ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ຕັດສິນໂທດ ຊາວທິເບດ ສອງຄົນ ໃນຂໍ້ຫາ ຍຸຍົງໃຫ້ ເຜົາຕົນເອງ

ເດັກນ້ອຍຜູ້ນຶ່ງນັ່ງນິ້ງຢູ່ໃກ້ຕີນຂອງພວກປະທ້ວງ ທີ່ຖືປ້າຍລະນຶກເຖິງຜູ້ໄດ້ຮັບເຄາະຮ້າຍ ຈາກການເອົາໄຟເຜົາຕົນເອງ ໃນຂະນະທີ່ເດີນຂະບວນ ເພື່ອສະໜັບສະໜຸນຊາວທິເບດ ຢູ່ໃກ້ສະຖານກົງສູນຂອງຈີນ ປະຈໍາສໍານັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນີວຢອກ ໃນວັນທີ 10 ທັນວາ 2012.

ຈີນໄດ້ຕັດສິນລົງໂທດຊາວທິເບດສອງຄົນໃນຂໍ້ຫາ “ຄາດຕະ
ກໍາໂດຍເຈດຕະນາ” ທີ່ໄດ້ປຸກລະດົມໃຫ້ມີການເຜົາຕົນເອງ ເພື່ອເປັນການປະທ້ວງຕໍ່ການປົກ ຄອງຂອງຈີນ.

ອົງການຂ່າວຊິນຫົວຂອງທາງການຈີນ ເວົ້າວ່າ ທ້າວ Lorang
Konchock ອາຍຸ 40 ປີ ໄດ້ຖືກຕັດສິນປະຫານຊີວິດ ໂດຍໃຫ້
ລໍຖ້າການລົງໂທດ 2 ປີ ຊຶ່ງເປັນການຕັດສິນໂທດທີ່ຕາມປົກ
ກະຕິແລ້ວ ແມ່ນເທົ່າກັນກັບການຈໍາຄຸກ ຕະຫລອດຊີວິດ. ນອກ
ນັ້ນ ສານຢູ່ໃນເຂດເທດສະບານ Aba ຂອງແຂວງ Sichuan ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຍັງໄດ້ຕັດສິນໂທດ
ຫຼານຊາຍຂອງລາວ ທ້າວ Lorang Tsering ອາຍຸ 31 ປີ ໃຫ້
ຈໍາຄຸກ 10 ປີ.
ແຜນທີ່ບ່ອນທີ່ມີຄົນເຜົາຕົນເອງເພື່ອປະທ້ວງການປົກຄອງຂອງຈີນ ໃນເຂດທິເບດ ຮອດວັນທີ 22 ມັງກອນ 2013
ແຜນທີ່ບ່ອນທີ່ມີຄົນເຜົາຕົນເອງເພື່ອປະທ້ວງການປົກຄອງຂອງຈີນ ໃນເຂດທິເບດ ຮອດວັນທີ 22 ມັງກອນ 2013

ອົງການຂ່າວຊິນຫົວຍັງເວົ້າອີກວ່າ ຜູ້ຊາຍສອງຄົນ “ໄດ້ປຸກລະ
ດົມແລະບັງ ຄັບ” ໃຫ້ 8 ຄົນ ເອົາໄຟຈູດເຜົາຕົນເອງ ຊຶ່ງອົງການ
ຂ່າວດັ່ງກ່າວເວົ້າວ່າ 3 ຄົນໃນນັ້ນແມ່ນໄດ້ເອົາໄຟເຜົາຕົນເອງ
ແລະເສຍຊີວິດໄປໃນປີ 2012 ໃນຂະ ນະທີ່ຈໍານວນທີ່ເຫລືອ
ນັ້ນ “ໄດ້ ເລີກລົ້ມໂດຍເຈດຕະຕໍ່ແຜນຂອງຕົນ” ຫລືບໍ່ກໍ ໄດ້ຖືກ
ສະກັດກັ້ນໂດຍຕໍາຫລວດ. ມີຊາວ ທິເບດເກືອບຮອດ 100 ຄົນ ໄດ້ເອົາໄຟເຜົາຕົນເອງນັບແຕ່ປີ 2009 ເປັນຕົ້ນມາເພື່ອປະທ້ວງ ຕໍ່ສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນການປົກຄອງທີ່ກົດຂີ່ຂູດຮີດ
ຂອງຈີນຢູ່ໃນເຂດຕ່າງໆ ທີ່ຊາວທິເບດອາໄສຢູ່ໃນຈີນ.
XS
SM
MD
LG