາຕົນເອງດັ່ງກ່າວ ສະແດງໃຫ້ເຫັນວ່າ ການປະທ້ວງແບບສະລະຊີບມີທ່າ ທາງວ່າອາດ “ຍັງຈະສືບຕໍ່ເປັນຮູບ ແບບທີ່ສໍາຄັນໃນການຕອບໂຕ້ຂອງຊາວທິເບດຕໍ່ ການຍຶດຄອງຂອງຈີນ ໃນປີ 2013.”

ມີຊາວທິເບດຫລາຍກວ່າ 100 ຄົນແລ້ວ ທີ່ໄດ້ເອົາໄຟເຜົາຕົນເອງນັບແຕ່ປີ 2009 ເປັນຕົ້ນມາ ເພື່ອປະທ້ວງຕໍ່ອັນທີ່ພວກເຂົາເຈົ້າເອີ້ນວ່າ ການປາບປາມຂອງຈີນຕໍ່ວັດ ທະນະທໍາຂອງພວກ ເຂົາເຈົ້າ. ແຕ່ຈີນໄດ້ປະຕິເສດການກ່າວຫານັ້ນ ແລະເວົ້າວ່າການ
ປະທ້ວງແບບສະລະຊີບດັ່ງກ່າວ ແມ່ນເປັນພຶດຕິກໍາການກໍ່ການຮ້າຍ.
XS
SM
MD
LG